Monthly Archives: September 2020

ໄວຣ໌ເມດແບບມ້ວນ ແລະ ໄວຣ໌ເມດແບບແຜງ ແຕກຕ່າງກັນແນວໃດ

 ໄວຣ໌ເມດແບບມ້ວນ ແລະ ໄວຣ໌ເມດແບບມ້ວນ ແຕກຕ່າງກັນແນວໃດ ຫຼາຍໆ ຄົນສົງໃສວ່າໄວຣ໌ນັ້ນ ເປັນຫຍັງຕ້ອງມີທັງແບບມ້ວນ ແລະ ແບບແຜງ ແລະ ມັນແຕກຕ່າງກັນແນວໃດ ເຮົາມາເບິງກັນເລີຍ 1.  ຂະໜາດຂອງເສັ້ນລວດໄວຣ໌ເມດ ໂດຍປົກກະຕິໄວຣ໌ເມດນັ້ນຈະມີຂະໜາດຕັ້ງແຕ່ 3 – 12 ມມ. ເຊິງຂະໜາດຂອງເຫຼັກເສັ້ນໄວຣ໌ເມດນັ້ນ ຖ້າເປັນເຫຼັກເສັ້ນ 3-4 ມມ. ແບບນີ້ສ່ວນໃຫຍ່ຈະນິຍົມເຮັດເປັນມ້ວນ ແຕ່ຖ້າໃຫຍ່ກວ່າ 4 ມມ. ເຊັ່ນ 5- 12 ມມ. ຈະນິຍົມເຮັດເປັນແຜງ   2.  ຂະໜາດຂອງຕະແກງ ເນື່ອງດ້ວຍໄວຣ໌ເມດທີ່ເຫຼັກເສັ້ນໃຫຍ່ ຈະບໍ່ສາມາດມ້ວນໄດ້ ຈື່ງຕ້ອງເຮັດເປັນແຜງ ປົກກະຕິໄວຣ໌ເມດແບບມ້ວນຈະມີຂະໜາດ 2*50 ມ. ແລະ 2*25 ມ. ແຕ່ຫາກມີປະລິມານການໃຊ້ງານທີ່ຫຼາຍໆ ເຊັ່ນເປັນພັນ ຫຼື ໝື່ນ ຕາລາງແມ້ດກໍ່ສາມາດໃຫ້ໂຮງງານສັ່ງຕັດໄດ້ ໄວຣ໌ເມດແບບແຜງ ສ່ວຍໃຫຍ່ຈະເປັນໄວຣ໌ເມດທີ່ເຫຼັກເສັ້ນມີຂະໜາດໃຫຍ່ຕັ້ງແຕ່ 6 ມມ. ຂື້ນໄປ ໂດຍມີຂະໜາດແຜງປົກກະຕິທີ່ […]

ປະເພດຂອງຕະແກງໄວຣ໌ເມດ

  ສະບາຍດີ ມື້ນີ້ເຮົາຈະມາຮູ້ຈັກຕະແກງໄວເມດໃຫ້ຫຼາຍຂື້ນ ຕະແກງໄວເມດນັ້ນເປັນ ຊື່ເອີ້ນລວມໆ ຂອງຕະແກງເຫຼັກຕ່າງໆ ມີປະເພດໃຫຍ່ດັ່ງນີ້   1.ຕະແກງໄວຣ໌ເມດເສີມຄອນກຣີດ ຄືຕະແກງເຫຼັກສຳເລັດຮູບ ທີ່ເອົາໄປໄວ້ຮອງຄອນກຣີດກ່ອນການເທພື້ນຄອນກຣີດເພື່ອໃຫ້ແຂງແຮງຫຼາຍຂື້ນ ເຊີງເຮົາເອີ້ນວ່າໄວຣ໌ເມດ ຫຼື ຕະແກງໄວຣ໌ເມດ ເຊີງສະໃໝກ່ອນຈະນິຍົມໃຊ້ເຫຼັກເສັ້ນມາຜູກມັດເປັນຕະແກງສາມາດອ່ານຂໍ້ມູນເພີ່ມເຕິ່ມໄດ້ທີ່         2.  ກັລວາໄນໄວຣ໌ເມດ ຄືຕະແກງໄວຣ໌ເມດຊະນິດໜື່ງເຊີງໃຊ້ກັບງານເພດານເພື່ອຮອງສະນວນກັນຄວາມຮ້ອນ     3.   ຕະແກງສານ ຕະແກງຕົວຫນອນ ຄືໄວຣ໌ເມດຊະນິດໜື່ງທີ່ນຳມາສານກັນຫຼືຂັດກັນ ເຊັ່ນ ຕະແກງຕົວຫນອນ ໄວຣ໌ເມດຊະນິດນີ້ຈະນິຍົມໃຊ້ເຮັດເປັນຮົ້ວຫຼືແບ່ງກັນເຂດຕ່າງໆອາດຈະເຮັດເປັນກົງສັດ ຮົ້ວບ້ານ ຮົ້ວກັນສັດລ້ຽງເປັນຕົ້ນ  

ຕາຕະລາງປຽບທຽບການໃຊ້ເຫຼັກ, ເຫຼັກເສັ້ນຂໍ້ອ້ອຍກັບເຫຼັກໄວຣ໌ເມດ

*  ຕະແກງເຫຼັກ SCC  ກັບເຫຼັກເສັນກົມ ແລະ ເຫຼັກເສັ້ນຂໍ້ອ້ອຍ ຕາຕະລາງເປັນຕາຕະລາງປຽບທຽບ ການໃຊ້ເຫຼັກເສັ້ນຂໍ້ອ້ອຍແບບຜູກ ຊື່ງອາດຈະປ່ຽນໄປໃຊ້ເປັນໄວຣ໌ເມດ ຈະໃຊ້ໄວຣ໌ເມດຂະໜາດເທົ່າໃດ ເພື່ອເປັນຂໍ້ມູນປະກອບການຕັດສິນໃຈສຳລັບຊ່າງຫຼືວິຊະວະກອນທີ່ຄຸ່ມງານ ຕະແກງເຫຼັກ SCC ເຫຼັກດສັ້ນກົມ ເຫຼັກເສັ້ນຂໍ້ອ້ອຍ ຄວາມສາມາດຮັບແຮງດຶງ (Yield, Strength) Kg/cm2 ສາມາດກຳນົດໄດ້ 2,400 4,000 ເມື່ອນຳມາຄຳນວນປຽບທຽບກັນສາມາດໃຊ້ ຕະແກງເຫຼັກທົດແທດເຫຼັກເສັ້ນໄດ້ດັ່ງນີ້ *   ຈະເຫັນໄດ້ວ່າຫລຸດຂະໜາດຂອງເຫຼັກລົງໄດ້ປະມານ30-35 % ຂະໜາດເສັ້ນເຫຼັກກົມ  ຂະໜາດເຫຼັກ ຕະແກງເຫຼັກ SCC 6 mm. 4 mm. 9 mm. 6 mm.     ຕາຕະລາງປຽບທຽບການໃຊ້ຕະແກງເຫຼັກ ແທ່ນການໃຊ້ເຫຼັກເສັ້ນກົມ ໂດຍລະອຽດ ເຫຼັກເສັ້ນກົມ ຕະແກງເຫຼັກ SCC ຂະໜາດເຫຼັກເສັ້ນທຳມະດາ AS.(M.S)(mm2/m) AS.(Actual)(mm2/m) ຂະໜາດຕະແກງເຫຼັກ AS.(Actual) (MM2/3) Ø 6.00 […]

ຕະແກງເຫຼັກໄວຣ໌ເມດ (Wire Mesh) ຄືຫຍັງມີຂໍ້ດີແນວໃດ

ຈຸດເດັ່ນຂອງຄອນກຣີດ ຄືສາມາດຮັບແຮງອັດສູງ ແຕ່ຄວາມສາມາດໃນການຮັບແຮງດືງຕ່ຳ ເມື່ອຖືກແຮງດືງຈະເຮັດໃຫ້ຄອນກຣີດແຕກໄດ້ງ່າຍ ດ້ວຍສາເຫດນີ້ຈື່ງມີການນຳວັດສະດຸອື່ນທີ່ສາມາດຮັບແຮງດືງໄດ້ເຊັ່ນ ເຫຼັກມາໃສ່ໄວ້ພາຍໃນຄອນກຣີດເພື່ອເພີ່ມຄວາມສາມາດໃນການຮັບແຮງດຶງ ໂດຍສາມາດກ່າວໄດ້ວ່າຄອນກຣີດຮັບແຮງອັດ ແລະເຫຼັກຮັບແຮງດຶງ ການເສີ່ມເຫຼັກໃນຄອນກຣິດນັ້ນແຕ່ເດີມຈະໃຊ້ເຫຼັກເສັ້ນມາຜູກເປັນຕະແກງ ເຊີງຈະໃຊ້ແຮງງານເຂົ້າມາເຮັດບ່ອນນີ້ ເຮັດໃຫ້ງານກໍ່ສ້າງໃຊ້ເວລາດົນນານ ຕໍ່ມາຈື່ງມີການພັດຖະນາເປັນຕະແກງລວດເຫຼັກສຳເລັດຮູບ (Wire Mesh) ຊື່ງຊ່ວຍໃຫ້ງານກໍ່ສ້າງສະດວກວອງໄວ   ຊ່າງຫຼືນັກວິຊາວະກອນຫຼາຍໆຄົນທີ່ເຮັດງານກໍ່ສ້າງ ບໍ່ວ່າຈະເປັນງານກໍ່ສ້າງຕຶກ ໂກດັງ ຖະໜົນ ຮ້ານຈອດລົດ ຫຼືງານອື່ນທີ່ຕ້ອງມີງານພື້ນມາກ່ຽວຂ້ອງສ່ວນຫຼາຍແລ້ວຄົງເຄີຍຊີນກັບການໃຊ້ເຫຼັກຜູກແບບເດີມ ເພື່ອໃຊ້ຮອງພື້ນຄອນກຣີດໃຫ້ຄວາມແຂງແຮງແບບເດີມ   ວິທີການຜູກເຫຼັກແບບເດີມອາດຈະບໍ່ເໝາະກັບງານກໍ່ສ້າງສະໄໝໃໝ່ແລ້ວ ເພາະຫຼາຍສາເຫດໃນສະໄໝໃໝ່ມີການໃຊ້ໄວຣ໌ເມດ ມາເພື່ອທົດແທ່ນການໃຊ້ເຫຼັັດຜູກແບບເດີມ ເຮົາມາເບີງກັຍເລີຍ   ຕະແກງເຫຼັກໄວຣ໌ເມດ (Wire Mesh) ຄືຕະແກງເຫຼັກກ້າເຊື່ອມຄິດເສີ່ມຄອນກຣິດ ພາສາຊ່າງອາດຈະເອີ້ນເປັນຊື່ອື່ນໆ ເຊັ່ນ ເຫຼັກໄວຣ໌ເມດ ໄວຣ໌ເມດເທປູນ ຕະແກງໄວຣ໌ເມດ ຜະລິດມາຈາກລວດເຫຼັກກຣີດເຢັນ (Cold Drawn Steel Wire) ໃຊ້ເສັ້ນລວດຂະໜາດຕ່າງໆ ຕັ້ງແຕ່ 3-9 ມິລີແມ້ດ ແລະ ມີຕາຫ່າງຕັ້ງແຕ່15 ຊມ 30 ຊມ. ຢູ່ທີ່ການໃຊ້ງານຂອງລຸກຄ້າ ແລະ ລູກຄ້າສາມາດສອບຖາມລາຄາ ແລະ […]

ນ້ຳຢາສຳລັບການປະສົມຄອນກຣີດ

 ສານເຄມີປະສົມເພີ່ມ ສຳລັບຄອນກຣີດ   ສານປະສົມເພີ່ມໄດ້ຈາກທຳມະຊາດ ຫຼື ຜະລິດຈາກກຣຣມວິທີສັງເຄາະທາງເຄມີ ໂດຍສານປະສົມເພີ່ມ ຈະໃຫ້ປະສົມເພີ່ມລົງໄປ ໃນສ່ວນປະສົມຄອນກຣີດ ກ່ອນປະສົມ ຫຼື ຄະນະປະສົມ ເພື່ອປັບປຸງຄຸນສົມບັດບາງປະການຂອງຄອນກຣິດ ທີ່ມັກນິຍົມນຳມາໃຊ້ທີ່ປະເທດໄທຍ ແລະ ສປປ. ລາວໄດ້ແກ່ສານກັກກະຈານຟອງອາກາດ ສານລົດນ້ຳ ແລະ ນ່ວງການກໍ່ຕົວ, ສານເລັ່ງການກໍ່ຕົວ    1.ສານກັກກະຈາຍຟອງອາກາດ (Air-Entraining Admixture) ສານກັກກະຈາຍຟອງອາກາດເປັນສານເຄມີຊະນິດນ້ຳ ທີ່ຈະໃຊ້ໃສ່ລະຫວ່າງການປະສົມຄອນກຣີດ ມີໜ້າທີ່ສ້າງຟອງອາກາດທີ່ມີຂະໜາດນ້ອຍຫຼາຍກະຈາຍ ແລະ ຄົງຕົວຢູ່ຈື່ງເອີ້ນວ່າຟອງອາກາດທິ່ຖືກກັກກະຈາຍ (Entrained Air)  ເມື່ອຖືກປະສົມກັບຄອນກຣີດແລ້ວຟອງອາກາດເຫຼົ່ານີ້ຈະຊ່ວຍປັບປຸງຄວາມສາມາດຂອງຄອນກຣີດໃຫ້ມີຄວາມທົນທານຕໍ່ສະພາວະ ທີ່ນ້ຳກາຍເປັນນ້ຳແຂງ ແລະ ລະລາຍສະລັບກັນ(Freezing and Thawing) ແລະເກືອທີ່ໃຊ້ລະລາຍນ້ຳແຂງ (Deicing Salt) ເມື່ອຄອນກຣີດຍັງຢູ່ໃນສະພາຫວະພຣາສຕິກ ສານກັກກະຈາຍຟອງອາກາດຈະຊ່ວຍເພີ່ມຄວາມສາມາດໃນການເທໄດ້ອີກ ທັງຍັງຊ່ວຍຫລຸດການເຍີ້ມ (Bleeding) ແລະ ການແຍກຕົວ(Segregation) ຂອງຄອນກຣີດອີກດ້ວຍ   2.ສານຫລຸດນ້ຳ (Water Reducers)  ສານຫລຸດນ້ຳຖືກນ້ຳມາໃຊ້ໃນສອງວັດຖຸປະສົງຫລັກໃນງານຄອນກຣີດ ຄື: -ໃຊ້ຫລຸນ້ຳໃນສ່ວນປະສົມຄອນກຣີດ ໂດຍທີ່ຍັງໄດ້ຄ່າຍຸບຕົວທີ່ເທົ່າເດີມ […]

ເຫຼັກເສັ້ນກົມ ເຫຼັກຂໍ້ອ້ອຍ ຄວາມຮູ້ເບື້ອງຕົ້ນກ່ຽວກັບເຫຼັກເສັ້ນແຕ່ລະປະເພດ

 ເຫຼັກຂໍ້ອ້ອຍ ຫຼືທີມັກເອີ້ນກັນສັ້ນໆວ່າ DB ຍັງມີຊື່ເອີ້ນອີກຫຼາກຫຼາຍເຊັ່ນ ເຫຼັກອ້ອຍ ເຫຼັກບັ້ງ ເຫຼັກຂໍ້ ໂດຍເຫຼັກຂໍ້ອ້ອຍຈັດຢູ່ໃນປະເພດຂອງຂອງເຫຼັກເສັ້ນ ມີລັກສະນະເປັນປ່ອງໆ ຄ້າຍອ້ອຍ ມີໄລຍະບັ້ງເທົ່າກັນສະໝ່ຳສະເໝີຕະລອດທັງເສັ້ນ ບໍ່ມີຮ່ອຍປຣິແຕກຫັກ ຊື່ງຈະຊ່ວຍເພີ່ມແຮງຢືດໜ່ຽວໃຫ້ເຫຼັັກກັບຄອນກຣີດໂດຍເຫຼັັກຂໍ້ອ້ອຍຮັບຮອງຕາມາດຕະຖານມອກ. 24– 2548 ມີເສັ້ນຜ່ານສູນກາງຂອງເຫຼັກຂໍ້ອ້ອຍຢູ່ທີ່ 10  – 32 ມມ. ແລະ ມີຄວາມຍາວທາດຕະຖານ 10 ແມັດ ແລະ 12 ແມ້ດ   ຄຸນລັກສະນະຂອງເຫຼັກຂໍ້ອ້ອຍທີ່ດີ  ຜີວຂອງເຫຼັກເສັ້ນຂໍ້ອ້ອຍ ຕ້ອງມີໄລຍະຂອງບັ້ງຫຼືໄລຍະຂອງຂໍ້ອ້ອຍ ທີ່ເທົ່າກັນຕະລອດທັງເສັ້ນ ແລະ ສຳໝ່ຳສະເໝີຕະລອກທັງເສັ້ນ  ເສັ້ນຜ່າສູນກາງຕ້ອງຖືກຕ້ອງ ເຊັ່ນເຫຼັກຂໍ້ອ້ອຍ 10 ມມ. ຕ້ອງວັດໄດ້ຂະໜາດ 10​ມມ. ຄວາມຍາວຕ້ອງຖືກຕ້ອງດ້ວຍ  ບໍ່ເປ້ ບໍ່ແຕກງ່າຍ ຫຼືງໍງ່າຍ  ບໍ່ມີສະນີມກິນເລິກເຂົ້າໄປໃນເນື້ອເຫຼັກ ແຕ່ຫາກສັງເກດແລ້ວ ເປັນສະນີມທີ່ເກີດຂື້ນບໍລິເວນຜິວເຫຼັກ ກໍ່ບໍ່ເປັນຫຍັງ     ຂໍກຳນົດຂອງຄຸນລັກສະນະຂອງເຫຼັກເສັ້ນຕາມາດຕະຖານຜະລິດຕະພັນອຸດສສາຫະກຳ (ມອກ.) ຂອງເຫຼັກເສັ້ນ ຄຸນສົມບັດທາງກລຂອງເຫຼັກເສັ້ນ

ປູນສີມັງງານໂຄງສ້າງ, ປູນສີມັງ ກໍ່ ສາບ ເທ ແລະ ປູນມໍຕາຣ໌ສຳເລັດຮູບ ຕ່າງກັນແນວໃດ?

  ປູນສີມັງສຳລັບງານໂຄງສ້າງ ຈະໃຊ້”ຈະໃຊ້ປູນສີມັງປອຣ໌ຕແລນ”ເປັນວັດຖຸດິບຫຼັກໃນການສ່ວນປະສົມສຳລັບງານກໍ່ສ້າງບ້ານໃໝ່ ຫຼ ອາຄານໂດຍທົ່ວໄປຈະໃຊ້ປູນສີງມັງ ປອຣ໌ຕແລນທຳມະດາ ແຕ່ຫາກມີການເລັ່ງງານກໍ່ສ້າງ ຫຼືມີຄວາມຈຳເປັນຕ້ອງຊ້ອມຄອນກຣີດໂຄງສ້າງບ້ານຈະໃຊ້ປູນສີມັງປອຣ໌ຕແລນໃຫ້ກຳລັງອັດສູງ ສຳລັບບ້ານ ຫຼື ອາຄານທີ່ປຸກສ້າງໄກ້ທະເລ ຄວນໃຊ້ປູນສີມັງປອຣ໌ຕແລນທົນຊັລເຟຕສູງ ເພື່ອບໍ່ໃຫ້ເກືອຊັລເຟຕທຳລາຍເນື້ອຄອນກຣີດ ສ່ວນງານໂຄງສ້າງທີ່ຕອ້ງສຳຜັດກັບດິນ,ນ້ຳ  ຫຼືງານໂຄງສ້າງທີ່ມີຄວາມໜາຫຼາຍເຊັ່ນ ຕໍມໍ ຂະໜາດໃຫຍ່ ຖານຮາກຂະໜາດໃຫຍ່ ຫຼື ກຳແຜງກັນດິນທີ່ມີຄວາມໜາຫຼາຍໆຄວນໃຊ້ປູນສີງມັງປອຣ໌ຕແລນດັດແປງສ່ວນງານໂຄງສ້າງຄອນກຣີດຂະໜາດໃຫຍ່ ຫຼື ຄອນກຣີດຫລາ (Mass Concrete) ເຊັ່ນງານໂຄງສ້າງເຄື່ອນຄວນໃຊ້ປູນສີມັງປອຣ໌ຕແລນ ປະເພດເກີດຄວາມຮ້ອນຕ່ຳ ເພື່ອຫລຸດຄວາມສ່ຽງທີ່ເກີດຈາກການແຕກຫັກຂື້ນ ເນື່ອງຈາກຄວາມຮ້ອນ ໃນການເຮັດປະຕິກິລິຍາຂອງຄອນກຣີດ   ປູນສີມັງສຳລັບງານ ກໍ່ ສາບ ເທ  ຈະເປັນປູນສີມັງທີ່ກຳລັງອັດຕ່ຳກວ່າປູສີມັງປອຣ໌ຕແລນ ຈີ່ງບໍ່ເໝາະກັບງານໂຄງສ້າງທີ່ຕ້ອງຮັບນ້ຳໜັກອາຄານໃນສ່ວນຕ່າງໆ ໂດຍສຳລັບງານກໍ່ ຈະໃຊ້ “ປູນສີມັງປະສົມ (Mixed Cement) ” ເຊີງມີຄຸນສົມບັດໜ່ຽວລື່ນຢືດເກາະ ແລະ ຜນັງໄດ້ດີ ແຫ້ງໂຕພໍ່ເໝາະບໍ່ຢືດໂຕຫຼາຍ ສ່ວນງານສາບນັ້ນຈະໃຊ້ “ປູນສີມັງ Masonry (Masonry Cement)” ເນື່ອງຈາກມີຄຸນສົມບັດພີເສດ ຄືມີຄວາມຫລຽບນຽ່ນສູງ ເນື້ອລະອຽດ ໜ່ຽວລື່ນຢືດເກາະໄດ້ດີ ສາບງ່າຍ ອົມນ້ຳໄດ້ດີ […]

ຄວາມສຳຄັນຂອງຫີນ ສຳລັບງານອຸດສາຫະກຳກໍ່ສ້າງ

  ການປະສົມຄອນກຣີດ ຂະໜາດຂອງຫີນທິີຕ້ອງການ ກໍ່ຈະຕ່າງກັນໄປຕາມຮູບແບບຂອງງານກໍ່ສ້າງທີ່ໄດ້ຮັບ ເຊັ່ນ ງານເທພື້ນທີ່ກວ້າງ ກໍ່ຄວນຈະໃຊ້ເປັນຫີນທີ່ມີຂະໜາດໃຫຍ່ ຢ່າງຫີນ 2 ຫຼື ຫີນ3 ສ່ວນງານເທພື້ນໃນທິ່ເເຄ້ບ ກໍ່ອາດຈະໃຊ້ຫິນທີ່ມີຂະໜາດນ້ອຍ ເຊັ່ນ ຫີນ1 ຫີນ1ພິເສດ ເປັນຕົ້ນ ຄຸນສົມບັດຂອງຫີນທີ່ເຮເຮົາເລືອກໃຊ້ປະສົມຄອນກຣີດ 1.   ມີຄວາມແຂງແກ່ນ 2.   ມີຜີວຂະຣຸຂະລະ ມີແງ່ຫລຽມຄົມ ເພື່ອໃຫ້ຊາຍຫຼື ສີມັງຢືດເກາະໄດ້ຢ່າງໝັ້ນຄົງ 3.   ທົນຕໍ່ຄວາມຮ້ອນ 4.  ມີຂະໜາດພໍ່ເໝາະກັບງານທິ່ໃຊ້ 5. ສະອາດ ປາສະຈາກສິ່ງສົກກະປົກເຈື່ອປົນ   ຫີນ3/4″ ຂະໜາດປະມານ 19 ມມ,​(6-7ຫຸ່ນ)ໃຊ້ໃນງານປະສົມຄອນກຣີດ(ປູນ) ງານຫລໍ່ ແລະ ເທພື້ນຄອນກຣີດ ງານຜິວທາງລາດຍ່າງ ໃຊ້ກັບແພຣນປູນ ແລະ ງານກໍ່ສ້າງທົ່ວໄປ   ຫີນ 3/8″ (ຫີນເກຣ໊ດ)   ຂະໜາດປະມານ 9.5  ມມ. (3 ຫຸ່ນ) ໃຊ້ເປັນສ່ວນປະສົມແອສຟັສຄອນກຣີດ […]

ຊາຍທີ່ໃຊ້ໃນການກໍ່ສ້າງມີທັງໝົດຈັກຊະນິດ ?

 ຊາຍທີ່ໃຊ້ຈະຕ້ອງໄດ້ມາດຕະຖານຜ່ານຂະບວນການຜະລິດ ການກຂັດເກດຫຼາຍຂັ້ນຕອນໄດ້ຄຸນນະພາບ ຕົງຕາມ SPEC ສະອາດ ໄຮ້ສີ່ງເຈື່ອປົນສີສວຍ ແຂງແຮງ ເຊີງຫີນຊາຍທິ່ເຮົາຈຳໜ່າຍເປັນຫີນຊາຍ ຈາກບໍຊາຍ ແລະ ໂຮງໂມ້ຫີນທີ່ຄັດສານເພື່ອຈຳໜາ່ຍ  PLANT ຄອນກຣິດທີ່ມີຂະໜາດພໍເໝາະ ຂະໜາດເມັດຊາຍບໍ່ລະອຽດຫຼືຫຍາບຈົນເກີນໄປ ຊາຍຈະຕ້ອງສະອາດບໍ່ມີເສດດິນຫຼື ຝຸ່ນຜົງເຈື່ອປົນຫຼາຍເກີນໄປ ຫ້າມໃຫ້ຊາຍຈາກທະເລ ຊາຍຫາດນ້ຳເຄັມ ນ້ຳກຣ່ອຍ ໂດຍເດັດຂາດ ເພາະຈະເຮັດໃຫ້ເຫຼັກເສີມໃນໂຄງສ້າງເປັນສະນິມ   ຊາຍຫຍາບ ໃຊ້ໃນການເທປະສົມຄອນກຣີດທົ່ວໆໄປທີ່ຕ້ອງການຮັບນ້ຳໜັກຫຼາຍໆເພາະຊາຍຫຍາບເມັດໃຫຍ່ຈະມີຫລຽມຄົມດີ ເຮັດັໃຫ້ເກາະຕົວສີເຂັ້ັ້ມ   ຊາຍກາງ ໃຊ້ໃນການປະສົມປູນກໍ່ອິດ ແລະ ບໍ່ນິຍົມໃຊ້ໃນການປະສົມຄອນກຣີດທີ່ຮັບນ້ຳໜັກຫຼາຍໆມີສີອ່ອນຫຼາຍກວ່າຊາຍຫຍາບ   ຊາຍລະອຽດ ໃຊ້ສຳລັບປະສົມປູນ ສາບ ແລະ ຕົບແຕ່ງ ບໍ່ນິຍົມໃຊ້ໃນການປະສົມຄອນກຣີດເພາະບໍ່ມີກຳລັງແລະ ບໍ່ມີແງ່ເກາະ

ສະນວນກັນຄວາມຮ້ອນມີປະໂຫຍດແນວໃດ

ບໍລິສັດສະຫວັນຄຳຄອນກຣີດນອກຈາກມີຜະລິດຕະພັນດ້ານແຜ່ນຫລັງຄາເມທັລຊີທຍັງມີຜະລິດຕະພັນອີກຢ່າງໜື່ງທີ່ໜ້າສົນໃຈ ຄືສະນວນກັນຄວາມຮ້ອນ ພີຢູໂຟມ (PU FOAM) ເຊີງສະນວນກັນຄວາມຮ້ອນຄືຕົວຊ່ວຍປ້ອງກັນຄວາມຮ້ອນ ໃຫ້ແກ່ທີ່ພັກອາໃສ່ບ້ານເຮືອນ ອາຄານດ້ວຍການສະທ້ອນຄວາມຮ້ອນຄວບຄູ່ໄປກັບການໃຊ້ສະນວນສູນກາສ ແລະ ຟອງອາກາດໃນອະນູສະນວນເຮັດໜ້າທີ່ປ້ອງກັນການແຜ່ກະຈາຍ ແລະ ຍັງມີວັດສະດຸສະທ້ອນແສງ ທີ່ເປັນອົງປະກອບຜິວ ເຮັດໃຫ້ຊ່ວຍຫລຸດການແຜ່ຫລັງສີໄດ້ດີອີກດ້ວຍ ນອກຈາກຄຸນສົມບັດປ້ອງກັນຄວາມຮ້ອນແລ້ວຍັງມາດປ້ອງກັນສຽງ ໂດຍປ້ອງກັນສຽງຈາກພາຍນອກອາຄານ ລວມທັງສຽງພາຍໃນອາຄານໄດ້ດີອີກດ້ວຍ ສະນວນກັນຄວາມຮ້ອນ ພີອີ ໂຟມ PE FOAM ເປັນລລັກສະນະໂຟມໜ່ຽວ ອ່ອນໜຸ້ມ ແລະ ມີແຜ່ນຟ່ອຍບາງໆ ຫຸ້ມເຄືອບເທີງຜິວໂຟມອີກຊັ້ນໜື່ງໂດຍວັດສະດຸໂຟມ ຈະມີຄຸນສົມບັດຕ້ານຄວາມຮ້ອນ ແລະແຜ່ນຟ່ອຍ ຊ່ວຍສະທ້ອນຄວາມຮ້ອນ ແລະ ປົກປ້ອງແຜ່ນໂຟມຈາກຄວາມຮ້ອນ ຄຸນສົມບັດສະນວນກັນຄວາມຮ້ອນ ພີອີໂຟມ (PE FOAM) ປ້ອງກັນຄວາມຮ້ອນ ຫລຸດອຸ່ນຫະພູມພາຍໃນຫ້ອງ ຊ່ວຍຫລຸດສຽງດັງຈາກຝົນຕົກກະທົບຫລັງຄາ ອາຍຸການໃຊ້ງານຍາວນານ ຊ່ວຍປະຢັດຄ່າໄຟຟ້າ ແລະ ຫລຸດການໃຊ້ພະລັງງານ ປ້ອງກັນຄວາມຮ້ອນບໍ່ໃຫ້ຜ່ານເຂົ້າມາໃນອາຄານ ຊ່ວຍຮັກສາອຸ່ນຫະພຸມໃຫ້ຄົງທີ່ ຊ່ວຍປະຢັດໃນການໃຊ້ໄຟຟ້າ ເຮັດໃຫ້ປະຢັດພະລັງງານ ບໍ່ດູດຊັບຄວາມຊື້ນ ເນື່ອງຈາກເປັນສະນວນທີ່ເປັນໂຄງສ້າງປິດເຮັດໃຫ້ຕ້ານການດູດຊື່ມນ້ຳ ແລະຄວາມຊື້ນ ເຊີງຄວາມຊື້ນຊ່ວຍຫລຸດປະສິດທິພາບ ໃນການປ້ອງກັນຄວາມຮ້ອນຫລຸດລົງ ປອດໄພສຳລັບຜູ້ຢູ່ອາໃສທຸກໄວ ໂດຍຜະລິດຕະພັນທີ່ບໍ່ເປັນຜິດ ສາມາດນຳກັບມາຣີຊາຍເຄີລໄດ້ […]