ເປັນຫຍັງເຫລັກເມທັລຊີທຈື່ງເປັນທີ່ນິຍົມ

ທ່ານເຄີຍສົງໃສກັນຫລືບໍວ່າ ເປັນຫຍັງຫລັງຄາເຫລັກເມທັລຊີທຈື່ງເປັນທີ່ນິຍົມຕິດຕັ້ງ ທັງບ້ານເຮືອນ ຈົນໄປເຖີງບໍລິສັດ ຫ້າງຮ້ານຕ່າງໆ ເປັນຫຍັງບໍ່ໍໃຊ້ຫລັງຄາປະເພດອື່ນ ທີ່ບໍ່ໃຊ້ຫລັງຄາເຫລັກເມທັລຊີທ ແລະຈີ່ງໆແລ້ວຫລັງຄາເຫລັກເມທັລຊີທຄືຫຍັງກັນແທ້ ວັນນີ້ເຮົາມີຄຳຕອບຂອງຄຳຖາມກັນມາຝາກ

 ຂໍ້ດີຂອງຫລັງຄາເຫຼັກເມທັລຊີທ
ຂໍ້ເສຍຂອງຫລັງຄາເຫຼັກເມທັລຊີທ
ສາລະໜ້າຮູ້ກ່ຽວກັນຫລັງຄາເຫຼັກເມທັລຊີທ ທີ່ທ່ານບໍຄວນພາດ

 

ເປັນຫຍງຫລັງຄາດເຫຼັກເມທັລຊີທຈີ່ງເປັນທິ່ນິຍົມ

ກ່ອນທີ່ເຮົາຈະໄປເບີງວ່າ ເປັນຫຍັງຫລັງຄາເມທັລຊີທຈື່ງເປັນທີ່ນິຍົມ ເຮົາຈະພາທຸກຄົນມາທຳຄວາມຮຸ້ຈັກກັບຫລັງຄາເຫລັກເມທັລຊີທ ກັນກ່ອນເລີຍ ສຳລັບ ຫລັງຄາເຫຼັກເມທັລຊີທ (Metal Sheet) ຄືຫລັງຄາເຫຼັກແຜ່ນບ່າງໆ ເຄືອບດ້ວຍສານປ້ອງັກັນສະນີມນຳມາຂື້ນຮູບລອນ ຫລັງຄາເຫຼັກເມທັລຊີທ ສາມາດນຳມາໃຊ້ເປັນແຜ່ນຫລັງຄາ ຫຼືກັ້ນເປັນຜນັງໄດ້ຊື່ງຫລັງຄາເຫຼັກເມທັລຊີທ ມີໂຄງເຫຼັກເປັນຕົວຢືດ ແຕງານກັ້ນຜະນັງສ່ວນໃຫຍ່ຈະເປັນຮູບແບບຜນັງຂອງໂຮງງານ ໃນສ່ວນຂອງງານບ້ານມັກໃຊ້ເປັນງານຫລັງຄາ ໂດຍມີຮູບແບບຫລັງຄາທີ່ໃຊ້ແຜ່ນຫລັງເຫຼັກຫລັງຄາເຫຼັກເມທັລຊີທ ທີ່ນິຍົມໃຊ້ກັນຈະເປັນແຜ່ນຫລັງຄາເຫຼັກຫລັງຄາເຫຼັກເມທັລຊີທຊົງເພີງໝາແຫງນ

 

ຫລັງຄາເຫຼັກເມທັລຊີທ ມີຄຸນສົມບັດທີ່ເຮັດໃຫ້ເປັນທິ່ນິຍົມດັ່ງນີ້

  1. ຫລັງຄາເຫຼັກເມທັລຊີທເຮັດຈາກເຫຼັກ ຈິ່ງເຮັດໃຫ້ມີຄຸນສົມບັດດ້ານຄວາມແຮງແຮງແລະທົນທານຕໍ່ການໃຊ້ງານ
  2. ດ້ວຍວັດຕະກຳການຣີດແຜ່ນເຫຼັກ ຈີ່ງເຮັດໃຫ້ຫລັງຄາເຫຼັກເມທັລຊີທ  ມີນ້ຳໜັັກເຍເບົາ ຊ່ວຍປະຢັດຄ່າໂຄງສ້າງໃນການກໍ່ສ້າງ 25-30%
  3. ດ້ວຍຄວາມທັນສະໃໝຂອງເທ້ກໂນໂລຢີ ຈີ່ງເຮັດໃຫ້ມີຜູ້ຄົ້ນຄິດເທັກນິກການເຄືອບສີຜິວເທີງຫລັງຄາເຫຼັກເມທັລຊີທ ເຮັດໃຫ້ຫລັງຄາເຫຼັກເມທັລຊີທມີສີສັນ ແລະ ຮູບແບບຫຼາກຫຼາຍໃຫ້ເລືອກ ຫລັງຄາເຫລັກເມທັລຊີທຈະມີຄວາມສວຍງາມຄົງທົນຕະລອດອາຍຸການໃຊ້ງານ
  4. ຫລັງຄາເຫຼັກເມທັລຊີທ ສາມາດຜະລິດໄດ້ຕາມຄວາມຍາວທີ່ຕ້ອງການ ຈື່ງສາມາດຫລຸດບັນຫາການຮົ່ວຊື່ມຈາກນ້ຳໄດ້
  5. ຫລັງຄາເຫຼັກເມທັລຊີທ ຍັງສາມາດຕິຕັ້ງງ່າຍ ແລະປະຢັດເວລາໃນການຕິດຕັ້ງໄດ້ຫຼາຍ
  6.  ຫລັງຄາເຫຼັກເມທັລຊີທມີລາຄາຖືກ ແລະມີຄ່າໃຊຈ່າຍໃນການຕິດຕັ້ງຕ່ຳ ຫລັງຄາເຫຼັກເມທັລຊີທ ຍັງສາມາດຫລຸດຄ່າໃຊ້ຈ່າຍໃນການບຳລຸງຮັກສາໄດ້
  7. ຫລັງຄາເຫຼັກເມທັລຊີທ ສາມາດເຮັດຫລັງຄາໂຄ້ງໄດ້ຕາມຄຄວາມຕ້ອງການ
  8. ຫລັງຄາເຫຼັກເມທັລຊີທ ໄລຍະແປຫ່າງໄດ້ເຖີງ 1.50 ແມ້ດ ແລະສາມາດເຮັດ SLOPE ໄດ້ນ້ອຍກວ່າປະມານ 3 ອົງສາ
  9.  ຫລັງຄາເຫຼັກເມທັລຊີທ ຍັງສາມາດຍັງສາມາດນຳມາດັດແປງເປັນອື່ນໆໄດ້ງ່າຍ ເຊັ່ນ ກຳແພງ ຜນັງບ້ານ ແລະ ກັນສາດ ເປັນຕົ້ນ

ເປັນຫຍັງຫລັງຄາເຫຼັກເມທັລຊີທຈຶ່ງເປັນທີ່ນິຍົມກັນ ທ່ານຈະເຫັນໄດ້ວ່າຫລັງຄາເຫຼັກເມທັລຊີທມີຄຸນສົມບັດ ສຳຄັນຫຼາຍປະກາສທີ່ເໝາະຕໍ່າການທຳງານ ແລະ ໃຊ້ງານດ້ວຍເຫດທີ່ກ່າວມາທັງໝົດນີ້ ຫລັງຄາເຫຼັກເມທັລຊີທຈື່ງເປັນທີ່ນິຍົມຂອງທຸກຄົນ ແລະ ເໝາະແກ່ການໃຊ້ງານໃນຫຼາຍຮູບແບບ

Leave a Reply

Your email address will not be published. Required fields are marked *