ຫລັງຄາເມທັລຊີທຄືຫຍັງ

ຫາກເວົ້າເຖີງການສ້າງບ້ານຫຼາຍຄົນອາດຈະຄິດເຖີງການລົງທິນເສົາເຂັມ ການເຮັດພື້ນ ຫຼື  ໂຄງສ້າງບ້ານແມ່ນບໍ ແຕ່ທ່ານລືມໄປຫຼີບໍ ວ່າບ້ານແຕ່ລະຫລັງຈຳເປັນຕ້ອງມີຫລັງຄາບ້ານເຊັນກັນ ເຊີງຫລັງຄາບ້ານໃນປະຈຸບັນ ມີໃຫ້ທ່ານເລືອກຫຼາຍແບບ ບໍ່ວ່າຈະເປັນຫລັງຄາໄມ້ ຫລັງຄາກະເບື້ອງເປັນຕົ້ນ ນອກຈາກທີ່ກາວໄປຍັງມີຫລັງທີ່ນິຍົມອີກໜື່ງຊະນິດນັ້ນກໍ່ຄື ຫລັງຄາເມທັລຊີທ  ແລ້ວຫລັງຄາເມທັລຊີທຈີງຄືຫຍັງ ເຮົາມາຫາຄຳຕອບກັນເລີຍວ່າ “ຫລັງຄາເມທັລຊີທຄືຫຍັງ”

 ຂໍ້ດີຂອງຫລັງຄາເຫລັກເມທັລຊີທ
 ຂໍ້ເສຍຂອງຫລັງຄາເຫລັກເມທັລຊີທ
ສາລະໜ້າຮູ້ກ່ຽວກັບຫລັງຄາເຫລັກເມທັລຊີທທີ່ທ່ານບໍ່ຄວນພາດ

 

ຫລັງຄາເມທັລຄືຫຍັງ

ຫລັງຄາເມທັລຊີທ (Metal Sheet) ຄືຫລັງຄາເຫລັແຜ່ນບາງເຄືອບດ້ວຍສານປ້ອງັກັນສະນີມນຳມາຂື້ນຮູບລອນ ຫລັງຄາເມທັລຊີທ ສາມາດນຳໃຊ້ເປັນແຜ່ນຫລັງຄາຫລືກັ້ນເປັນຜນັງໄດ້ ຊີງຫລັງຄາເມທັລຊີທ ມີໂຄງເຫລັກເປັນຕົວຢືດ ແຕ່ງານກັ້ນຜນັງສ່ວນໃຫຍ່ຈະເປັນຮູບແບບຜນັງຂອງໂຮງງານໃນສ່ວນຂອງງານບ້ານມັກໃຊ້ເປັນງານຫລັງຄາໂດຍຮູບແບບແຜ່ນຫລັງຄາທິ່ໃຊ້ແຜ່ນເຫລ້ກເມທັລຊີທ ທີ່ນິຍົມໃຊ້ກັນຈະເປັນຫລັງຄາເມທັລຊີທ ຊົງເພີງໝາແຫງນ

 

ປະເພດລອນຫລັງຄາເມທັລຊີທ

  • ຫລັງຄາເມທັລຊີທ ລອນມາດຕະຖານ
    ແຜ່ນຫລັງຄາເມທັລຊີທຖືກຣີດລອນ ແລະ ເຄືອບອາລູຊີງທີ່ມີຮູບລອນ ທີ່ອອກແບບໃຫ້ມີຄວາມກວ້າງ ແຜ່ນຫັກຊ້ອນທັບບໍ່ຕຳກວ່າ 760 ມມ, ມີ 5 ສັນລອນ ຄວາມສູງລອນ 24 ມມ. ທ້ອງລອນມີສັນ 2 ເສັ້ນ  ເພື່ອເພີ່ມຄວາມແຂງແຮງຂອງແຜ່ນຫລັງຄາເຫຼັກແຜ່ນລອນນີ້ຈະຖືກເອີ້ນວ່າແຜ່ນລອນເມທັລຊີທລອນຄູ່ ຫລັງຄາເມທັລຊີທ  ລອນມາດຕະຖານເໝາະກັບການປູເປັນຫລັງຄາບ້ານ ຫລັງຄາຮ້ານ ຫລັງຄາບັງແດດ ເປັນຕົ້ນ
  • ຫລັງຄາເມທັລຊີທ ລອນນິຍົມ
    ແຜ່ນຫລັງຄາເມທັລຊີທຖືກຣີດລອນ ແລະ ເຄືອບອາລຸຊີງທີ່ມີຮູບລອນທີ່ຖືກອອກແບບໃຫ້ມີຄວາມກວ້າງ ແຜ່ນຫັກຊ້ອນທັບບໍ່ຕ່ຳກວ່າ 760 ມມ. ມີ 5 ສັນລອນ ຄວາມສູງລອນ 24 ມມ. ທ້ອງລອນມີສັນເພື່ອຊ່ວຍເລັງການໄຫລຂອງນ້ຳ ທີ່ບໍລິເວນທ້ອງລອນ ຫລັງຄຄາເມທັລຊີທລອນນິຍົມ ເໝາະກັບການປູເປັນຫລັງຄາບ້ານ ຫລັງຄາກັນຝົນເປັນຕົ້ນ
  • ຫລັງຄາເມທັລຊີທ ລອນພາເນລຣີບ
    ລອນຕື້ນໆ ເບີງລ້ຽບໆ ສະເປັກນີ້ສ່ວນໃຫຍ່ ຈະເອົາໄວ້ເຮັດຜນັງກັນຫ້ອງ ຫຼືເພດານພາຍນອກ ແລະ ພາຍໃນຫຼາຍກວ່າເອົາໄປມຸງຫລັງຄາ ຫລັງຄາເມທັລຊີທ  ລອນພາເນລຣີບ ເໝາະກັບການປູເປັນຫລັງຄາບ້ານ ຫລັງຄາຮ້ານຄ້າ ຫລັງຄາບັງແດດເປັນຕົ້ນ
  • ຫລັງຄາເມທັລຊີທ ລອນສະເປນ
    ແຜ່ນເມທັລຖູກຣີດລອນ ແລະ ເຄືອບອາລູຊີງ ທີ່ມິຮູບລອນໂຄ້ງມົນເປັນຮູບແບບທີ່ເຮັດໃຫ້ເບີງມີຄວາມນຸ້ມນວນ ເປັນລອນທີ່ອອກແບບໃຫ້ຄືກັບກະເບື້ອງຫລັງຄາເໝາະກັບການປູຫລັງຄາບ້ານ ຫລັງຄາຮ້ານຄ້າ ຫລັງຄາບັງແດດເປັນຕົ້ນ

Leave a Reply

Your email address will not be published. Required fields are marked *