ແຜ່ນຫລັງຄາເມທັລຊີທຄືຫຍັງ
ແຜ່ນຫລັງຄາເມທັລຊີທ (Metal Sheet) ຄືແຜ່ນເຫລ້ກທີ່ຜາ່ນ ວິທີການຊູບຮ້ອນເຄືອບສານກັນສະນີມ ທີ່ມີສ່ວນປະສົມຂອງອາລູມິນຽມ ແລະສັງກະສີ (Alu – Zinc ຫຼື AZ) ເຊີງມີຄຸນສົມບັດປ້ອງກັນການເກີດສະນີມ ແລະ ທົນຄວາມຮ້ອນໄດ້ດີ ມີທັງແບບເຄືອບອາລຸຊີງທຳມະດາ ແລະ ແບບເຄືອບສີ ເພື່ອຄວາມສວຍງາມຂອງແຜ່ນຫລັງຄາເມທັລຊີທ
ແຜ່ນຫລັງຄາເມທັລຊີທ (Metal Sheet) ມີຫຼາຍຮູປລອນໃຫ້ເລືອກຕາມຄວາມຕ້ອງການ ຂອງຜູ້ໃຊ້ງານສາມາດຜະລິດໄດ້ທັງແຜ່ນຊື ແລະແຜ່ນຕັດໂຄ້ງໃຫ້ເລືອກທັງລະບົບຍິງສະກູຣ (Bolt System) ແລະ ລະບົບກົດລ້ອກ (Bolt-less System ) ນິຍົມໃຊ້ ເຮັດເປັນແຜ່ນຫລັງຄາ ແລະຜະນັງ ທັງອຸດສາຫະກຳການກໍ່ສ້າງ, ບານພັກອາໃສ, ໂຮງລົດ, ໂຮງອາຫານ
ແຜ່ນຫລັງຄາເມທັລຊີທມີຂໍ້ດີແນວໃດ
- ແຜ່ນຫລັງຄາເມທັລຊີທ ສະທ້ອນຄວາມຮ້ອນ ແລະຄາຍຄວາມຮ້ອນໄດ້ດີ
- ແຜ່ນຫລັງຄາເມທັລຊີທ ບໍ່ມີສະນີມ ເນື່ອງຈາກມີສານເຄືອບອາລູຊີງ ເຮັດໃຫ້ອາຍຸການໃຊ້ງານຫຼາຍກວ່າ 10 ປີ
- ແຜ່ນຫລັງຄາເມທັລຊີທ ສາມາດຜະລິດໄດ້ຕາມຄວາມຍາວທີ່ຕ້ອງການ ຈີ່ງບໍ່ໄດ້ຕັດຕໍ່ແຜ່ນ
- ແຜ່ນຫລັງຄາເມທັລຊີທ ບໍ່ມີບັນຫາເລື່ອງການແຕກຫັກ
- ແຜ່ນຫລັງຄາເມທັລຊີທ ສາມາດຕິດຕັ້ງໄດ້ທັງແປເຫຼັກ ແລະ ແປໄມ້
ແຜ່ນຫລັງຄາເມທັລຊີທມີຂໍ້ເສຍແນວໃດ
- ແຜ່ນຫລັງຄາເມທັລຊີທ ມີລາຄາຄ່ອນຂ້າງສູງ ທັງນີ້ຂື້ນຢູ່ກັບເກດຂອງແຜ່ນເມທັລຊີທ ດ້ວຍກັນ ຖ້າເປັນແຜ່ນເມທັລຊີທເກດດີ ລາຄາຈະສູງ ແຕ່ມີຄວາມຄົງທົນ ແລະ ໃຊ້ງານທີ່ຍາວນານກວ່າເກດຕ່ຳກວ່າ ແລະທົນການຜຸກຣ່ອນໄດ້ຫຼາຍກວ່າ ແຜ່ນເມທັລຊີດເກດຕ່ຳ
- ແຜ່ນຫລັງຄາເມທັລຊີທ ຈະມີສຽງດັງໃນລະດັບໜື່ງຂະນະຝົນຕົກ ແຕ່ກໍ່ມີການປ້ອງກັນ ແລະ ຫລຸດສຽງຕໍ່ການຕິດສະນວນກັນຄວາມຮ້ອນ ພີຢູ ໂຟມ ແລະ ພີອີ ໂຟມ ຈະຊ່ວຍຫລົດສຽງໄດ້ເປັນຢ່າງດີ
- ແຜ່ນຫລັງເມທັລຊີທ ຖ້າເກີດການຊຳລຸດ ຜຸກຣ່ອນ ທະລຸ ຕ້ອງທຳການປ່ຽນແຜ່ນໃໝ່ຢ່າງດຽວ