ວິທີມຸງຫລັງຄາເມທັລຊີທ
ວິທີການຕິດຕັ້ງແຜ່ນຫລັງຄາ
- ວາງແຜ່ນຫລັງຄາແຜ່ນທຳອິດໂດຍໃຫ້ລອນໂຕຜູ້ ຕິດຢູ່ຕິດໜ້າຈົ່ວພ້ອມແຊ້ກປາຍແຜ່ນຫລັງຄາໃຫ້ຍື່ນໄປໃນແນວຮາງນ້ຳຢ່າງເໝາະສົມ
2. ໃຫ້ຢືດສະກລູທຸກໆສົ້ນລອນບໍລິເວນແປປາຍ ແລະແປດຽວ ສ່ວນແປກາງ ຢືດສົ້ນລອນເວັ້ນສົ້ນລອນ
3. ວາງແຜ່ນຫລັງຄາແຜ່ນທີ່ 2 ໂດຍໃຫ້ລອນໂຕຜູ້ຊ້ອນທັບລອນໂຕເມຍຂອງແຜ່ນທຳອິດ
4. ໃຊ້ຄີມໜີ້ບບໍລິເວນຊ້ອນທັບແຜ່ນ ເພື່ອຄວາມແໜ້ນໜ່າຂອງການຢືດສະກລູ ທັງຫົວແຜ່ນ ແລະປາຍແຜ່ນ
5. ເຮັດການຢືດສະກລູບໍລິເວນຊ້ອນທັບກັນທຸກສົ້ນລອນ
6. ຄວນເຊ໊ກແນວລະດັບ ທຸກໆກາຕິດຕັ້ງແຜ່ນຫລັງຄາໄປໄດ້ປະມານ 10 ແຜ່ນ
ວິທີການຕິດຕັ້ງແຜ່ນຄອບຂ້າງ
- ເລີ່ມຕິດຕັ້ງແຜ່ນຄອບຂ້າງຈາກປາຍແຜ່ນກ່ອນ ໂດຍຢືດສະກລູທຸກໄລຍະ 50ຊມ.
2. ຢືດສະກລູແຜ່ນປິດຄອບດ້ານມຸມ ກັບແປ ທຸກໄລຍະ 50 ຊມ.
3. ວາງແຜ່ນທີ່ 2 ຊ້ອນທັບກັບແຜ່ນທຳອິດ ໂດຍຕ້ອງວາງຊ້ອນໂດຍໄລຍຊ້ອນທັບ ຢ່າງຕ່ຳ 10 ຊມ.
4. ຢືດສະກຣູບໍລິເວນຊ້ອນທັບ
5. ຢ່າລືມຢືດສະກລູໂຕສຸດທ້າຍທີ່ຍອດຈົ່ວ
ວິທີການຕິດແຜ່ນຄອບຈົ່ວ
- ຖ້າຕ້ອງການພັບຫົວແຜ່ນຂື້ນ ໃຫ້ຜົບຫົວແຜ່ນຫລັງຄາຂື້ນທັງສອງດ້ານ ດ້ວຍເຄື່ອງມືຫຼືຄີມຕັດເຫຼັກ
2. ຕິດຕັ້ງແຜ່ນຄອບຈົ່ວແຜ່ນທຳອິດ ໂດຍວາງຕ່ຳແໜ່ງໃຫ້ໄດ້ແນວລະດັບ
3. ໃຊ້ກກາຣໄກຕັດເຫຼັກ ບາກດ້ານຂ້າງແຜ່ນປິດຄອບໃຫ້ໄດ້ຮູບຮອຍຕັດທຕາມສອນລອນຫລັງຄາ
4. ຢືດສະກລູບໍລິເວນສັນລອນ ເວັ້ນສັນລອນ
5. ຕັດປາຍຄອບຈົ່ວສ່ວນເກີນ
ຂໍ້ແນະນຳໃນການຕິດຕັ້ງແຜ່ນປິດຄອບ
- ທຳຄວາມສະອາດແຜ່ນບໍລິເວນທີ່ຈະຊີທຊິລິໂຄນໃຫ້ສະອາດທັງ 2 ສ່ວນແຜ່ນທີ່ຈະຊ້ອນທັບກັນ
2. ຊີທຊິລີໂຄນຕາມແນວຊ້ອນທັບໃຫ້ທົ່ວ ທັງແຜ່ນດ້ານລຸ່ມແລະແຜ່ນດ້ານເທີງ
3. ຢືດສະກລູບໍລິເວນຊ້ອນທັບ
