ຄອນກຣີດປະສົມສຳເລັດ Ready Mixed Concrete
ຄອນກີດປະສົມສຳເລັດ SCC ໜື່ງໃນຜະລິດຕະພັນຄອນກຣີດທີ່ໄດ້ຮັບການໄວ້ວາງໃຈໃນຄຸນນະພາບ ແລະ ຄວາມວອງໄວທ່ຽງຕົງໃນການຈັດສົ່ງ ຈາກໜ່ວຍງານພາກລັດ ແລະລໍລິສັດກໍ່ສ້າງເອກະຊົນຊັ້ນນຳລະດັບປະເທດ ເຊີງເປັນຜົນມາຈາກຄວາມທຸ່ມເທໃນການວິໃຈພັດທະນາຢ່າງຕໍ່ເນື່ອງ ເພື່ອຍົກລະດັບມາດຕະຖານການຜະລິດ ຄຸນນະພາບຜະລິດຕະພັນ ແລະ ການບໍ່ລິການໃຫ້ສ້າງຄວາມເພີ່ງພໍໃຈສູງສຸດແກ່ລູກຄ້າ ຈົນວັນນີ້ຄອນກຣີດປະສົມສຳເລັດ SCC ມີຫຼາກຫຼາຍຊະນິດ ສຳລັບງານກໍ່ສ້າງທຸກປະເພດ ທຸກຂະໜາດ ແລະ ມີພື້ນທີ່ໃຫ້ບໍລິການ ແລະ ຄວບຄຸ່ມ ທັງໃນນະຄອນຫຼວງວຽງຈັນ ແລະ ພື້ນທີ່ໄກ້ຄຽງ
ມີເທັກໂນໂລຢີຄອນກຣີດປະສົມສຳເລັດຫຼາຍປະເພດ ເພື່ອຮອງຮັບທັງງານກໍ່ສ້າງທົ່ວໄປ ແລະ ງານກໍ່ສ້າງສະເພາະດ້ານທີ່ຕ້ອງການຄອນກຣີດປະສົມສຳເລັດຄຸນສົມບັດພິເສດເຊັ່ນ:
- ຄອນກຣີດປັບລະດັບຕົວເອງ (Self Leveling Concrete) ສຳລັບງານຊ່ອມແຊ່ມພື້ນຜິວ
- ຄອນກຣີດຄວາມຮ້ອນຕ່ຳ (Low Heat Concrete) ສຳລັບງານຄອນກຣີດທີ່ເທພ້ອມກັນເປັນປະລິມານຫຼາຍ
- ແລະລ້າສຸດຄອນກຣີດກຳລັງອັດແຮງສູງພິເສດ (Extra High Strength Concrete) ສຳລັບງານໂຄງສ້າງຮັບແຮງອັດ ອາທິ ເສົາ ຄານ ຖານຮາກ ປລ່ອງລີຟທ໌
ຄອນກຣີດປະສົມສຳເລັດ SCC ສາມາດຜະລິດ ແລະຈຳໜ່າຍຄອນກຣີດປະສົມສຳເລັດຕາມຄ່າກຳລັງອັດ (Strength) ໄດ້ຕາມຕ້ອງການຕັ້ງແຕ່ 180 KSC ໄປຈົນເຖີງ 450 KSC ລວມທັງຄ່າຍຸບຕົວ (Slump) ທີ່ເໝາະສົມກັບງານກໍ່ສ້າງ ທາງບໍລິສັດຍັງມີທີມງານຜູ້ຊຽວຊານຄອຍໃຫ້ຄຳປຶກສາແລະມີບໍລິການຈັດສົ່ງໃນນະຄອນຫຼວງວຽງຈັນ ແລະ ພື້ນທີ່ໄກ້ຄຽງ
ຂໍ້ມູນດ້ານເທັກນິກຂອງຄອນກຣີດປະສົມສຳເລັດ
- มีค่ากำลังอัด (Strength) ให้เลือกตั้งแต่ 180 – 450 KSC (ຊົງລູກບາສກ໌ 15 ຊັງຕີແມັດ)
- ມີຄ່າຍຸບໂຕ(Slump) ຂື້ນຢູ່ກັບການໃຊ້ງານ ຕັ້ງແຕ່ 0 – 12.5 ຊັງຕີແມັດ
- ຄອນກຣີດປະສົມສຳເລັດປະລິດຕາມມາດຕະຖານ ມອກ. 213-2552
- ສາມາດໃສ່ສານປະສົມເພີ່ມທີ່ມີຄຸນສົມບັດໃນການຫລຸດນ້ຳ ແລະ ຫນ່ວງການກໍ່ຕົວຂອງຄອນກຣີດ ໃຫ້ເໝາະສົມກັບໜ້າງານ ເພື່ອ ເພີ່ມຄວາມສາມາດໃນການເທຄອນກຣີດໄດ້ດີຂື້້ນ ແລະ ວອງໄວຍິງຂື້ນ
ຂອງດີຂອງຄອນກຣິດປະສົມສຳເລັດຈາກ ບໍລິສັດ ສະຫວັນຄຳຄອນກຣີດ(SCC)
- ບໍລິສັດ ສະຫວັນຄຳຄອນກຣີດຈຳກັດ ຫຼື SCC ມິຄອນກຣີດປະສົມສຳເລັດໃຫ້ເລືອກ 3 ປະເພດ ໄດ້ແກ່ຄອນກຣີດປະສົມນ້ຳຢາກັນຊືມ ຄອນກຣີດສຳລັບງານປ້ຳ ແລະ ຄອນກຣີດແຂງຕົວໄວ ເຊີງຄວບຄຸມການໃຊ້ງານທີ່ຫຼາກຫຼາຍ
- ຄອນກຣີດປະສົມສຳເລັດຈາກບໍລິສັດ ເປັນຄອນກຣີດສຳເລັດຮູບທີ່ໄດ້ມາດຕະຖານ ເພາະຜະລິດຈາກປູນຊີມັງຄຸນະພາບສູງ ແລະ ໃຊ້ຂະບວນການຜະລິດທີ່ມີແບບແຜນ ແລະໃຊສ່ວນປະສົມຕົງຕາມມາດຖານ
- ລູກຄ້າສາມາດເລືອກແຮງອັດ ແລະ ຄ່າຍຸບຕົວຂອງຄອນກຣີດ ໄດ້ຕາມລັກສະນະງານກໍ່ສ້າງ ໂດຍມີທີມເຊີວິດ ອັນປະກອບໄປດ້ວຍຜູ້ຊຽວຊານ ແລະວິຊາວະກອນທາງເທັກນິກ ທີ່ຄ່ອຍໃຫ້ຄຳປຶກສາ ຕະລອດຂະບວນການ
- ຄອນກຣີດປະສົມສຳເລັດຈາກທາງບໍລິສັດຯ ເປັນຜະລິດຕະພັນທີ່ມີຄຸນນະພາບ ແລະ ຈຳໜ່າຍດ້ວຍລາຄາຍຸດຕິທຳ ສາມາດໃຫ້ບໍລິການຈັດສົ່ງໃນພື້ນທີ່ ນະຄອນຫຼວງວຽງຈັນ ແລະພື້ນທີ່ໄກ້ຄຽງໄດ້ຢ່າງວອງໄວ
ບໍລິສັດຯ ໃຫ້ຄວາມສຳຄັນເລື່ອງຄຸນນະພາບຄອນກຣີດທີ່ໄດ້ມາດຕະຖານ ແລະກວດສອບໄດ້ ນອກຈາກການຄັດສານວັດຖຸດິບຄຸນນະພາບ ແລະ ຄວບຄຸມການຜະລິດທຸກຂັ້ນຕອນດ້ວຍວິຊາວະກອນຜູ້ຊຽວຊານ ພາຍໄຕ້ການຜະລິດດ້ວຍເຄື່ອງຈັກທີ່ທັນສະໄຫມ ຜະລິດຕະພັນຄອນກຣີດປະສົມສຳດເລັດ
ລົດປະສົມຄອນກຣີດທຸກຄັນຂອງບໍລິສັດຯ ມີການຕິດຕັ້ງລະບົບ GPS (Global Positioning System) ກວດສອບເສັ້ນທາງການເດີນທາງຂອງລົດເພື່ອປ້ອງກັນເລື່ອງບັນຫາຄອນກຣີດຂາດ