ຊາຍທີ່ໃຊ້ຈະຕ້ອງໄດ້ມາດຕະຖານຜ່ານຂະບວນການຜະລິດ ການກຂັດເກດຫຼາຍຂັ້ນຕອນໄດ້ຄຸນນະພາບ ຕົງຕາມ SPEC ສະອາດ ໄຮ້ສີ່ງເຈື່ອປົນສີສວຍ ແຂງແຮງ ເຊີງຫີນຊາຍທິ່ເຮົາຈຳໜ່າຍເປັນຫີນຊາຍ ຈາກບໍຊາຍ ແລະ ໂຮງໂມ້ຫີນທີ່ຄັດສານເພື່ອຈຳໜາ່ຍ PLANT ຄອນກຣິດທີ່ມີຂະໜາດພໍເໝາະ ຂະໜາດເມັດຊາຍບໍ່ລະອຽດຫຼືຫຍາບຈົນເກີນໄປ ຊາຍຈະຕ້ອງສະອາດບໍ່ມີເສດດິນຫຼື ຝຸ່ນຜົງເຈື່ອປົນຫຼາຍເກີນໄປ ຫ້າມໃຫ້ຊາຍຈາກທະເລ ຊາຍຫາດນ້ຳເຄັມ ນ້ຳກຣ່ອຍ ໂດຍເດັດຂາດ ເພາະຈະເຮັດໃຫ້ເຫຼັກເສີມໃນໂຄງສ້າງເປັນສະນິມ
ຊາຍຫຍາບ
ໃຊ້ໃນການເທປະສົມຄອນກຣີດທົ່ວໆໄປທີ່ຕ້ອງການຮັບນ້ຳໜັກຫຼາຍໆເພາະຊາຍຫຍາບເມັດໃຫຍ່ຈະມີຫລຽມຄົມດີ ເຮັດັໃຫ້ເກາະຕົວສີເຂັ້ັ້ມ
ຊາຍກາງ
ໃຊ້ໃນການປະສົມປູນກໍ່ອິດ ແລະ ບໍ່ນິຍົມໃຊ້ໃນການປະສົມຄອນກຣີດທີ່ຮັບນ້ຳໜັກຫຼາຍໆມີສີອ່ອນຫຼາຍກວ່າຊາຍຫຍາບ
ຊາຍລະອຽດ
ໃຊ້ສຳລັບປະສົມປູນ ສາບ ແລະ ຕົບແຕ່ງ ບໍ່ນິຍົມໃຊ້ໃນການປະສົມຄອນກຣີດເພາະບໍ່ມີກຳລັງແລະ ບໍ່ມີແງ່ເກາະ