ຄວາມສຳຄັນຂອງຫີນ ສຳລັບງານອຸດສາຫະກຳກໍ່ສ້າງ

 

ການປະສົມຄອນກຣີດ ຂະໜາດຂອງຫີນທິີຕ້ອງການ ກໍ່ຈະຕ່າງກັນໄປຕາມຮູບແບບຂອງງານກໍ່ສ້າງທີ່ໄດ້ຮັບ ເຊັ່ນ ງານເທພື້ນທີ່ກວ້າງ ກໍ່ຄວນຈະໃຊ້ເປັນຫີນທີ່ມີຂະໜາດໃຫຍ່ ຢ່າງຫີນ 2 ຫຼື ຫີນ3 ສ່ວນງານເທພື້ນໃນທິ່ເເຄ້ບ ກໍ່ອາດຈະໃຊ້ຫິນທີ່ມີຂະໜາດນ້ອຍ ເຊັ່ນ ຫີນ1 ຫີນ1ພິເສດ ເປັນຕົ້ນ

ຄຸນສົມບັດຂອງຫີນທີ່ເຮເຮົາເລືອກໃຊ້ປະສົມຄອນກຣີດ

1.   ມີຄວາມແຂງແກ່ນ

2.   ມີຜີວຂະຣຸຂະລະ ມີແງ່ຫລຽມຄົມ ເພື່ອໃຫ້ຊາຍຫຼື ສີມັງຢືດເກາະໄດ້ຢ່າງໝັ້ນຄົງ

3.   ທົນຕໍ່ຄວາມຮ້ອນ

4.  ມີຂະໜາດພໍ່ເໝາະກັບງານທິ່ໃຊ້

5. ສະອາດ ປາສະຈາກສິ່ງສົກກະປົກເຈື່ອປົນ

 

ຫີນ3/4″

ຂະໜາດປະມານ 19 ມມ,​(6-7ຫຸ່ນ)ໃຊ້ໃນງານປະສົມຄອນກຣີດ(ປູນ) ງານຫລໍ່ ແລະ ເທພື້ນຄອນກຣີດ ງານຜິວທາງລາດຍ່າງ ໃຊ້ກັບແພຣນປູນ ແລະ ງານກໍ່ສ້າງທົ່ວໄປ

 

ຫີນ 3/8″ (ຫີນເກຣ໊ດ)

  ຂະໜາດປະມານ 9.5  ມມ. (3 ຫຸ່ນ) ໃຊ້ເປັນສ່ວນປະສົມແອສຟັສຄອນກຣີດ ງານກໍ່ທໍ່ລະບາຍນ້ຳ ຖັງບໍ່ເກຣະ ງານຕົກແຕ່ງທາງເທ້າ ປູພື້ນ ສ່ວນໃຫຍ່ປະສົມປູນ ງານຜິວມທາງລາດຍ່າງ

ຫີນ 2 ພິເສດ

 ຂະໜາດປະມານ 25 ມມ. (1 ນີ້ວ) ໃຊ້ສຳລັບເທຄານ ເທໂຄງສ້າງທີ່ຕ້ອງການໃຊ້ຄວາມແຮງສູງ ງານຫລໍຄອນກຣີດ ແລະ ເສົາເຂັມ ເທພື້ນຄອນກຣີດ ພື້ນໂກດັງ ແລະ ພື້ນໂຮງງານ ປະສົມປູນ ງານຖະໜົນຄອນກຣີດ ຮ່ວມທັງງານກໍ່ສ້າງອື່ນໆ

ຫີນຄລຸກສເປກ

 ຫິນຂະໜາດແຕກຕ່າງກັນ ມາປະສົມກັນ ປະສົມກັນລະຫວ່າງຫີນ 3/4 ຫີນ 2 ພິເສດ ແລະ ເສດຫີນຕ່າງໆ ເປັນຊັ້ນພື້ນງານທາງຖະໜົນ ຖົມທີ່ ທັງຍັງສາມາດໃຊ້ຖົມຮ່ວມກັບຫີນລູກຣັງໄດ້ ໂດຍເມື່ອບົດອັດ ຈະເຮັດໃຫ້ພື້ນຜິວນັ້ນແໜ້ນ  ແລະ ແຂງແຮງກວ່າດິນລູກຣັງ”

Leave a Reply

Your email address will not be published. Required fields are marked *