ສານເຄມີປະສົມເພີ່ມ ສຳລັບຄອນກຣີດ
ສານປະສົມເພີ່ມໄດ້ຈາກທຳມະຊາດ ຫຼື ຜະລິດຈາກກຣຣມວິທີສັງເຄາະທາງເຄມີ ໂດຍສານປະສົມເພີ່ມ ຈະໃຫ້ປະສົມເພີ່ມລົງໄປ ໃນສ່ວນປະສົມຄອນກຣີດ ກ່ອນປະສົມ ຫຼື ຄະນະປະສົມ ເພື່ອປັບປຸງຄຸນສົມບັດບາງປະການຂອງຄອນກຣິດ ທີ່ມັກນິຍົມນຳມາໃຊ້ທີ່ປະເທດໄທຍ ແລະ ສປປ. ລາວໄດ້ແກ່ສານກັກກະຈານຟອງອາກາດ ສານລົດນ້ຳ ແລະ ນ່ວງການກໍ່ຕົວ, ສານເລັ່ງການກໍ່ຕົວ
1.ສານກັກກະຈາຍຟອງອາກາດ (Air-Entraining Admixture)
ສານກັກກະຈາຍຟອງອາກາດເປັນສານເຄມີຊະນິດນ້ຳ ທີ່ຈະໃຊ້ໃສ່ລະຫວ່າງການປະສົມຄອນກຣີດ ມີໜ້າທີ່ສ້າງຟອງອາກາດທີ່ມີຂະໜາດນ້ອຍຫຼາຍກະຈາຍ ແລະ ຄົງຕົວຢູ່ຈື່ງເອີ້ນວ່າຟອງອາກາດທິ່ຖືກກັກກະຈາຍ (Entrained Air) ເມື່ອຖືກປະສົມກັບຄອນກຣີດແລ້ວຟອງອາກາດເຫຼົ່ານີ້ຈະຊ່ວຍປັບປຸງຄວາມສາມາດຂອງຄອນກຣີດໃຫ້ມີຄວາມທົນທານຕໍ່ສະພາວະ ທີ່ນ້ຳກາຍເປັນນ້ຳແຂງ ແລະ ລະລາຍສະລັບກັນ(Freezing and Thawing) ແລະເກືອທີ່ໃຊ້ລະລາຍນ້ຳແຂງ (Deicing Salt) ເມື່ອຄອນກຣີດຍັງຢູ່ໃນສະພາຫວະພຣາສຕິກ ສານກັກກະຈາຍຟອງອາກາດຈະຊ່ວຍເພີ່ມຄວາມສາມາດໃນການເທໄດ້ອີກ ທັງຍັງຊ່ວຍຫລຸດການເຍີ້ມ (Bleeding) ແລະ ການແຍກຕົວ(Segregation) ຂອງຄອນກຣີດອີກດ້ວຍ
2.ສານຫລຸດນ້ຳ (Water Reducers)
ສານຫລຸດນ້ຳຖືກນ້ຳມາໃຊ້ໃນສອງວັດຖຸປະສົງຫລັກໃນງານຄອນກຣີດ ຄື:
-ໃຊ້ຫລຸນ້ຳໃນສ່ວນປະສົມຄອນກຣີດ ໂດຍທີ່ຍັງໄດ້ຄ່າຍຸບຕົວທີ່ເທົ່າເດີມ ເຮັດໃຫ່ຄອນກຣີດມີກຳລັງອັດເພີ່ມຂື້ນ
– ໄດ້ຮັບຄ່າຍຸບຕົວທີ່ເພີ່ມຂື້ນ ໂດຍບໍ່ຕ້ອງປ່ຽນແປງສ່ວນປະສົມ ແລະ ບໍ່ຕ້ອງເພີ່ມນ້ຳອີກ
ສານຫລຸດນ້ຳເມື່ອເຕີມລົງໃນສ່ວນປະສົມຄອນກຣີດ ຈະສາມາດຫລຸດປະບິມານນ້ຳທີ່ປະສົມ ໂດຍໄດ້ຄ່າຍຸບຕົວຕາມຕ້ອງການ ຄອນກຣີດທີ່ໃຊ້ສານຫລຸດນ້ຳ ຈະໃຫ້ຄ່າກຳລັງອັດສູງກວ່າຄອນກຣີດທົ່ວໄປເຫລັກນ້ອຍ ທັງນີ້ເນື່ອງຈາກສານຫລຸດນ້ຳຈະຊ່ວຍເຮັດໃຫ້ອະນຸພາບປູນສີມັງເກີດການກະຈາຍຕົວຢ່າງສະໝ່ຳສະເໝີ ຈາກຄຸນສົມບັດຂອງນ້ຳຢາຫລຸດນ້ຳ ສາມາດຫລົດປະລິມານປູນຊີມັງ ແລະ ນ້ຳທີ່ໃຊ້ລົງ ໂດຍຍັງຄົງອັດຕາສ່ວນນ້ຳຕໍ່ປູນຊີມັງ (W/C) ທີ່ຍັງເທົ່າເດີມໄດ້ ສາມາດຫລຸດນ້ຳມັກຖືກນ້ຳມາໃຊ້ ສຳລັບງານທິ່ຕ້ອງການຄຸນນະພາບສູງ ມີລັກສະນະການທຳງານທີ່ລຳບາກ ເຊັ່ນ ຄອນກຣີດປ້ຳ ຫຼືອູ່ນຫະພູມມີໜ້າງານຮ້ອນຈັດ ເພືອສົດເຊີຍຄວາມຕ້ອງການນ້ຳທີ່ສູນເສຍໄປລະຫວ່າງເທຄອນກຮີດ ແລະ ຊ່ວຍໃຫ້ອັດຕາການສູນເສຍຄ່າຍຸບຕົວຂອງຄອນກຣີດຍາວນານຂື້້ນດ້ວຍ ສານຫລຸດນ້ຳທີ່ໃຊ້ໃນງານຄອນກຣີດທຽບເທົ່າມາດຕະຖານ ASTM C 494 Specification for Chemical Admixtures for Concrete ประเภท A
3.ສານຫນ່ວງການກໍ່ຕົວ (Retarders)
ເປັນສານປະສົມເພີ່ມ ທີ່ມີການໃຊ້ງານ ແຜ່ຫຼາຍທີ່ສຸດໃນປະເທດ ສານຫນ່ວງການກໍ່ຕົວເປັນສານເຄມີທີ່ໃຊ້ສຳລັບຫນ່ວງເວລາການກໍ່ຕົວເປັນສານເຄມີ ທີ່ໃຊ້ສຳຫລັບຫນ່ວງເວລາການແຂງຕົວຂອງຄອນກຣິດ ໃນງານຄອນກຣີດທີ່ຕ້ອງເທໃນສະພາບອາກາດຮ້ອນ ອຸ່ນຫະພູມທີ່ສູງ ຈະເປັນຕົວເລັ່ງປະຕິກິລິຍາ ໄຮເດຊັນ ໃຫ້ເກີດຢ່າງວອງໄວ ສານຫນ່ວງການກໍ່ຕົວຈື່ງຖືກນຳມາຊໍໃຊ້ ເພື່ອຫນ່ວງໄລຍະເວລາການກໍ່ຕົວທີ່ໄວເກີນໄປ ສຳລັບງານໂຄງສ້າງຂະໜາດໃຫຍ່ືເຊັ່ນ ຄອນກຣີດຫລາ ຫຼືການເທຄອນກຣີດໃນສະພາບອາກາດທີ່ຈັດ ລ້ວນຈຳເປັນປະສົມສານຫນ່ວງການກໍ່ຕົວໃນຄອນກຣີດ ເພື່ອຢື້ໄລຍະເວລາໃນການເທ ແລະ ການແຕ່ງຜິວໜ້າຄອນກຣີດອອກໄປ
4.ການເລັ່ງການກໍ່ຕົວ (Accelerators)
ເປັນ້ນຳຢາທິ່ຫລຸດການກໍ່ຕົວຂອງຄອນກຣີດ ໃຫ້ສັ້ນລົງ ແລະ ຊ່ວຍເລັ່ງກຳລັງອັດຊ້ວງຕົ້ນໃຫ້ສູງຂື້ນ ສານເລັ່ງການກໍ່ຕົວນິຍົມໃຊ້ໃນການເທຄອນກຣິດທີ່ອຸ່ນຫະພູມຈ່ຳຫຼາຍ ເພື່ອເລັ່ງການກໍ່ຕົວ ແລະ ແຂງຕົວຂອງນ້ຳ ໃນສ່ວນປະສົມຄອນກຣີດ ອີກຢ່າງຍັງນິຍົມນຳໄປໃຊ້ໃນງານກໍ່ສ້າງທີ່ເລັ່ງດ່ວນ ເຊັ່ນ ງານທີ່ຕ້ອງການຖອດແບບໄວ, ງານຫລໍ່ສີ້ນສ່ວນຄອນກຣີດສຳເລັດຮູບທິ່ຕ້ອງໝຸ່ນວຽນແບບຫລໍ່, ງານຊ່ອມແຊ່ມໂຄງສ້າງ ຫຼືພື້ນຜິວຈາລະຈອນທີ່ຕອ້ງເປິດໃຊ້ງານເລັ່ງດ່ວນສານເລັ່ງການກໍ່ຕົວທີ່ໃຊ້ໃນງານຄອນກຣີດທຽບເທົ່າມາດຕະຖານ ASTM C 494 Specification for Chemical Admixtures for Concrete ປະເພດ C ຖ້າຫາກວ່າສານເລັ່ງການກໍ່ຕົວມີຄຸນສົມບັດຫລຸດນ້ຳດ້ວຍ ກໍ່ຈະຈັດເປັນນ້ຳຢາປະສົມຄອນກຣີດປະເພດ E ສານເລັ່ງການກໍ່ຕົວໄດ້ແບ່ງອອກເປັນ 2 ກຸ່ມຄື ຊະນິດທີ່ມີຄລອໄຣດ໌ເປັນສ່ວນປະກອບກັບຊະນີດທີ່ບໍ່ມິຄລອໄຣດ໌
5 ສານຫລຸດນ້ຳຈຳນວນຫຼາຍ (High Range Water-Reducers)
ເປັນນ້ຳຢາຫລຸດປະເພດພີເສດຊື່ງມັກຈະເອີ້ນວ່າ Superplasticizers ຫຼື HRWRs ເຊີງມີທັງສານຣິກໂນຊັນໂຟເນດ ແລະ ໂພລີຄາບອກຊິລິກເອສເຕີຣ໌ ສານຫລຸດນ້ຳຈຳນວນຫຼາຍນີ້ ສາມາດຫລຸດນ້ຳທີ່ໃຊ້ໃນສ່ວນປະສົມຄອນກຣິດລົງໄດ້ເຖີງ 12-25 % ໂດຍສ່ວນຫຼາຍມັກໃຊ້ເພື່ອເພີ່ມເປັນກຳລັງແຮງອັດຂອງຄອນກຣິດ ແລະ ໃຊ້ຫລຸດການຊື່ມຜ່ານຂອງນ້ຳໃນຄອນກຣີດ ເນື່ອງຈາກຊ່ວຍຫລຸດປະລິມານນ້ຳທີ່ໃຊ້ໃນສ່ວນປະສົມຄອນກຣີດລົງໄດ້ ອີກຢາງຍັງໃຊ້ໃນການຜະລິດຄອນກຣີດ ທີ່ມີຄວາມສາມາດໄຫລເຂົ້າແບບງ່າຍເນື່ອງຈາກສາມາດເພີ່ມຄ່າຍຸບຕົວຈຳນວນຫຼາຍໃຫ້ກັບຄອນກຣີດໄດ້ບໍ່ຕ້ອງມີການເພີ່ມນ້ຳ