ຈຸດເດັ່ນຂອງຄອນກຣີດ ຄືສາມາດຮັບແຮງອັດສູງ ແຕ່ຄວາມສາມາດໃນການຮັບແຮງດືງຕ່ຳ ເມື່ອຖືກແຮງດືງຈະເຮັດໃຫ້ຄອນກຣີດແຕກໄດ້ງ່າຍ ດ້ວຍສາເຫດນີ້ຈື່ງມີການນຳວັດສະດຸອື່ນທີ່ສາມາດຮັບແຮງດືງໄດ້ເຊັ່ນ ເຫຼັກມາໃສ່ໄວ້ພາຍໃນຄອນກຣີດເພື່ອເພີ່ມຄວາມສາມາດໃນການຮັບແຮງດຶງ ໂດຍສາມາດກ່າວໄດ້ວ່າຄອນກຣີດຮັບແຮງອັດ ແລະເຫຼັກຮັບແຮງດຶງ ການເສີ່ມເຫຼັກໃນຄອນກຣິດນັ້ນແຕ່ເດີມຈະໃຊ້ເຫຼັກເສັ້ນມາຜູກເປັນຕະແກງ ເຊີງຈະໃຊ້ແຮງງານເຂົ້າມາເຮັດບ່ອນນີ້ ເຮັດໃຫ້ງານກໍ່ສ້າງໃຊ້ເວລາດົນນານ ຕໍ່ມາຈື່ງມີການພັດຖະນາເປັນຕະແກງລວດເຫຼັກສຳເລັດຮູບ (Wire Mesh) ຊື່ງຊ່ວຍໃຫ້ງານກໍ່ສ້າງສະດວກວອງໄວ
ຊ່າງຫຼືນັກວິຊາວະກອນຫຼາຍໆຄົນທີ່ເຮັດງານກໍ່ສ້າງ ບໍ່ວ່າຈະເປັນງານກໍ່ສ້າງຕຶກ ໂກດັງ ຖະໜົນ ຮ້ານຈອດລົດ ຫຼືງານອື່ນທີ່ຕ້ອງມີງານພື້ນມາກ່ຽວຂ້ອງສ່ວນຫຼາຍແລ້ວຄົງເຄີຍຊີນກັບການໃຊ້ເຫຼັກຜູກແບບເດີມ ເພື່ອໃຊ້ຮອງພື້ນຄອນກຣີດໃຫ້ຄວາມແຂງແຮງແບບເດີມ
ວິທີການຜູກເຫຼັກແບບເດີມອາດຈະບໍ່ເໝາະກັບງານກໍ່ສ້າງສະໄໝໃໝ່ແລ້ວ ເພາະຫຼາຍສາເຫດໃນສະໄໝໃໝ່ມີການໃຊ້ໄວຣ໌ເມດ ມາເພື່ອທົດແທ່ນການໃຊ້ເຫຼັັດຜູກແບບເດີມ ເຮົາມາເບີງກັຍເລີຍ
ຕະແກງເຫຼັກໄວຣ໌ເມດ (Wire Mesh) ຄືຕະແກງເຫຼັກກ້າເຊື່ອມຄິດເສີ່ມຄອນກຣິດ ພາສາຊ່າງອາດຈະເອີ້ນເປັນຊື່ອື່ນໆ ເຊັ່ນ ເຫຼັກໄວຣ໌ເມດ ໄວຣ໌ເມດເທປູນ ຕະແກງໄວຣ໌ເມດ ຜະລິດມາຈາກລວດເຫຼັກກຣີດເຢັນ (Cold Drawn Steel Wire) ໃຊ້ເສັ້ນລວດຂະໜາດຕ່າງໆ ຕັ້ງແຕ່ 3-9 ມິລີແມ້ດ ແລະ ມີຕາຫ່າງຕັ້ງແຕ່15 ຊມ 30 ຊມ. ຢູ່ທີ່ການໃຊ້ງານຂອງລຸກຄ້າ ແລະ ລູກຄ້າສາມາດສອບຖາມລາຄາ ແລະ ສັ່ງຜະລິດໄດ້ຕັ້ງແຕ່1,000 ຕຣມ. ຂື້ນໄປເຊື່ອມອາຣ໌ກຂື້ນໄປເປັນຕະແກງຕິດກັນດ້ວຍໄຟຟ້າ ເຮັດໃຫ້ຈຸດຕັດທຸກຈຸດຫລອມລະລາຍເປັນເນື້ອດ້ວຍກັນສາມາດຕັດເປັນແຜງຫຼືເປັນມ້ວນໄດ້ຕາມຄວາມຕ້ອງການ ສາມາດນຳມາໃຊ້ແທ່ນການຜູກເຫຼັກເສັ້ນທຳມະດາທົ່ວໄປໄດ້ເປັນຢ່າງດີ ຊ່ວຍໃຫ້ປະຢັດເວລາເຮັດວຽກແລະຄ່າແຮງງານ
ເປັນຫຍັງວິທີການຜູກເຫຼັກແບບເດີມຈີ່ງບໍ່ນິຍົມ
- ຍູ້ງຍາກເພາະຕ້ອງໃຂ້ເຫຼັກເສັ້ນແລະລວດຜູກເຫຼັກມາຜູດຕິດກັນ
- ເສຍເວລສເພາະໃຊ້ເວລາຜູກເຫຼັກດົນ
- ມີເສດເຫຼັກທີ່ເຫລືອຈາກການໃຊ້ງານຫຼາຍ
- ຊີ້ນເປືອງຄ່າໃຊ້ຈ່າຍທັງຄ່າເຫຼັກເສັ້ນ ແລະ ລວດຜູກເຫຼັກ
ເປັນຫຍັງເຫຼັກໄວຣ໌ເມດຈິ່ງນິຍົມ ແທ່ນການໃຊ້ເຫຼັກຜູກແບບເດີມ
- ໃຊ້ງານງ່າຍ ແລະ ເຮັດງານໄດ້ຢ່າງວອງໄວ ການໃຊ້ເຫຼັກເປັນມ້ວນ ຫຼືແຜ່ນສຳເລັດຮູບມາແລ້ວສາມາດນຳຕະແກງເຫຼັກໄວຣ໌ເມດໄປປູທີ່ໜ້າງານ ແລ້ວເທຄອນກຣີດໄດ້ທັນທີ ບໍ່ຄໍຕ້ອງເສຍເວລາໃນການຕັດເຫຼັກເສັ້ນຕາມຂະໜາດ ບໍ່ຕ້ອງເສຍເວລາໃນການຜູກເຫຼັກເປັນຕະແກງຂ່ວຍແກ້ບັນຫາໃນເລື່ອງແຮງານໄດ້
- ຂົ່ນສົ່ງສະດວກດ້ວຍທີ່ໄວຣ໌ນັ້ນເປັນແຜງ ຫຼື ເປັນມ້ວນຈີ່ງຂົ່ນສົ່ງໄດ້ງ່າຍ ແລະ ສະດວກ
- ນັບຈຳນວນໄດ້ວງ່າຍແນ່ນອນ ຫລຸດບັນຫາເລື່ອງຂອງເສຍ ຫລື ຂາດ
- ປະຢັດຄ່າໃຊ້ຈ່າຍ ເພາະລາຄາຖືກແລະ ປະສິດທິພາບດີກວ່າ ເນື່ອງຈາກເປັນຕະແກງເຫຼັກທີ່ມີກຳລັງຄລາກ (Yield Strength) ສູງກວ່າເຫຼັກເສັ້ນທົ່ວໄປຊ່ວຍໃຫ້ປະຢັດໃນເລື່ອງວັດສະດຸ ແລະ ຕະແກງເຫຼັກໄວຣ໌ເມດສາມາດປະລິດໄດ້ຕາມຂະໜາດທີ່ຕ້ອງການຊ່ວຍຫລຸດການເສຍເສດເຫຼັັກລົງໄດ້
- ແຂງແຮງສະໝ່ຳສະເໝີເພາະເປັນຕະແກງເຫຼັກທີ່ຜະລິດດ້ວຍລະບົບອັດຕະໂນມັດ ເັຮດໃຫ້ໄລຍະຫ່າງຂອງເຫຼັກສະເໝີຕະລອດຜືນຈຸດເຊື່ຶອມໄດມາດຕະະຖານບໍ່ຂາດເຄື່ອນ ຈື່ງມີຄວາມໝັ້ນຄົງແຂງແຮງ
ລວດເຫຼັກກ້າສຳລັບຄອນກຣີດອັດແຮງທີ່ໄດ້ມາດຕະຖານຂະໜາດເສັ້ນຜ່ານສູນກາງ 4 ມມ, 5 ມມ. ແລະ 7 ມມ. ເຊີງເປັນລວດເຫຼັກກ້າຊະນິດຄ້າຍຄວາມເຄັນ ບໍ່ເຄືອບຜິວ(Uncoated Stress-Relieved) ແບບມີຮ່ອຍຢ້ຳ (Indented Type) ປະເພດຄວາມຜ່ອນຄາຍຕ່ຳ (Low Relaxation) ຕາມາດຖານ ມອກ. 95-2540 ແລະ ມາດຕະຖານ ASTM A421-99 ໂດຍລວດຂະໜາດເສັ້ນຜ່ານສູນກາງ 4 ມມ. ແລະ 5 ມມ. ມີຄວາມສາມາດທົນແຮງບໍ່ນ້ອຍກວ່າ 1,770 ນິວຕໍຕຣ. ມມ. ແລະ ລວດຂະໜາດ 7 ມມ. ມີຄວາມສາມາດທົນແຮງດຶງບໍ່ນ້ອຍກວ່າ1,670 ນິວຕົ້ນຕໍຕຣ.ມມ