ເມື່ອຍ່າງຕາມແຄມທາງ ຫລືສະຖານທີ່ຕ່າງໆ ບາງຄັ້ງພວກເຮົາອາດຈະໄດ້ເຫັນບອກທີ່ມີຫຍ້າແຊກຂຶ້ນມາເປັນລວດລາຍຕາມພື້ນ ມັນຄ້າຍຄືເດີ່ນຫຍ້າປະສົມກັບພື້ນຄອນກຣີດ ເຊິ່ງວັດສະດຸທີ່ໃຊ້ໃນການປູພື້ນແບບທີ່ເປັນ “ບ໊ອກປູກຫຍ້າ” ເປັນບອກຄອນກຣີດເຊິ່ງຈະມີຊ່ອງຫວ່າງ ປ່ອຍໃຫ້ຫຍ້າອອກມາຈາກພື້ນດິນເມື່ອພວກເຮົາປູມັນໄປເທິງຫຍ້າ;
ຂໍ້ດີຂອງການໃຊ້ບອກປູຫຍ້ານັ້ນແມ່ນຄວາມສວຍງາມລຽບສະເຫມີກັນ, ເບີ່ງເປັນລະບົບລະບຽບ, ມີຄວາມທົນທານ ແລະ ແຂງແຮງ, ພວກເຮົາຍັງສາມາດຈອດລົດຢູ່ເທິງສະໜາມຫຍ້າທີ່ປົກຄຸມໄປດ້ວຍບອກປູຫຍ້າໄດ້ອີດດ້ວຍ;
ພວກເຮົາສາມາດນຳໃຊ້ບອກປູຫຍ້າເພື່ອມາປະຍຸກໃຊ້ກັບສວນໜ້າບ້ານຂອງພວກເຮົາໄດ້, ໂດຍສ່ວນໃຫຍ່ບອກປູຫຍ້າຈະມີຮູບແບບທີ່ເປັນເອກະລັກສະເພາະ. ສິ່ງນີ້ຈະຊ່ວຍເສີມສ້າງເຮືອນໃຫ້ເບິ່ງສວຍງາມ. ການເບິ່ງແຍງມັນບໍ່ແມ່ນເລື່ອງຍາກ. ພຽງແຕ່ຫົດນໍ້າມັນຄືກັບສະໜາມຫຍ້າທຳມະດາ;
ເໜືອໄປກ່ວານັ້ນ ພວກເຮົາສາມາດປະຍຸກການຕົບແຕ່ງດ້ວຍເອົາກ້ອນຫີນໄປໃສ່ຊ່ອງຫວ່າງຂອງບອກຄອນກີດແທນການປູກຫຍ້າ. ຊື່ງເຮັດໃຫ້ມັນງາມອີກຄັ້ງ.
ທ່ານສາມາດຊອກຫາບອກປູຫຍ້າເອົາມາຈັດສວນໄດ້ຕາມຮ້ານກໍ່ສ້າງທົ່ວໄປ. ທ່ານໃດທີ່ກຳລັງຊອກຫາວິທີທາງໃນການສ້ອມແປງສວນ ຫຼື ວິທີການຕ່າງໆເພື່ອປັບປຸງພື້ນທີ່ເຂດນອກ, ບໍ່ວ່າຈະຢູ່ໃນມຸມທີ່ຕ່າງໆ ທາງຍ່າງອ້ອມຮ້ອບເຮືອນ, ເສັ້ນທາງເຂົ້າໜ້າເຮືອນ, ຫລືແມ່ນແຕ່ຊັ້ນຂອງປະຕູເຂົ້າໄປທາງ ໜ້າເຮືອນ ລອງເກັບດິນບ໊ອກໄວ້ເປັນຕົວເລືອກເດີ
ບອ໊ກຫຍ້າ 25×40 ຊມ.
ເພື່ອຄວາມວອງໄວ ແລະປະຢັດແຮງງານຫຼາຍຂື້ນກວ່າເກົ່າ
Reviews
There are no reviews yet.