ມາດຕະຖານການຈັດສົ່ງ

ບໍລິສັດຄອນກຣີດສາວັນຄຳຈຳກັດ ຫຼື SCC ໃຫ້ຄວາມສຳຄັນເລື່ອງການບໍລິການ ປະຈຸບັນເຮົາໄດ້ຈັດກຽມລົດໂມ້ປູນຫຼາຍຂະໜາດ ເກືອບ 30 ຄັນ ແລະ ລົດຍິງປູນ 6 ຄັນ ເບີ່ງແຍງການຈັດສົ່ງໃນພື້ນທີ່ຕ່າງໆຄວບຄຸ່ມທຸກພື້ນທີ່ໃນນະຄອນຫຼວງວຽງຈັນ ແລະ ພື້ນທີ່ໄກ້ຄຽງ

ລົດຂອງເຮົາທຸກຄັນ ໄດ້ຕິດຕັ້ງລະບົບ GPS Tracking ເພື່ອໃຫ້ຮູ້ວ່າລົດຂອງເຮົາ ກຳລັງປະຕິບັດໜ້າທິ່ຢູ່ພື້ນທີ່ໃດ ຂັບລົດຖືກລະບຽບຕາມກົົດໝາຍຫລືບໍ ເພື່ອໃຫ້ການບໍລິການຂອງເຮົາເປັນໄປດ້ວຍຄວາມວອງໄວ ແລະ ຮຽບຮ້ອຍທີ່ສຸດ

ຄອນກຣີດປະສົມສຳເລັດ(Ready-Mix Concrete)

ຄອນກຣີດປະສົມສຳເລັດ (Ready-Mix Concrete) ເປັນຄອນກຣີດປະສົມສຳເລັດຮຽບຮ້ອຍຈາກໂຮງງານແລ້ວລຳລຽງໃສ່ລົດເພື່ອຈັດສົ່ງໃຫ້ກັບໜ່ວຍງານກໍ່ສ້າງຕ່າງໆ ແຕ່ການຂົ່ນສົ່ງຄອນກຣີດປະສົມສຳເລັດມີຂໍ້ຈຳກັດໃນເລື່ອງຂອງເວລາ ເຊິງຈະຕ້ອງສົ່ງໃຫ້ເຖີງສະຖານທີ່ກໍ່ສ້າງພາຍໃນໄລຍະເວລາທີ່ກຳນົດ ຫາກສົ່ງລ້າຊ້າຈະມີຜົນກະທົບຕໍ່ຄຸນນະພາບຄອນກຣີດປະສົມສຳເລັດ ຫຼືອາດຈະເຖີງຂັ້ນບໍ່ສາມາດນຳຄອນກຣີດນັ້ນມາໃຊ້ງານໄດ້

ຄອນກຣີດປະສົມສຳເລັດມີອາຍຸປະມານ 2 ຊົ່ວໂມງນັບຕັ້ງແຕ່ຜະລິດ ກໍ່ຈະເລີ່ມທຳການເຊ໊ດຕົວ ໂດຍປົກກະຕິແພຣນທ໌ຄອນກຣີດຈະບ9ຍອມໃຫ້ການເທຄອນກຣີດລ້າຊ້າກວ່າ 2 ຊົ່ວໂມງຢູ່ແລ້ວ ເນື່ອງຈາກວ່າລ່າຊ້າກວ່ານີ້ປູນກໍ່ຈະເລີ່ມຕິດໃນລົດໂມ້ ອາດຈະຕ້ອງເສຍຄ່າໃຊ້ຈ່າຍໃນການແຍກປູນອອກມາອີກດ້ວຍ ແລະ ຈະເຮັດໃຫ້ເກີດບັນຫາໃນເລື່ອງການຂົ່ນສົ່ງຄອນກຣີດປະສົມສຳເລັດໄປໃຫ້ກັບລູກຄ້າອື່ນບໍ່ທັນອີກດ້ວຍ

ການຂົ່ນສັ່ງຄອນກຣີດປະສົມສຳເລັດ ຈະຕ້ອງມີໃບຈາ່ຍສິນຄ້າແນບມາດ້ວຍ ເພື່ອບອກລາຍລະອຽດ ຂອງຄອນກຣີດປະສົມນັ້ນໆ ເຊັ່ນ ປະເພດຂອງຄອນກຣີດ ກຳລັງອັດຂອງຄອນກຣີດ ຄ່າຍຸບຕົວຂອງຄອນກຣີດ ວັນເວລາທີ່ຜະລິດ ເວລາທີ່ລົດໂມ້ອອກຈາກໂຮງງານ ແະ ຫາກມີການເຕີມນ້ຳຢາຫນ່ວງການເຊ໊ດຕົວຂອງຄອນກຣີດ ຄວນຈະຕ້ອງລະບຸໄວ້ເຊັນກັນ

ການເທຄອນກຣີດຄວນເລືອກເວລາທີ່ອຸ່ນຫະພູມຂອງອາກາດບໍ່ຮ້ອນຫຼາຍ ຄວນເທຕອນເຊົ້າຫຼືຫາກເຮັດໄດ້ກໍ່ຕ້ອງເທຕອນຊ້ວງຫົວຄ່ຳ ເຊີງຈະຊ່ວຍປ້ອງກັນຄອນກຣີດສູນເສຍນ້ຳໄວເກີນໄປ ໂດຍສະເພາະໃນຊ້ວງເວລາເຄີງຊົ່ວໂມງຕໍ່ມາ ແລະ ຄວນຈະຕ້ອງເຮັດການບົ່ມຄອນກຣີດອີກດ້ວຍ

ຫລັງຄາ Metal sheet

ເຮົາມີການຂົ່ນສົ່ງ ຕາມປະລິມານງານທີ່ເໝາະສົມ ບໍ່ວ່າງານນ້ອຍ ງານໃຫຍ່ ເຮົາຍິນດີໃຫ້ບໍລິການ