6 ເຫດຜົນ ເປັນຫັຍງຈື່ງຕ້ອງເລືອກແຜ່ນພື້ນສຳເລັດຮູບ

ປັດຈຸບັນພວກເຮົາເຮັດວຽກແຂ່ງກັບເວລາ ຍີ່ງເຮັດວຽກແລ້ວໄວ ງົບປະມານດ້ານເວລາ ແລະ ແຮງງານກໍ່ຖືກຫຼຸດລົງເຊັ່ນກັນ ການກໍ່ສ້າງໃຫ້ມີປະສິດຕິຜົນສູງກວ່າ, ສິ່ງໃດກໍ່ຕາມທີ່ສາມາດຊ່ວຍໃຫ້ວຽກດັ່ງກ່າວ ສຳເລັດໄດ້ໄວ ແລະ ມີຄຸນນະພາບກໍ່ຖືກເລືອກກ່ອນສະເໝີ. ຕົວຢ່າງ, ການແຜ່່ນປູພື້ນເຮືອນສຳເລັດຮູບ ນັ້ນເຂົ້າມາມີບົດບາດເພີ່ມຫຼາຍຂຶ້ນ ທັງໃນໂຄງການຕ່າງໆ ຫລື ເຮືອນສ່ວນຕົວ ນັ້ນກໍຍ້ອນແຜ່ນປູພື້ນສຳເລັດຮູບນັ້ນມີຂໍ້ດີຫຼາຍຢ່າງດັ່ງຕໍ່ໄປນີ້:

  • ແຜ່ນພື້ນສຳເລັດຮູບ ສະດວກຕໍ່​ການ​ນໍາ​ໃຊ້ງານພຽງແຕ່ວັດແທກພື້ນທີ່ແລະສັ່ງຜະລິດ ກໍ່ສາມາດນຳໄປວາງພື້ນໄດ້ເລີຍ ໂດຍບໍ່ຈຳເປັນຕ້ອງລໍຖ້າຊີມັງແຫ້ງອີກ;
  • ແຜ່ນພື້ນສຳເລັດຮູບ ຊ່ວຍຫຼຸດເວລາເຮັດວຽກ ພຽງແຕ່ເອົາໄປວາງຕາມແບບທີ່ກຳນົດໄວ້ ເທທັບໜ້າຫຼືບໍເທກໍໄດ້ ປະຫຍັດເວລາຫຼາຍ ບໍ່ຈຳເປັນຕ້ອງລໍຖ້າໃຫ້ປູນແຫ້ງ ບໍ່ຕ້ອງເສຍເວລາໃນການເທພື້ນໃຫ້ຫຍຸ້ງຍາກ;
  • ແຜ່ນພື້ນສຳເລັດຮູບ ຊ່ວຍປະຢັດງົບປະມານ ເນື່ອງຈາກວ່າບໍ່ຈຳເປັນເສຍເວລາເທພື້ນ ລາດພື້ນເສຍຄ່າໃຊ້ຈ່າຍຊື້ວັດສະດຸ ແລະ ເສຍຄ່າແຮງງານໃນການເທ;
  • ແຜ່ນພື້ນສຳເລັດຮູບ ບໍ່ກໍ່ໃຫ້ເກີດມົນລະພິດຫຼາຍເທົ່າກັບການເທພື້ນ ເພາະມັນເປັນແບບສຳເລັດຮູບ ບໍ່ຈຳເປັນຕ້ອງຜະສົມຊີມັງ, ສະນັ້ນຈື່ງເຮັດໃຫ້ບໍ່ມີການປົນເປື້ອນຂີ້ຝຸ່ນ;
  • ແຜ່ນພື້ນສຳເລັດຮູບແມ່ນແຂງແຮງ ເພາະວ່າແຕ່ລະແຜ່ນແມ່ນຄອນກີດເສີມເຫຼັ ຜ່ານມາດຕະຖານຕ່າງໆ ຮັບປະກັນຄວາມເຂັ້ມແຂງ ເຮັດໃຫ້ໂຄງສ້າງມີຄຸນະພາບ; 
  • ແຜ່ນພື້ນສຳເລັດຮູບ ແມ່ນມີຄວາມລຽບ ແລະ ສວຍງາມຢູ່ແລ້ວ ເຮັດໃຫ້ບໍ່ຈຳເປັນຕ້ອງຂັດໜ້າອີກ ມັນຊ່ວຍໃນການຫຼຸດຜ່ອນງົບປະມານໃນສ່ວນນີ້ເຊັ່ນກັນ.

☑️ ເປັນຫັຍງຈື່ງຕ້ອງເລືອກແຜ່ນພື້ນສຳເລັດຮູບຈາກ SCC?

ເພາະວ່າແຜ່ນພື້ນສຳເລັດຮູບ ຂອງພວກເຮົາ ເປັນແຜ່ນພື້ນຄອນກຣີດທີ່ຜະລີດດ້ວຍເຕັກໂນໂລຊີທີ່ທັນສະໄໝ, ມີຄວາມເຂັ້ມແຂງໃນການບີບອັດສູງເພື່ອຮັບປະກັນວ່າມັນແຂງແຮງ ແລະທົນທານ, ຄຸນນະພາບສູງກ່ວາແຜ່ນພື້ນສຳເລັດຮູບທົ່ວໆໄປ ແລະ ພວກເຮົາມີໂຮງງານຜະລິດເປັນຂອງຕົນເອງ. ເຮັດໃຫ້ແຜ່ນພື້ນຂອງພວກເຮົາມີລາຄາທີ່ເໝາະສົມເປັນທຳ, ທ່ານຈື່ງໝັ້ນໃຈໄດ້ວ່າ ທ່ານຈະໄດ້ຮັບຜະລິດຕະພັນທີ່ເຕັມໄປດ້ວຍຄຸນນະພາບ ແລະ ຄຸ້ມຄ່າທີ່ສຸດ.

Leave a Reply

Your email address will not be published. Required fields are marked *