ຂໍ້ດີຂອງການໃຊ້ແຜ່ນພື້ນສຳເລັດຮູບແບບກ້ວາງ Hollow Core

  •  ປະຫຍັດເວລາໃນການກໍ່ສ້າງ, ສະດວກ, ວ່ອງໄວ, ໃນການຕິດຕັ້ງ;
  •  ນ້ຳໜັກເບົາເມື່ອທຽບກັບແຜ່ນຕັນ ປະຫຍັດໂຄງສ້າງທີ່ຮອງຮັບແຕ່ຄານ, ເສົາ, ຖານຮາກ ແລະ ເສົາເຂັມ;
  •  ໝັ້ນຄົງ, ແຂງແຮງ ສາມາດສານຕໍ່ກັນລະຫວ່າງແຜ່ນເຮັດໃຫ້ເກີດຄວາມແຂງແຮງ ເພື່ອເພີ່ມຄວາມສາມາດໃນການຕ້ານແຮງລົມສຳລັບຕືກສູງືໆ;
  •  ບໍ່ຕ້ອງໃຊ້ແບບ, ບໍ່ຄ້ຳຢັນໃນການເທຄອນກຣີດໃນການກໍ່ສ້າງ ຫຼື ເທທັບໜ້າ;
  •  ສາມາດມີພື້ນທີ່ໃຊ້ສອຍໄດ້ທັນທີຫຼັງຕິດຕັ້ງ ແມ້ຈະຍັງບໍ່ທັນໄດ້ເທຄອນກຣີດທັບໜ້າ;
  •  ມີຄຸນນະພາບສູງ, ແນ່ນອນ, ສະໝ່ຳສະເໝີ, ເຊື່ອຖືໄດ້ ຜະລິດຈາກເຄື່ອງຈັກທີ່ມີມາດຕະຖານສູງ ນຳເຂົ້າຈາກຕ່າງປະເທດ ແລະ ຄວບຄຸມໂດຍຈາກວິສະວະກອນທີ່ມີປະສົບການ;
  •  ສວຍງາມດ້ວຍຮູບຊົງທີ່ແນ່ນອນ ສາມາດຈັດລຽງໃຫ້ເປັນລະບຽບຮຽບຮ້ອຍ ໃຕ້ທ້ອງແຜ່ນມັນຈະສວຍງາມແລະລຽບຈາກແບບເຫຼັກທີ່ໃຊ້ໃນການຜະລິດ ບໍ່ຕ້ອງໂບກປູນ ຫຼື ຕີເພດານໃດໆອີກ;
  • ຫຼຸດຜ່ອນພາລະໃນການນຳເອົາຄອນກຣີດເຂົ້າໄປໃນພື້ນທີ່ກໍ່ສ້າງ. ຫຼຸດຜ່ອນບັນຫາສິ່ງແວດລ້ອມຈາກນໍ້າປະສົມກັບຄອນກີດ, ໄມ້ແບບ ພ້ອມທັງສຽງລົບກວນເຮືອນໃກ້ຄຽງ.

Leave a Reply

Your email address will not be published. Required fields are marked *