ທ່ານ ນາງ ພູວັນ ສີວິໄລ ຜູ້ຈັດການບໍລິສັດ ຕາງຫນ້າ ບໍລິສັດສະຫວັນຄຳຄອນກຣີດ ເຂົ້າຮ່ວມພິທີມອບ-ຮັບ ປໍ້ານໍ້າມັນ ທີ່ໂຮງຮຽນທິດສະດີການເມືອງ ພ້ອມຮັບໃບກຽດຕິຄຸນໃນການມີສ່ວນຮ່ວມຊຸກຍູ້ປະກອບສ່ວນລົດກົນຈັກເຂົ້າໃນວຽກງານການກໍ່ສ້າງປໍ້ານໍ້າມັນ
Author Archives: settha
ປັດຈຸບັນພວກເຮົາເຮັດວຽກແຂ່ງກັບເວລາ ຍີ່ງເຮັດວຽກແລ້ວໄວ ງົບປະມານດ້ານເວລາ ແລະ ແຮງງານກໍ່ຖືກຫຼຸດລົງເຊັ່ນກັນ ການກໍ່ສ້າງໃຫ້ມີປະສິດຕິຜົນສູງກວ່າ, ສິ່ງໃດກໍ່ຕາມທີ່ສາມາດຊ່ວຍໃຫ້ວຽກດັ່ງກ່າວ ສຳເລັດໄດ້ໄວ ແລະ ມີຄຸນນະພາບກໍ່ຖືກເລືອກກ່ອນສະເໝີ. ຕົວຢ່າງ, ການແຜ່່ນປູພື້ນເຮືອນສຳເລັດຮູບ ນັ້ນເຂົ້າມາມີບົດບາດເພີ່ມຫຼາຍຂຶ້ນ ທັງໃນໂຄງການຕ່າງໆ ຫລື ເຮືອນສ່ວນຕົວ ນັ້ນກໍຍ້ອນແຜ່ນປູພື້ນສຳເລັດຮູບນັ້ນມີຂໍ້ດີຫຼາຍຢ່າງດັ່ງຕໍ່ໄປນີ້: ແຜ່ນພື້ນສຳເລັດຮູບ ສະດວກຕໍ່ການນໍາໃຊ້ງານພຽງແຕ່ວັດແທກພື້ນທີ່ແລະສັ່ງຜະລິດ ກໍ່ສາມາດນຳໄປວາງພື້ນໄດ້ເລີຍ ໂດຍບໍ່ຈຳເປັນຕ້ອງລໍຖ້າຊີມັງແຫ້ງອີກ; ແຜ່ນພື້ນສຳເລັດຮູບ ຊ່ວຍຫຼຸດເວລາເຮັດວຽກ ພຽງແຕ່ເອົາໄປວາງຕາມແບບທີ່ກຳນົດໄວ້ ເທທັບໜ້າຫຼືບໍເທກໍໄດ້ ປະຫຍັດເວລາຫຼາຍ ບໍ່ຈຳເປັນຕ້ອງລໍຖ້າໃຫ້ປູນແຫ້ງ ບໍ່ຕ້ອງເສຍເວລາໃນການເທພື້ນໃຫ້ຫຍຸ້ງຍາກ; ແຜ່ນພື້ນສຳເລັດຮູບ ຊ່ວຍປະຢັດງົບປະມານ ເນື່ອງຈາກວ່າບໍ່ຈຳເປັນເສຍເວລາເທພື້ນ ລາດພື້ນເສຍຄ່າໃຊ້ຈ່າຍຊື້ວັດສະດຸ ແລະ ເສຍຄ່າແຮງງານໃນການເທ; ແຜ່ນພື້ນສຳເລັດຮູບ ບໍ່ກໍ່ໃຫ້ເກີດມົນລະພິດຫຼາຍເທົ່າກັບການເທພື້ນ ເພາະມັນເປັນແບບສຳເລັດຮູບ ບໍ່ຈຳເປັນຕ້ອງຜະສົມຊີມັງ, ສະນັ້ນຈື່ງເຮັດໃຫ້ບໍ່ມີການປົນເປື້ອນຂີ້ຝຸ່ນ; ແຜ່ນພື້ນສຳເລັດຮູບແມ່ນແຂງແຮງ ເພາະວ່າແຕ່ລະແຜ່ນແມ່ນຄອນກີດເສີມເຫຼັ ຜ່ານມາດຕະຖານຕ່າງໆ ຮັບປະກັນຄວາມເຂັ້ມແຂງ ເຮັດໃຫ້ໂຄງສ້າງມີຄຸນະພາບ; ແຜ່ນພື້ນສຳເລັດຮູບ ແມ່ນມີຄວາມລຽບ ແລະ ສວຍງາມຢູ່ແລ້ວ ເຮັດໃຫ້ບໍ່ຈຳເປັນຕ້ອງຂັດໜ້າອີກ ມັນຊ່ວຍໃນການຫຼຸດຜ່ອນງົບປະມານໃນສ່ວນນີ້ເຊັ່ນກັນ. ☑️ ເປັນຫັຍງຈື່ງຕ້ອງເລືອກແຜ່ນພື້ນສຳເລັດຮູບຈາກ SCC? ເພາະວ່າແຜ່ນພື້ນສຳເລັດຮູບ ຂອງພວກເຮົາ […]
ມື້ນີ້ເຮົາມີຕົວຢ່າງ ມາໃຫ້ທ່ານໄດ້ປຽບທຽບຄຸນສົມບັດຂອງຮົ້ວ 2 ແບບດ້ວຍກັນຄື ຮົ້ວຄອນກຣີດສຳເລັດຮູບ ແລະ ຮົ້ວກໍ່ ຮົ້ວຄອນກຣີດສຳເລັດຮູບ – ໄລຍະເວລາກໍ່ສ້າງວ່ອງໄວ; – ສີຕີດແໜ້ນ, ທົນທານ ແລະ ບໍ່ເປືອງສີ; – ວັດສະດຸໃນການຜະລິດມີຄຸນະພາບ; – ແຂງແຮງກ່ວາດ້ວຍການເສີມເຫຼັກເສັ້ນ (Pc Wire) ທຸກຊີ້ນສ່ວນຂອງຮົ້ວ; – ໄດ້ມາດຕະຖານເທົ່າກັນທຸກຊີ້ນສ່ວນ ຮົ້ວກໍ່ – ໄລຍະເວລາການກໍ່ສ້າງດົນ ເພາະວ່າຕ້ອງຖ້າສິມັງແຫ້ງ – ເຮັດໃຫ້ເປືອງສີ, ສີລອກງາຍບໍ່ທົນທານ – ກຳແພງກໍ່ບໍ່ໄດ້ເສີມເຫຼັກ, ລົ້ມງ່າຍ – ຄຸນນະພາບບໍ່ສະໝ່ຳສະເໝີ
ດິນບອ໋ກ, ອີດມອນເບົາ ແລະ ດີນຈີ່ ເລືອກປະເພດໃຫ້ເໝາະກັບການໃຊ້ງານ ມັນເປັນຄຳຖາມໜຶ່ງທີ່ສະມາຊິກໃນບ້ານໄອເດຍສອບຖາມກັນເລື້ອຍໆ (ຫຼາຍ), ອາດຈະຖືກເອີ້ນໄດ້ວ່າ ດ້ວຍຄວາມລັງເລໃຈໃນການເລືອກໃຊ້ດິນຈີ່ເພື່ອສ້າງຝາສຳລັບເຮືອນ ໂດຍສະເພາະຄູ່ແຂ່ງລະຫວ່າງ ດີນຈີ່ VS ອີດບອກເບົາ VS ດີນບອກ ປະເພດໃດທີ່ດີກວ່າ? ຜູ້ຂຽນເອງກໍ່ຕອບແບບຜັນທົງເລີຍບໍ່ໄດ້ວ່າ ແມ່ນປະເພດໃດດີກ່ວາກັນ ແຕ່ທັງ 3 ປະເພດນີ້ແມ່ນ ເໝາະສົມສຳລັບໃຊ້ໃນຮູບແບບຕ່າງໆ. ແຕ່ລະເຮືອນໃນຍຸກປະຈຸບັນ ສະຖາປະນິກ ແລະ ວິສະວະກອນ ຈຶ່ງເລືອກທີ່ຈະເອົາດິນທັງ 3 ປະເພດນີ້ມາໃຊ້ຮ່ວມກັນຢ່າງ ເໝາະສົມ. ດິນບອກ ຮູ້ຈັກກັບດິນຈີ່ ດີນຈີ່ ຜະລິດຈາກດິນໜຽວປະສົມກັບຂີ້ແກບ ຜະລິດໄດ້ເອງພາຍໃນປະເທດ ແຈກຢາຍຕາມເຂດທ້ອງຖິ່ນໃນທຸກຂົງເຂດ ມັນມີຄວາມທົນທານຫຼາຍໃນການນຳໃຊ້ງານ ແລະ ໄດ້ຮັບຄວາມນິຍົມຕັ້ງແຕ່ອະດີດ ແລະ ມີຄວາມຄຸ້ນເຄີຍກັບຊ່າງເຮັດດິນຈີ່ທົ່ວໄປ ນອກຈາກນັ້ນ, ດີນຈີ້ຍັງມີຄຸນລັກສະນະຂອງຄວາມຕ້ານທານຄວາມຊຸ່ມ ຄວາມຫນາແຫນ້ນສູງ ແລະ ມີລາຄາຖືກກວ່າອິດມອນເບົາ ສ່ວນຂໍ້ເສຍແມ່ນມີນ້ຳໜັກຫຼາຍກ່ວາອິດມອນເບົາ ໂດຍມີນ້ຳໜັກ 130 ກລ / ແມັດກ້ອນ ໃນກໍລະນີການກໍ່ສ້າງແບບຊັ້ນດຽວ ແລະ 180 ກິໂລ / […]
ຄອນກຣີດມີຄວາມສຳຄັນຫຼາຍສຳລັບການປຸກສ້າງເຮືອນໃນປະຈຸບັນ ເພື່ອໃຫ້ໄດ້ຊີມັງທີ່ແຂງແຮງ ແລະ ທົນທານ ມີລາຍລະອຽດ ແລະ ຂັ້ນຕອນທີ່ສຳຄັນ ດັ່ງຕໍ່ໄປນີ້. “ສ່ວນປະກອບຂອງຄອນກຣີດ” ການເລືອກສ່ວນປະສົມທີ່ຈະປະສົມເຂົ້າໄປໃນຄອນກຣີດ ມີຫຼັກການດັ່ງຕໍ່ໄປນີ້: 1.ປູນຊີມັງ ຄວນເລືອກຊີມັງທີ່ໄດ້ມາດຕະຖານ ແລະ ເໝາະສົມກັບປະເພດການນຳໃຊ້ງານ ຕົວຢ່າງ: ສຳລັບວຽກງານໂຄງສ້າງໃຫ້ເລືອກຊີມັງ Portland. ງານກໍ່-ງານໂບກ ໃຫ້ເລືອກຊີມັງສຳລັບການ ກໍ່,ໂບກ ແລະ ເທ ເທົ່ານັ້ນ; 2.ຫີນ ໂດຍທົ່ວໄປ ຖ້າເປັນໄປໄດ້ຄວນເລືອກໃຊ້ຊະນິດຫີນປະເພດທີ່ຫາໄດ້ງ່າຍເຊັ່ນ: ຫີນປູນ, ໂດຍເມັດຫີນຕ້ອງແຂງແຮງ, ບໍ່ມີຫີນຜຸເຈືອປົນ, ມີຂະໜາດທີ່ເໝາະສົມມີລ່ຽມຄົມດີ, ກ້ອນຫີນຕ້ອງສະອາດ ບໍ່ມີເສດດີນ ຫຼື ຝຸ່ນ ເຈືອປົນຫຼາຍເກີນໄປ; 3. ຊາຍ ຄວນເລືອກໃຊ້ຊາຍຝັ່ງແມ່ນໍ້າ ຫຼື ຊາຍບົກ ທີ່ມີຂະໜາດທີ່ເໝາະສົມ, ຂະໜາດເມັດຊາຍບໍ່ລະອຽດ ຫຼື ຫຍາບຫຼາຍຈົນເກີນໄປ ຊາຍຕ້ອງສະອາດ, ບໍ່ມີເສດດີນ ຫຼື ຝຸ່ນ ເຈືອປົນຫຼາຍເກີນໄປ ຢ່າໃຊ້ຊາຍຈາກທະເລ, ຊາຍຫາດ, ນໍ້າເຄັມ, ຢ່າງເດັດຂາດ ເພາະຈະເຮັດໃຫ້ເຫຼັກໃນໂຄງສ້າງເກີດໝ້ຽງ; 4. ນ້ຳ […]
ປະຫຍັດເວລາໃນການກໍ່ສ້າງ, ສະດວກ, ວ່ອງໄວ, ໃນການຕິດຕັ້ງ; ນ້ຳໜັກເບົາເມື່ອທຽບກັບແຜ່ນຕັນ ປະຫຍັດໂຄງສ້າງທີ່ຮອງຮັບແຕ່ຄານ, ເສົາ, ຖານຮາກ ແລະ ເສົາເຂັມ; ໝັ້ນຄົງ, ແຂງແຮງ ສາມາດສານຕໍ່ກັນລະຫວ່າງແຜ່ນເຮັດໃຫ້ເກີດຄວາມແຂງແຮງ ເພື່ອເພີ່ມຄວາມສາມາດໃນການຕ້ານແຮງລົມສຳລັບຕືກສູງືໆ; ບໍ່ຕ້ອງໃຊ້ແບບ, ບໍ່ຄ້ຳຢັນໃນການເທຄອນກຣີດໃນການກໍ່ສ້າງ ຫຼື ເທທັບໜ້າ; ສາມາດມີພື້ນທີ່ໃຊ້ສອຍໄດ້ທັນທີຫຼັງຕິດຕັ້ງ ແມ້ຈະຍັງບໍ່ທັນໄດ້ເທຄອນກຣີດທັບໜ້າ; ມີຄຸນນະພາບສູງ, ແນ່ນອນ, ສະໝ່ຳສະເໝີ, ເຊື່ອຖືໄດ້ ຜະລິດຈາກເຄື່ອງຈັກທີ່ມີມາດຕະຖານສູງ ນຳເຂົ້າຈາກຕ່າງປະເທດ ແລະ ຄວບຄຸມໂດຍຈາກວິສະວະກອນທີ່ມີປະສົບການ; ສວຍງາມດ້ວຍຮູບຊົງທີ່ແນ່ນອນ ສາມາດຈັດລຽງໃຫ້ເປັນລະບຽບຮຽບຮ້ອຍ ໃຕ້ທ້ອງແຜ່ນມັນຈະສວຍງາມແລະລຽບຈາກແບບເຫຼັກທີ່ໃຊ້ໃນການຜະລິດ ບໍ່ຕ້ອງໂບກປູນ ຫຼື ຕີເພດານໃດໆອີກ; ຫຼຸດຜ່ອນພາລະໃນການນຳເອົາຄອນກຣີດເຂົ້າໄປໃນພື້ນທີ່ກໍ່ສ້າງ. ຫຼຸດຜ່ອນບັນຫາສິ່ງແວດລ້ອມຈາກນໍ້າປະສົມກັບຄອນກີດ, ໄມ້ແບບ ພ້ອມທັງສຽງລົບກວນເຮືອນໃກ້ຄຽງ.
ວິທີຜະສົມປູນຈະຕ້ອງໃຊ້ປູນ ແລະ ວິທີການຄິດໄລ່ຈຳນວນຄິວທີ່ຕ້ອງການໃຊ້ ແບບງ່າຍໆ ໂດຍປົກກະຕິການເທປູນພື້ນຂອງຄອນກີດ. ຖ້າປະສົມຈະຄິດໄລ່ເປັນຄີວ ຫຼື ຕາແມັດ ຖ້າທ່ານຈະສ້າງບ້ານໃໝ່ໝົດຫຼັງ ຫຼື ຕໍ່ເຕີມສ້ອມແປງເຮືອນເລັກໆນ້ອຍໆ ທ່ານສາມາດຄິດໄລ່ມັນຕາມຫຼັກການຂ້າງລຸ່ມນີ້. ທ່ານສາມາດຖາມຈຳນວນທີ່ທ່ານຕ້ອງການໃຊ້. • ຕົວຢ່າງການຄິດໄລ່ ປະລິມານຄອນກຣີດທີ່ໃຊ້ເທຄານ ປະລິມານຄອນກຣີດທີ່ຕ້ອງການໃຊ້ • ກວ້າງ x ຍາວ x ເລີກ • 0.15 x 4 x 0.3 • 0.18 ຄີວ • ຕົວຢ່າງການຄິດໄລ່ ປະລິມານຄອນກຣີດທີ່ໃຊ້ເທພື້ນ ປະລິມານຄອນກຣີດທີ່ຕ້ອງການໃຊ້ • ກວ້າງ x ຍາວ x ເລີກ • 5 x 2 x 0.1 • 1 ຄີວ ຄຳຖານທີ່ວ່າ 1 […]
ການທົດສອບຄວາມແຂງແຮງຂອງເສົາໄຟຟ້າ ເສົາໄຟຟ້າຄອນກຣີດອັນແຮງ ຈະຕ້ອງມີຄວາມຕ້ານທານທົນໂມເມນໃຊ້ງານ (Working Moment) ທງັສອງດ້ານຂອງເສົາ ທີ່ລະດັບດິນບໍ່ຕ່ຳກວ່າພິກັດທີ່ກຳນົດໄວ້ຕາມຕາລາງ ແລະ ຈະຕ້ອງສາມາດຮັບໂມເມນສູງສຸດ (Ultimate Breaking Moment) ໄດ້ເປັນ3 ເທົ່າຂອງຄວາມຕ້ານທານໂມເມນໃຊ້ງານ ຄວາມຍາວຂອງເສົາ ໜ້າຕັດຮູບຕັດທີ່ປາຍ ໜ້າຕັດຮູບຕັດທີ່ຕົມ ລະດັບປັກດິນ ຕ້ານທານໂມເມນທີ່ລະດັບດິນບໍ່ຕ່ຳກວ່າ ການເຈາະຮູຕາມແບບເລກທີ ໝາຍເຫດ ມ. ຊມ.xຊມ. ຊມ.xຊມ ມ. ກກ. – ມ. ຂະໜາດໜ້າຕັດເສົາຄາດເຄລື່ອນບໍ່ເກີນ + 0.5 ຊມ ຄວາມຍາວຕ້ອງບໍ່ເກີນກວ່າ +5 ຊມ. 8.00 12×12 20×20 1.50 760 9.00 12×12 21×21 1.50 1,070 12.00 18×15 27×24 2.00 2,550 14.00 20×16 30.5×30 2.00 3,590 […]
ກຳລັງອັດຂອງຄອນກຣີດກ້ອນຕົວຢ່າງ ຮຸບຊົງກະບອກ ແລະ ຮຸບລູກບາສກ໌ ການທົດສອບກຳລັງອັດຂອງຄອນກຣີດ ຮູບຊົງກະບອກ ແລະ ລູກບາສກ໌ ກຳລັງຕ້ານທານແຮງຫຼືການຮັບແຮງ ເປັນຄຸນສົມບັດທີ່ສຳຄັນທີ່ສຸດຂອງຄອນກຮີດ ເຊີງມີຫຼາຍຢ່າງດ້ວຍກັນເຊັ່ນ ກຳລັງຕ້ານທານແຮງອັດເປັນຕົ້ນງານຄອນກຣີດທົ່ວໄປນິຍົມເຮັດການທົດສອບ ຫາກຳລັງຕ້ານທານແຮງອັດເປັນຫຼັກເພື່ອນຳຜົນໄປໃຊ້ໃນການຄວບຄຸ່ມຄຸນນະພາບຂອງງານ ແລະຍັງໃຊ້ເປັນໂຕບົ່ງບອກໃຫ້ຮູ້ເຖີງຄຸນສົມບັດດ້ານອື່ນໆໄດ້ເປັນຢ່າງດີ ເພາະເປັນກຳລັງຕ້ານທານແຮງອື່ນໆເປັນເປັນສັດສ່ວນໂດຍກົງກັບກຳລັງຕ້ານທານແຮງອັດ ການທົດສອບຫາກຳລັງຕ້ານທານແຮງອັດຂອງຄອນກຣີດ ເຮັດໄດ້ໂດຍການກົດຫຼືອັດແທ່ງທົດສອບຮູບລູກບາສກ໌ຕາມມາດຕະຖານອັງກິດຫຼືຮູບຊົງກະບອກຕາມມາດຕະຖານ ອາເມລິກາ ເຊີງບົ່ມຊື້ນຕາມໄລຍະເວລາທີ່ກຳນົດຈົນແຕກ ແລ້ວທຳການຄຳນວນຫາຄ່າຄວາມຕ້ານທານແຮງອັດປຣະໄລມີໜ່ຍເປັນ ກກ./ຕຣ.ຊມ ຫຼື ປອນ/ຕລ. ນີ້ວ ກ້ອນຕົວຢ່າງມາດຕະຖານ ທີ່ເຮັດເພື່ອທົດສອບກຳລັງອັດ ທີ່ໃຊ້ກັນຢູ່ຫຼາຍມີ 2 ຮູບຊົງຄື 1. ຮູບຊົງກະບອກເປັນການທົດສອບຕາມມາດຕະຖານອະເມລິກາ ຂະໜາດທີ່ໃຊ້ຄື ຂະໜາດເສັ້ນຜ່າສູນກາງ 15 ຊມ. ສູງ 30 ຊມ. 2. ຮູບຊົງລຸກບາສກ໌ ເປັນການທົດສອຍຕາມມາດຕະຖານອັງກິດຂະໜາດທີ່ໃຊ້ຄືຂະໜາດ 15x15x15 ຊມ. บ ກຳລັງອັດ 2 ຮູບຊົງນີ້ຈະແຕກຕ່າງກັນ ເຖີງວ່າຈະໃຊ້ສ່ວນຄອນກຣີດສ່ວນປະສົມດ່ຽວກັນ ໂດຍກຳລັງອັດດ້ວຍຮູບຊົງກະບອກ ຈະມີຄ່ານ້ອຍກວ່າກຳລັງອັດຂອງຕົວຢ່າງຮູບຊົງບາສກ໌ ທັງນີ້ເນື່ອງຈາກອົງປະກອບ ການກຽມຕົວຢ່າງທົດສອບ […]
ຕະແກງໄວຣ໌ເມຊ ມີທັງແບບຜິວຫລຽບ ແລະຂໍອ້ອຍ ໂດຍຜິວຫລຽບເລີ່ມຕັ້ງແຕ່ 4 ມິນໄປຈົນເຖີງ 8 ມິນ ແລະຜິວຂໍອ້ອຍເລີ່ມທີ່4ມິນໄປຈົນເຖີງ12ມິນໂດຍຂະບວນການຜະລິດຈະນຳລວດໄວຣ໌ລ໊ອດຂະໜາດໃຫຍ່ເຂົ້າເຄື່ອງຣີດລວດ ເພື່ອຫລຸດຂະໜາດໃຫ້ໄດ້ຂະໜາດຕາມທີ່ຕ້ອງການ ຕະແກງ ໄວຣ໌ເມຊ ສາມາດເຮັດໄດ້ທັງເປັນແບບແຜງ ແລະ ແບບມ້ວນໂດຍທີ່ແບບແຜງສາມາດເລືອກຕັດຕາມຂະໜາດໃຊ້ງານ ແຕ່ກໍ່ຄຳນີ່ງເຖີງການຂົ່ນສົ່ງເຊັ່ນຖ້າຕ້ອງການຂະໜາດກວ້າງ 3 ແມ້ດ ຍາວ 10 ແມ້ດກໍ່ຕ້ອງໃຊ້ລົດເທຣເລີໃນການຂົ່ນສົ່ງ ສ່ວນແບບມ້ວນສາມາດມ້ວນໄດ້ໂດຍມ້ວນເຫຼັກ ຈະມີຄວາມຍາວຂອງຕະແກງໄວຣ໌ເມຊຢູ່ທີ 25 ແມັດ ແລະ ມ້ວນໃຫຍ່ກໍ່ຈະມີຄວາມຍາວຢູ່ທີ່ 25 ແມ້ດ ຂະໜາດຂອງເຫຼັກທີ່ຈະມ້ວນໄດ້ຕ້ອງບໍ່ເກີນ 6 ມີລິແມ້ດ ລວດເຫຼັກທີ່ນຳມາໃຊ້ຜະລິດຕະແກງເຫຼັກ ໄວຣ໌ເມຊ ໂດຍຜ່ານວິທີການຣີດເຢັນ ເມື່ອຕະແກງສຳເລັດຮຽບຮ້ອຍ ເປັນສິນຄ້າສຳເລັດຮູບຜິວຂອງເຫຼັກຈະອ່ອນໂຍນ ແລະ ໄວຕໍ່ຄວາມຊື້້ນຫຼາຍ ເຮັດໃຫ້ເກີດສະນີມທີ່ຜິວແດງໄດ້ງ່າຍກວ່າເຫຼັກກຣີດຮ້ອນທົ່ວໄປ ແຕ່ໃຊ້ແປຣງທອງເຫືອງປັດຜິວຕະແກງ ໄວຣ໌ເມຊ ກໍ່ຈະເຮັດໃຫ້ສະນີມໝົດລົງໄປ ກໍ່ຖືວ່າໃຊ້ງານໄດ້ປົກກະຕິບໍ່ມີບັນຫາແຕ່ຢ່າງໃດເລີຍ ງານກໍ່ສ້າງຣາຊການ ເຊັ່ນງານຖະໜົນທາງຫຼວງ ງານເທສະບານ ຯລຯ ເກືອບທຸກງານທີ່ໃຊ້ຕະແກງ ໄວຣ໌ເມຊ ແບບຊະນິດຜີວຫລຽບ ແຕ່ປະຈຸບັນ ເນື່ອງຈາກມີການພັດທະນາເປັນແບບຂໍ້ອ້ອຍ ແລະດ້ວຍຄຸນສົມບັດການຢືດເກາະປູນທີ່ດີກວ່າເຮັດໃຫ້ຜູ້ຮັບເໝົາຫັນມາໃຊ້ແບບຂໍ້ອ້ອຍກັນຫຼາຍ ການໃຊ້ງານຕະແກງ ໄວຣ໌ເມຊບໍ່ໄດ້ມີໄວ້ສຳລັບເຮັດເສັ້ນທາງຢ່າງດຽວ ແນ່ນອນວ່າປະຈຸບັນມີຜູ້ຮັບເໝົາ ນຳຕະແກງ ໄວຣ໌ເມຊມາປະຍຸກໃຊ້ກັບງານອື່ນເຊັ່ນ […]