Author Archives: settha

ຄວາມຮູ້ເລື່ອງຄອນກຣີດປະສົມສຳເລັດ

ຄອນກຣີດປະສົມສຳເລັດ ) ຄືຄອນກຣີດປະສົມທີ່ສຳເລັດແລ້ວພ້ອມໃຊ້ໂດຍມີສ່ອນປະສົມຂອງຊີເມນຜົງ ຫີນຊາຍ ນ້ຳແລະນ້ຳຢາປະສົມຄອນກຣີດໃນອັດຕາສ່ອນທີ່ເໝາະສົມຕາມມາດຕະຖານຄ່າກຳລັງອັດປະໄລມີນ່ວຍວັດເປັນ Cube (ຊົງລູກບາສກ໌) ຫຼື Cylinder  (ຊົງກະບອກ) ຄອນກຣີດສຳລັບງານກໍ່ສ້າງທົ່ວໄປ (Normal Concrete)  ເປັນຄອນກຮີດທີ່ໃຊ້ສຳບັບງານໂຄງສ້າງທົ່ວໄປຖືກອອກແບບສ່ວນປະສົມຂອງຄ່າກຳລັງອັດປະໄລທີ່ອາຍຸ 28 ວັນ ຕາມມາດຕະຖານມີສ່ວນປະສົມຂອງສານຫລຸດນ້ຳແລະຫນ່ວງການກໍ່ຕົວເຊັ່ນ ຄານ ເສົາ ພື້ນເປັນຕົ້ນ ຄອນກຣີດສຳລັບງານປັ້ນ(Pumping Concrete)  ເປັນຄອນກຣີດທີ່ມີຄວາມແຫຼວກວ່າຄອນກຣີດທົ່ວໄປ ເຊີງໃຊ້ສຳລັບເທຄອນກຣີດຜ່ານເຄື່ອງລຳລຽງຄອນກຣີດ ເຊັ່ນລົດປ້ຳຄອນກຣີດ ຄອນກຣີດສຳລັບງານເຂັມເຈາະ (Bored Pile Concrete)  ເປັນຄອນກຣີດທີ່ອອກແບບມາມີການປະສົມດ້ວຍສານຫລຸດນ້ຳ ແລະ ຫນ່ວງການກໍ່ຕົວເຮັດໃຫ້ຄອນກຣີດມີຄວາມສາມາດໃນການເຮັດງານຫຼາຍຂື້ນ ບໍ່ເກີດການເເຍກຕົວຄະນະເທຄອນກຣີດ ມໍຕ້າ (Mortar)  ເປັນຄອນກຣີດພິເສດທີ່ມີສ່ວນປະສົມທີ່ມີສີເມນຊາຍ ນ້ຳ ນ້ຳຢານ່ວງເພາະມີສ່ວນປະສົມຂອງຫີນສ່ວນຫຼາຍຈະໃຊ້ໃນການຫລໍ໋ລື່ນໃນການຍິ່ງປ້ຳຫຼືໃຊ້ສຳລັບປັບພື້ນຜິວໃຫ້ລຽບຫຼືອາດໃຊ້ໃນການກໍ່/ສາບໄດ້  ຄອນກຣີດປະສົມນ້ຳຢາກັນຊີມ(Waterproof Concrete)  ເປັນຄອນກຣີດທີ່ຖືກອອກແບບມາພິເສດມີຄວາມທຶບນ້ຳຫຼາຍກວ່າຄອນກຣີດປົກກະຕິເໝາະສຳລັບງານທີ່ກ່ຽວກັບການເກັບກັກນ້ຳ ເຊັ່ນ ສະອາບນ້ຳ, ດາດຟ້າເປັນຕົ້ນ  ຄອນກຣີດສຳລັລງານໂພສ໌ເທຊັນ (Post-tension Concrete)  ເປັນຄອນກຣີດທຄ່າຊ່ວງຕົ້ນສູງພັດທະນາກຳລັງອັດໃນຊ່ວງອາຍຸ 3 – 7 ວັນ ສ່ວນຫຼາຍໃຊ້ສຳລັບງານເທພື້ນຂະໜາດໃຫຍ່ ແລະຕອ້ງການຄວາມວອງໄວເຊີງຄອນກຣີດຊະນິດນີ້ສາມາດເຊັດຕົວໄດ້ໄວກວ່າຄອນກຣີດທົ່ວໄປ  ຄອຮກຣີດກຳລັງອັັດສູງ  […]

ໄວຣ໌ເມດແບບມ້ວນ ແລະ ໄວຣ໌ເມດແບບແຜງ ແຕກຕ່າງກັນແນວໃດ

 ໄວຣ໌ເມດແບບມ້ວນ ແລະ ໄວຣ໌ເມດແບບມ້ວນ ແຕກຕ່າງກັນແນວໃດ ຫຼາຍໆ ຄົນສົງໃສວ່າໄວຣ໌ນັ້ນ ເປັນຫຍັງຕ້ອງມີທັງແບບມ້ວນ ແລະ ແບບແຜງ ແລະ ມັນແຕກຕ່າງກັນແນວໃດ ເຮົາມາເບິງກັນເລີຍ 1.  ຂະໜາດຂອງເສັ້ນລວດໄວຣ໌ເມດ ໂດຍປົກກະຕິໄວຣ໌ເມດນັ້ນຈະມີຂະໜາດຕັ້ງແຕ່ 3 – 12 ມມ. ເຊິງຂະໜາດຂອງເຫຼັກເສັ້ນໄວຣ໌ເມດນັ້ນ ຖ້າເປັນເຫຼັກເສັ້ນ 3-4 ມມ. ແບບນີ້ສ່ວນໃຫຍ່ຈະນິຍົມເຮັດເປັນມ້ວນ ແຕ່ຖ້າໃຫຍ່ກວ່າ 4 ມມ. ເຊັ່ນ 5- 12 ມມ. ຈະນິຍົມເຮັດເປັນແຜງ   2.  ຂະໜາດຂອງຕະແກງ ເນື່ອງດ້ວຍໄວຣ໌ເມດທີ່ເຫຼັກເສັ້ນໃຫຍ່ ຈະບໍ່ສາມາດມ້ວນໄດ້ ຈື່ງຕ້ອງເຮັດເປັນແຜງ ປົກກະຕິໄວຣ໌ເມດແບບມ້ວນຈະມີຂະໜາດ 2*50 ມ. ແລະ 2*25 ມ. ແຕ່ຫາກມີປະລິມານການໃຊ້ງານທີ່ຫຼາຍໆ ເຊັ່ນເປັນພັນ ຫຼື ໝື່ນ ຕາລາງແມ້ດກໍ່ສາມາດໃຫ້ໂຮງງານສັ່ງຕັດໄດ້ ໄວຣ໌ເມດແບບແຜງ ສ່ວຍໃຫຍ່ຈະເປັນໄວຣ໌ເມດທີ່ເຫຼັກເສັ້ນມີຂະໜາດໃຫຍ່ຕັ້ງແຕ່ 6 ມມ. ຂື້ນໄປ ໂດຍມີຂະໜາດແຜງປົກກະຕິທີ່ […]

ປະເພດຂອງຕະແກງໄວຣ໌ເມດ

  ສະບາຍດີ ມື້ນີ້ເຮົາຈະມາຮູ້ຈັກຕະແກງໄວເມດໃຫ້ຫຼາຍຂື້ນ ຕະແກງໄວເມດນັ້ນເປັນ ຊື່ເອີ້ນລວມໆ ຂອງຕະແກງເຫຼັກຕ່າງໆ ມີປະເພດໃຫຍ່ດັ່ງນີ້   1.ຕະແກງໄວຣ໌ເມດເສີມຄອນກຣີດ ຄືຕະແກງເຫຼັກສຳເລັດຮູບ ທີ່ເອົາໄປໄວ້ຮອງຄອນກຣີດກ່ອນການເທພື້ນຄອນກຣີດເພື່ອໃຫ້ແຂງແຮງຫຼາຍຂື້ນ ເຊີງເຮົາເອີ້ນວ່າໄວຣ໌ເມດ ຫຼື ຕະແກງໄວຣ໌ເມດ ເຊີງສະໃໝກ່ອນຈະນິຍົມໃຊ້ເຫຼັກເສັ້ນມາຜູກມັດເປັນຕະແກງສາມາດອ່ານຂໍ້ມູນເພີ່ມເຕິ່ມໄດ້ທີ່         2.  ກັລວາໄນໄວຣ໌ເມດ ຄືຕະແກງໄວຣ໌ເມດຊະນິດໜື່ງເຊີງໃຊ້ກັບງານເພດານເພື່ອຮອງສະນວນກັນຄວາມຮ້ອນ     3.   ຕະແກງສານ ຕະແກງຕົວຫນອນ ຄືໄວຣ໌ເມດຊະນິດໜື່ງທີ່ນຳມາສານກັນຫຼືຂັດກັນ ເຊັ່ນ ຕະແກງຕົວຫນອນ ໄວຣ໌ເມດຊະນິດນີ້ຈະນິຍົມໃຊ້ເຮັດເປັນຮົ້ວຫຼືແບ່ງກັນເຂດຕ່າງໆອາດຈະເຮັດເປັນກົງສັດ ຮົ້ວບ້ານ ຮົ້ວກັນສັດລ້ຽງເປັນຕົ້ນ  

ຕາຕະລາງປຽບທຽບການໃຊ້ເຫຼັກ, ເຫຼັກເສັ້ນຂໍ້ອ້ອຍກັບເຫຼັກໄວຣ໌ເມດ

*  ຕະແກງເຫຼັກ SCC  ກັບເຫຼັກເສັນກົມ ແລະ ເຫຼັກເສັ້ນຂໍ້ອ້ອຍ ຕາຕະລາງເປັນຕາຕະລາງປຽບທຽບ ການໃຊ້ເຫຼັກເສັ້ນຂໍ້ອ້ອຍແບບຜູກ ຊື່ງອາດຈະປ່ຽນໄປໃຊ້ເປັນໄວຣ໌ເມດ ຈະໃຊ້ໄວຣ໌ເມດຂະໜາດເທົ່າໃດ ເພື່ອເປັນຂໍ້ມູນປະກອບການຕັດສິນໃຈສຳລັບຊ່າງຫຼືວິຊະວະກອນທີ່ຄຸ່ມງານ ຕະແກງເຫຼັກ SCC ເຫຼັກດສັ້ນກົມ ເຫຼັກເສັ້ນຂໍ້ອ້ອຍ ຄວາມສາມາດຮັບແຮງດຶງ (Yield, Strength) Kg/cm2 ສາມາດກຳນົດໄດ້ 2,400 4,000 ເມື່ອນຳມາຄຳນວນປຽບທຽບກັນສາມາດໃຊ້ ຕະແກງເຫຼັກທົດແທດເຫຼັກເສັ້ນໄດ້ດັ່ງນີ້ *   ຈະເຫັນໄດ້ວ່າຫລຸດຂະໜາດຂອງເຫຼັກລົງໄດ້ປະມານ30-35 % ຂະໜາດເສັ້ນເຫຼັກກົມ  ຂະໜາດເຫຼັກ ຕະແກງເຫຼັກ SCC 6 mm. 4 mm. 9 mm. 6 mm.     ຕາຕະລາງປຽບທຽບການໃຊ້ຕະແກງເຫຼັກ ແທ່ນການໃຊ້ເຫຼັກເສັ້ນກົມ ໂດຍລະອຽດ ເຫຼັກເສັ້ນກົມ ຕະແກງເຫຼັກ SCC ຂະໜາດເຫຼັກເສັ້ນທຳມະດາ AS.(M.S)(mm2/m) AS.(Actual)(mm2/m) ຂະໜາດຕະແກງເຫຼັກ AS.(Actual) (MM2/3) Ø 6.00 […]

ຕະແກງເຫຼັກໄວຣ໌ເມດ (Wire Mesh) ຄືຫຍັງມີຂໍ້ດີແນວໃດ

ຈຸດເດັ່ນຂອງຄອນກຣີດ ຄືສາມາດຮັບແຮງອັດສູງ ແຕ່ຄວາມສາມາດໃນການຮັບແຮງດືງຕ່ຳ ເມື່ອຖືກແຮງດືງຈະເຮັດໃຫ້ຄອນກຣີດແຕກໄດ້ງ່າຍ ດ້ວຍສາເຫດນີ້ຈື່ງມີການນຳວັດສະດຸອື່ນທີ່ສາມາດຮັບແຮງດືງໄດ້ເຊັ່ນ ເຫຼັກມາໃສ່ໄວ້ພາຍໃນຄອນກຣີດເພື່ອເພີ່ມຄວາມສາມາດໃນການຮັບແຮງດຶງ ໂດຍສາມາດກ່າວໄດ້ວ່າຄອນກຣີດຮັບແຮງອັດ ແລະເຫຼັກຮັບແຮງດຶງ ການເສີ່ມເຫຼັກໃນຄອນກຣິດນັ້ນແຕ່ເດີມຈະໃຊ້ເຫຼັກເສັ້ນມາຜູກເປັນຕະແກງ ເຊີງຈະໃຊ້ແຮງງານເຂົ້າມາເຮັດບ່ອນນີ້ ເຮັດໃຫ້ງານກໍ່ສ້າງໃຊ້ເວລາດົນນານ ຕໍ່ມາຈື່ງມີການພັດຖະນາເປັນຕະແກງລວດເຫຼັກສຳເລັດຮູບ (Wire Mesh) ຊື່ງຊ່ວຍໃຫ້ງານກໍ່ສ້າງສະດວກວອງໄວ   ຊ່າງຫຼືນັກວິຊາວະກອນຫຼາຍໆຄົນທີ່ເຮັດງານກໍ່ສ້າງ ບໍ່ວ່າຈະເປັນງານກໍ່ສ້າງຕຶກ ໂກດັງ ຖະໜົນ ຮ້ານຈອດລົດ ຫຼືງານອື່ນທີ່ຕ້ອງມີງານພື້ນມາກ່ຽວຂ້ອງສ່ວນຫຼາຍແລ້ວຄົງເຄີຍຊີນກັບການໃຊ້ເຫຼັກຜູກແບບເດີມ ເພື່ອໃຊ້ຮອງພື້ນຄອນກຣີດໃຫ້ຄວາມແຂງແຮງແບບເດີມ   ວິທີການຜູກເຫຼັກແບບເດີມອາດຈະບໍ່ເໝາະກັບງານກໍ່ສ້າງສະໄໝໃໝ່ແລ້ວ ເພາະຫຼາຍສາເຫດໃນສະໄໝໃໝ່ມີການໃຊ້ໄວຣ໌ເມດ ມາເພື່ອທົດແທ່ນການໃຊ້ເຫຼັັດຜູກແບບເດີມ ເຮົາມາເບີງກັຍເລີຍ   ຕະແກງເຫຼັກໄວຣ໌ເມດ (Wire Mesh) ຄືຕະແກງເຫຼັກກ້າເຊື່ອມຄິດເສີ່ມຄອນກຣິດ ພາສາຊ່າງອາດຈະເອີ້ນເປັນຊື່ອື່ນໆ ເຊັ່ນ ເຫຼັກໄວຣ໌ເມດ ໄວຣ໌ເມດເທປູນ ຕະແກງໄວຣ໌ເມດ ຜະລິດມາຈາກລວດເຫຼັກກຣີດເຢັນ (Cold Drawn Steel Wire) ໃຊ້ເສັ້ນລວດຂະໜາດຕ່າງໆ ຕັ້ງແຕ່ 3-9 ມິລີແມ້ດ ແລະ ມີຕາຫ່າງຕັ້ງແຕ່15 ຊມ 30 ຊມ. ຢູ່ທີ່ການໃຊ້ງານຂອງລຸກຄ້າ ແລະ ລູກຄ້າສາມາດສອບຖາມລາຄາ ແລະ […]

ນ້ຳຢາສຳລັບການປະສົມຄອນກຣີດ

 ສານເຄມີປະສົມເພີ່ມ ສຳລັບຄອນກຣີດ   ສານປະສົມເພີ່ມໄດ້ຈາກທຳມະຊາດ ຫຼື ຜະລິດຈາກກຣຣມວິທີສັງເຄາະທາງເຄມີ ໂດຍສານປະສົມເພີ່ມ ຈະໃຫ້ປະສົມເພີ່ມລົງໄປ ໃນສ່ວນປະສົມຄອນກຣີດ ກ່ອນປະສົມ ຫຼື ຄະນະປະສົມ ເພື່ອປັບປຸງຄຸນສົມບັດບາງປະການຂອງຄອນກຣິດ ທີ່ມັກນິຍົມນຳມາໃຊ້ທີ່ປະເທດໄທຍ ແລະ ສປປ. ລາວໄດ້ແກ່ສານກັກກະຈານຟອງອາກາດ ສານລົດນ້ຳ ແລະ ນ່ວງການກໍ່ຕົວ, ສານເລັ່ງການກໍ່ຕົວ    1.ສານກັກກະຈາຍຟອງອາກາດ (Air-Entraining Admixture) ສານກັກກະຈາຍຟອງອາກາດເປັນສານເຄມີຊະນິດນ້ຳ ທີ່ຈະໃຊ້ໃສ່ລະຫວ່າງການປະສົມຄອນກຣີດ ມີໜ້າທີ່ສ້າງຟອງອາກາດທີ່ມີຂະໜາດນ້ອຍຫຼາຍກະຈາຍ ແລະ ຄົງຕົວຢູ່ຈື່ງເອີ້ນວ່າຟອງອາກາດທິ່ຖືກກັກກະຈາຍ (Entrained Air)  ເມື່ອຖືກປະສົມກັບຄອນກຣີດແລ້ວຟອງອາກາດເຫຼົ່ານີ້ຈະຊ່ວຍປັບປຸງຄວາມສາມາດຂອງຄອນກຣີດໃຫ້ມີຄວາມທົນທານຕໍ່ສະພາວະ ທີ່ນ້ຳກາຍເປັນນ້ຳແຂງ ແລະ ລະລາຍສະລັບກັນ(Freezing and Thawing) ແລະເກືອທີ່ໃຊ້ລະລາຍນ້ຳແຂງ (Deicing Salt) ເມື່ອຄອນກຣີດຍັງຢູ່ໃນສະພາຫວະພຣາສຕິກ ສານກັກກະຈາຍຟອງອາກາດຈະຊ່ວຍເພີ່ມຄວາມສາມາດໃນການເທໄດ້ອີກ ທັງຍັງຊ່ວຍຫລຸດການເຍີ້ມ (Bleeding) ແລະ ການແຍກຕົວ(Segregation) ຂອງຄອນກຣີດອີກດ້ວຍ   2.ສານຫລຸດນ້ຳ (Water Reducers)  ສານຫລຸດນ້ຳຖືກນ້ຳມາໃຊ້ໃນສອງວັດຖຸປະສົງຫລັກໃນງານຄອນກຣີດ ຄື: -ໃຊ້ຫລຸນ້ຳໃນສ່ວນປະສົມຄອນກຣີດ ໂດຍທີ່ຍັງໄດ້ຄ່າຍຸບຕົວທີ່ເທົ່າເດີມ […]

ເຫຼັກເສັ້ນກົມ ເຫຼັກຂໍ້ອ້ອຍ ຄວາມຮູ້ເບື້ອງຕົ້ນກ່ຽວກັບເຫຼັກເສັ້ນແຕ່ລະປະເພດ

 ເຫຼັກຂໍ້ອ້ອຍ ຫຼືທີມັກເອີ້ນກັນສັ້ນໆວ່າ DB ຍັງມີຊື່ເອີ້ນອີກຫຼາກຫຼາຍເຊັ່ນ ເຫຼັກອ້ອຍ ເຫຼັກບັ້ງ ເຫຼັກຂໍ້ ໂດຍເຫຼັກຂໍ້ອ້ອຍຈັດຢູ່ໃນປະເພດຂອງຂອງເຫຼັກເສັ້ນ ມີລັກສະນະເປັນປ່ອງໆ ຄ້າຍອ້ອຍ ມີໄລຍະບັ້ງເທົ່າກັນສະໝ່ຳສະເໝີຕະລອດທັງເສັ້ນ ບໍ່ມີຮ່ອຍປຣິແຕກຫັກ ຊື່ງຈະຊ່ວຍເພີ່ມແຮງຢືດໜ່ຽວໃຫ້ເຫຼັັກກັບຄອນກຣີດໂດຍເຫຼັັກຂໍ້ອ້ອຍຮັບຮອງຕາມາດຕະຖານມອກ. 24– 2548 ມີເສັ້ນຜ່ານສູນກາງຂອງເຫຼັກຂໍ້ອ້ອຍຢູ່ທີ່ 10  – 32 ມມ. ແລະ ມີຄວາມຍາວທາດຕະຖານ 10 ແມັດ ແລະ 12 ແມ້ດ   ຄຸນລັກສະນະຂອງເຫຼັກຂໍ້ອ້ອຍທີ່ດີ  ຜີວຂອງເຫຼັກເສັ້ນຂໍ້ອ້ອຍ ຕ້ອງມີໄລຍະຂອງບັ້ງຫຼືໄລຍະຂອງຂໍ້ອ້ອຍ ທີ່ເທົ່າກັນຕະລອດທັງເສັ້ນ ແລະ ສຳໝ່ຳສະເໝີຕະລອກທັງເສັ້ນ  ເສັ້ນຜ່າສູນກາງຕ້ອງຖືກຕ້ອງ ເຊັ່ນເຫຼັກຂໍ້ອ້ອຍ 10 ມມ. ຕ້ອງວັດໄດ້ຂະໜາດ 10​ມມ. ຄວາມຍາວຕ້ອງຖືກຕ້ອງດ້ວຍ  ບໍ່ເປ້ ບໍ່ແຕກງ່າຍ ຫຼືງໍງ່າຍ  ບໍ່ມີສະນີມກິນເລິກເຂົ້າໄປໃນເນື້ອເຫຼັກ ແຕ່ຫາກສັງເກດແລ້ວ ເປັນສະນີມທີ່ເກີດຂື້ນບໍລິເວນຜິວເຫຼັກ ກໍ່ບໍ່ເປັນຫຍັງ     ຂໍກຳນົດຂອງຄຸນລັກສະນະຂອງເຫຼັກເສັ້ນຕາມາດຕະຖານຜະລິດຕະພັນອຸດສສາຫະກຳ (ມອກ.) ຂອງເຫຼັກເສັ້ນ ຄຸນສົມບັດທາງກລຂອງເຫຼັກເສັ້ນ

ປູນສີມັງງານໂຄງສ້າງ, ປູນສີມັງ ກໍ່ ສາບ ເທ ແລະ ປູນມໍຕາຣ໌ສຳເລັດຮູບ ຕ່າງກັນແນວໃດ?

  ປູນສີມັງສຳລັບງານໂຄງສ້າງ ຈະໃຊ້”ຈະໃຊ້ປູນສີມັງປອຣ໌ຕແລນ”ເປັນວັດຖຸດິບຫຼັກໃນການສ່ວນປະສົມສຳລັບງານກໍ່ສ້າງບ້ານໃໝ່ ຫຼ ອາຄານໂດຍທົ່ວໄປຈະໃຊ້ປູນສີງມັງ ປອຣ໌ຕແລນທຳມະດາ ແຕ່ຫາກມີການເລັ່ງງານກໍ່ສ້າງ ຫຼືມີຄວາມຈຳເປັນຕ້ອງຊ້ອມຄອນກຣີດໂຄງສ້າງບ້ານຈະໃຊ້ປູນສີມັງປອຣ໌ຕແລນໃຫ້ກຳລັງອັດສູງ ສຳລັບບ້ານ ຫຼື ອາຄານທີ່ປຸກສ້າງໄກ້ທະເລ ຄວນໃຊ້ປູນສີມັງປອຣ໌ຕແລນທົນຊັລເຟຕສູງ ເພື່ອບໍ່ໃຫ້ເກືອຊັລເຟຕທຳລາຍເນື້ອຄອນກຣີດ ສ່ວນງານໂຄງສ້າງທີ່ຕອ້ງສຳຜັດກັບດິນ,ນ້ຳ  ຫຼືງານໂຄງສ້າງທີ່ມີຄວາມໜາຫຼາຍເຊັ່ນ ຕໍມໍ ຂະໜາດໃຫຍ່ ຖານຮາກຂະໜາດໃຫຍ່ ຫຼື ກຳແຜງກັນດິນທີ່ມີຄວາມໜາຫຼາຍໆຄວນໃຊ້ປູນສີງມັງປອຣ໌ຕແລນດັດແປງສ່ວນງານໂຄງສ້າງຄອນກຣີດຂະໜາດໃຫຍ່ ຫຼື ຄອນກຣີດຫລາ (Mass Concrete) ເຊັ່ນງານໂຄງສ້າງເຄື່ອນຄວນໃຊ້ປູນສີມັງປອຣ໌ຕແລນ ປະເພດເກີດຄວາມຮ້ອນຕ່ຳ ເພື່ອຫລຸດຄວາມສ່ຽງທີ່ເກີດຈາກການແຕກຫັກຂື້ນ ເນື່ອງຈາກຄວາມຮ້ອນ ໃນການເຮັດປະຕິກິລິຍາຂອງຄອນກຣີດ   ປູນສີມັງສຳລັບງານ ກໍ່ ສາບ ເທ  ຈະເປັນປູນສີມັງທີ່ກຳລັງອັດຕ່ຳກວ່າປູສີມັງປອຣ໌ຕແລນ ຈີ່ງບໍ່ເໝາະກັບງານໂຄງສ້າງທີ່ຕ້ອງຮັບນ້ຳໜັກອາຄານໃນສ່ວນຕ່າງໆ ໂດຍສຳລັບງານກໍ່ ຈະໃຊ້ “ປູນສີມັງປະສົມ (Mixed Cement) ” ເຊີງມີຄຸນສົມບັດໜ່ຽວລື່ນຢືດເກາະ ແລະ ຜນັງໄດ້ດີ ແຫ້ງໂຕພໍ່ເໝາະບໍ່ຢືດໂຕຫຼາຍ ສ່ວນງານສາບນັ້ນຈະໃຊ້ “ປູນສີມັງ Masonry (Masonry Cement)” ເນື່ອງຈາກມີຄຸນສົມບັດພີເສດ ຄືມີຄວາມຫລຽບນຽ່ນສູງ ເນື້ອລະອຽດ ໜ່ຽວລື່ນຢືດເກາະໄດ້ດີ ສາບງ່າຍ ອົມນ້ຳໄດ້ດີ […]

ຄວາມສຳຄັນຂອງຫີນ ສຳລັບງານອຸດສາຫະກຳກໍ່ສ້າງ

  ການປະສົມຄອນກຣີດ ຂະໜາດຂອງຫີນທິີຕ້ອງການ ກໍ່ຈະຕ່າງກັນໄປຕາມຮູບແບບຂອງງານກໍ່ສ້າງທີ່ໄດ້ຮັບ ເຊັ່ນ ງານເທພື້ນທີ່ກວ້າງ ກໍ່ຄວນຈະໃຊ້ເປັນຫີນທີ່ມີຂະໜາດໃຫຍ່ ຢ່າງຫີນ 2 ຫຼື ຫີນ3 ສ່ວນງານເທພື້ນໃນທິ່ເເຄ້ບ ກໍ່ອາດຈະໃຊ້ຫິນທີ່ມີຂະໜາດນ້ອຍ ເຊັ່ນ ຫີນ1 ຫີນ1ພິເສດ ເປັນຕົ້ນ ຄຸນສົມບັດຂອງຫີນທີ່ເຮເຮົາເລືອກໃຊ້ປະສົມຄອນກຣີດ 1.   ມີຄວາມແຂງແກ່ນ 2.   ມີຜີວຂະຣຸຂະລະ ມີແງ່ຫລຽມຄົມ ເພື່ອໃຫ້ຊາຍຫຼື ສີມັງຢືດເກາະໄດ້ຢ່າງໝັ້ນຄົງ 3.   ທົນຕໍ່ຄວາມຮ້ອນ 4.  ມີຂະໜາດພໍ່ເໝາະກັບງານທິ່ໃຊ້ 5. ສະອາດ ປາສະຈາກສິ່ງສົກກະປົກເຈື່ອປົນ   ຫີນ3/4″ ຂະໜາດປະມານ 19 ມມ,​(6-7ຫຸ່ນ)ໃຊ້ໃນງານປະສົມຄອນກຣີດ(ປູນ) ງານຫລໍ່ ແລະ ເທພື້ນຄອນກຣີດ ງານຜິວທາງລາດຍ່າງ ໃຊ້ກັບແພຣນປູນ ແລະ ງານກໍ່ສ້າງທົ່ວໄປ   ຫີນ 3/8″ (ຫີນເກຣ໊ດ)   ຂະໜາດປະມານ 9.5  ມມ. (3 ຫຸ່ນ) ໃຊ້ເປັນສ່ວນປະສົມແອສຟັສຄອນກຣີດ […]

ຊາຍທີ່ໃຊ້ໃນການກໍ່ສ້າງມີທັງໝົດຈັກຊະນິດ ?

 ຊາຍທີ່ໃຊ້ຈະຕ້ອງໄດ້ມາດຕະຖານຜ່ານຂະບວນການຜະລິດ ການກຂັດເກດຫຼາຍຂັ້ນຕອນໄດ້ຄຸນນະພາບ ຕົງຕາມ SPEC ສະອາດ ໄຮ້ສີ່ງເຈື່ອປົນສີສວຍ ແຂງແຮງ ເຊີງຫີນຊາຍທິ່ເຮົາຈຳໜ່າຍເປັນຫີນຊາຍ ຈາກບໍຊາຍ ແລະ ໂຮງໂມ້ຫີນທີ່ຄັດສານເພື່ອຈຳໜາ່ຍ  PLANT ຄອນກຣິດທີ່ມີຂະໜາດພໍເໝາະ ຂະໜາດເມັດຊາຍບໍ່ລະອຽດຫຼືຫຍາບຈົນເກີນໄປ ຊາຍຈະຕ້ອງສະອາດບໍ່ມີເສດດິນຫຼື ຝຸ່ນຜົງເຈື່ອປົນຫຼາຍເກີນໄປ ຫ້າມໃຫ້ຊາຍຈາກທະເລ ຊາຍຫາດນ້ຳເຄັມ ນ້ຳກຣ່ອຍ ໂດຍເດັດຂາດ ເພາະຈະເຮັດໃຫ້ເຫຼັກເສີມໃນໂຄງສ້າງເປັນສະນິມ   ຊາຍຫຍາບ ໃຊ້ໃນການເທປະສົມຄອນກຣີດທົ່ວໆໄປທີ່ຕ້ອງການຮັບນ້ຳໜັກຫຼາຍໆເພາະຊາຍຫຍາບເມັດໃຫຍ່ຈະມີຫລຽມຄົມດີ ເຮັດັໃຫ້ເກາະຕົວສີເຂັ້ັ້ມ   ຊາຍກາງ ໃຊ້ໃນການປະສົມປູນກໍ່ອິດ ແລະ ບໍ່ນິຍົມໃຊ້ໃນການປະສົມຄອນກຣີດທີ່ຮັບນ້ຳໜັກຫຼາຍໆມີສີອ່ອນຫຼາຍກວ່າຊາຍຫຍາບ   ຊາຍລະອຽດ ໃຊ້ສຳລັບປະສົມປູນ ສາບ ແລະ ຕົບແຕ່ງ ບໍ່ນິຍົມໃຊ້ໃນການປະສົມຄອນກຣີດເພາະບໍ່ມີກຳລັງແລະ ບໍ່ມີແງ່ເກາະ