ເຮົາເຫັນຄວາມສຳຄັນເລື່ອງມາດຕະຖານ ແລະ ຄວາມປອດໄພ ຈື່ງໄດ້ລົງທືນເປັນຈຳນວນຫຼາຍ ເພື່ອຫາເຄື່ອງມືທົດສອບຕ່າງໆ ມາຕິດຕັ້ງປະຈຳທີ່ໂຮງງານຂອງເຮົາ ເພື່ອໃຫ້ແນ່ໃຈວ່າ ຜະລິດຕະພັນຂອງເຮົາຜ່ານມາດຕະຖານ ມີຄຸນນະພາບໜ້າເຊື່ອຖື ປອດໄພຕໍ່ການນຳໄປໃຊ້ງານ
ເຄືອງມືທີ່ເຮົາມີ ອາທິເຊັ່ນ
ເຄື່ອງທົດສອບແຮງອັດຄອນກຣີດ (Digital Compression Machines)
ເປັນເຄືອງທົດສອບຄວາມແຂງແຮງໃນການຮັບແຮງອັດ(Compressive Strength )
ຂອງຄອນກຣີດແບບຕັ້ງພື້ນຖານ ເປັນລະບົບໄຮດຣໍຣິກແບບມໍສເຕີໄຟຟ້າເປັນຕົ້ນກຳລັງອ່ານຄ່າໜ່ວຍແຮງຈາກໜ້າຈໍດີຈິຕອນ ພ້ອມເຄື່ອງພີມສະແດງຜົນໃນຕົວເຄື່ອງເປັນເຫຼັກມີຄວາມແຂງແຮງ ສາມາດທົດສອບຊີ້ນຕົວຢ່າງໄດ້ຕາມມາດຕະຖານ ASTM E4 , BS1610 GRADE 1.0 EN 12390-4, BS 1881:115, DIN 51220, ASTM C39, NF P18-411, AASHTO T22
ລາຍລະອຽດທາງເທັກນິກ
1. ສາມາດທົດສອບແຮງອັດແທ່ງຕົວຢ່າງຄອນກຣີດ ຮູບຊົງປະກອບຂະໜາດເສັ້ນຜ່າສູນກາງ 150 ມິລີແມັດ ສູງ 300 ມິລີແມັດ ແລະແທ່ງຕົວຢ່າງຄອນກຣີດຮູບລູກບາສກ໌ 150 x 150 x150 ມິລີແມັດໄດ້
2. ສາມາດທົດສອບແຮງອັດສູງສຸດໄດ້ 1,000kN ຫຼື 2,000kN ຫຼື 3,000kNໃຫ້ຄ່າຄວາມທ່ຽງຕົງດີກວ່າ 1 % ຂອງຊ່ວງການຮັບນ້ຳໜັກບັນທຸກທີ່ 90 %
3. ລະບົບການໃຫ້ແຮງເປັນລະບົບໄຮດຣໍຣິກສ໌ ຄວບຄຸມດ້ວຍວາລ໌ວ
4. ຊ່ວງການຍົກຂອງກຣະບອກໄຮດຣໍຣິກ ( Ram Stroke ) ສູງສຸດບໍ່ນ້ອຍກວ່າ 50 ມິລີແມັດແຜ່ນກົດ ແລະ ແຜ່ນຮອງຮັບມີຂະໜາດເສັ້ນຜ່າສູນກາງບໍ່ນ້ອຍກວ່າ 240 ມິລີແມັດ
5. ຊຸດບັງຄັບ ແລະຄວບຄຸມລະບົບໄຮດຣໍຣິກນີ້ ມີກລ່ອງໂລຫະປິດຄອບຢ່າງມິດຊິດ ເພື່ອກັນເສດວັດຖຸ ແລະປຸ່ມມີສະວິດປິດ-ເປີດ ແລະ ປຸ່ມ ໝຸ່ນປິດ-ເປີດວາລ໌ວນ້ຳມັນ ອຸປະກອນທັງໝົດນີ້ ຕິດຕັ້ງຢູ່ເທິງອຸປະກອນ
6. ມີໄລຍະ ລໄຍະຫ່າງແປ້ນກັດນ້ຳໜັກ- ກາງ ບໍ່ນ້ອຍກວ່າ 300 ມິີລີແມັດ ແປ້ນກັດມີຂະໜາດເສັ້ນຜ່າສູນກາງບໍ່ນ້ອຍກວ່າ 240 ມິລີແມັດ ພ້ອມຄັນໝຸ່ນປັບລະດັບຕົງກັດອຸປະກອນ
ເຄື່ອງທົດສອບແຮງອັດຄອນກຣີດ(Compression Machines)
ຂະໜາດ 150 ຕັນ (1500 ກິໂລນິວຕັນ)
ໃຊ້ໄຟຟ້າ ອ່ານຄ່າຈາກເກດວັດ
ຂະໜາດ 200ຕັນ (2000ກິໂລນິວຕັນ)
ໃຊ້ໄຟຟ້າ ອ່ານຄ່າຈາກເກດວັດ
ເຄື່ອງທົດສອບ UTM (UNIVERSAL TESTING MACHINE) ຂະໜາດ 600 KN ແລະ 1,000 KN
UTM ເປັນເຄື່ອງມືທົດສອບທີ່ໃຊ້ຫາສົມບັດແຮງດືງແລະແຮງອັດ (ຄວາມທົນຕໍ່ແຮງດຶງ, ການຢືດຕົວ ໜ ຈຸດຂະໜາດ, ການເສຍຮຸູບ, ຄ່າໂມດຸລັສ)ຂອງຊີ້ນງານຄົງຮູບ ໂດຍຈະໃຫ້ແຮງດຶງ ຫຼືແຮງອັດກັບຊີ້ນທົດສອບດ້ວຍອັດຕາໄວຄົງທີ່ຈົນກະທັງຊີ້ນທົດສອບຂະໜາດຫຼືເສຍຫາຍ ແລະ ບັນທຶກຄ່າແຮງດຶງ (Tension force) ຫຼືຄ່າແຮງອັດ (Compression force) ທີ່ປ່ຽນໄປຕາມການຢືດຕົວ ຫຼື ການເສຍຮູບ (Deformation) ຂອງວັດສະດຸ ນຳຄ່າທີ່ໄດ້ໄປຄຳນວນ ແລະ ຟລອດກຣາບຄວາມສຳພັນລະຫວ່າງຄວາມເຄັນ (Stress) ກັບຄວາມຄຽດ(Strain)ພ້ອມທັງຄຳນວນຄ່າຕ່າງໆ
ເປັນເຄື່ອງມືທົດສອບເພື່ອຫາຄຸນສົມບັດເຊິງກົນຂອງວັດສະດຸ ສາມາດທົດສອບວັດສະດຸໄດ້ຫຼາຍວິທີ ເຊັ່ນ ການດຶງ ແລະ ອື່ນໆ ໃນເຄື່ອງດຽວກັນ ໂດຍສາມາດໃຊ້ທົດສອບກັບວັດສະດຸໄດຫຼາກຫຼາຍຊະນິດ ລະບົບການທຳງານເປັນແບບອັດຕະໂນມັດສົມບູຍໃນຕົວ ສາມາດຄວບຄຸມໄດ້ທັງ Manual ແລະ Computer ໂດຍການປັບປ່ຽນລະບົບການທຳງານກັນໄດ້ຕາມຕ້ອງການ ກໍລະນີການຄວບຄຸມແບບ Manual ສາມາດເຮັດໃຫ້ຜູ້ເລີ່ມຕົ້ນສຶກສາມີຄວາມຮູ້ແລະເຂົ້າໃຈພື້ນຖານສາມາດຈົດຄ່າຕ່າງໆ ທີ່ໄດ້ຈາກການທົດລອງນຳໄປຄຳນວນ ແລະ ວິເຄາະຜົນດ້ວຍຕົນເອງ ສ່ວນກໍລະນີຄວບຄຸມດ້ວຍຄອມຜິວເຕີ ສາມາດທຳງານແລະວິເຄາະຜົນໄດ້ໂດຍອັດຕະໂນມັດ ເພື່ອໃຫ້ຜູ້ໃຊ້ເຊີງມີຄວາມຮູ້ພື້ນຖານການທົດສອບວັດສະດຸມາແລ້ວເປັນຢ່າງດີໄດ້ໃຊ້ວິເຄາະຜົນໄວຂື້ນ
ເຄື່ອງທົດສອບຫາຄ່າກຳລັງຕ້ານທານ ຂອງຄອນກຣີດແບບບໍ່ທຳລາຍ (Concrete Test Hammer)
1. ລັກສະນະທົ່ວໄປ
ເປັນເຄື່ອງມືທົດສອບຄ່າກຳລັງຄວາມຕ້ານທານຂອງຄອນກຣີດແບບບໍ່ທຳລາຍ ສາມາດໃຊງານໄດ້ໃນຫ້ອງປະຕິບັດການ EN 12 504-2, ASTM C 805, DIN 1048 NF P18-417 ແລະ BS1881-202
2. ລາຍລະອຽດທົ່ວໄປ
2.1 ຕົວເຄື່ອງເປັນລັກສະນະກຣະບອກອາລູມິນຽມ ພາຍໃນປະກອບດ້ວຍເຫຼັກແກນເພລາປະກອບຢຶດຕິດ
ກັບສະປິງ ແລະ ເຂັມອ່ານຄ່າແຮງກະແທກເຊີງສາມາດອ່ານຄ່າຈາກດ້ານນອກໂດຍມີເກດຕັ້ງແຕ່
10 –100 ແບ່ງລະອຽດ 2 ຊ່ອງ ຕໍ່ສເກວ ຄ່າອ່ານໄດ້ຈາກສເກວແລ້ວນຳຜົນທຽບຄວາມຕ້ານທານ
ຂອງຄອນກຣີດຈາກກຣາຟທີ່ຕິດຢູ່ທີ່ດ້ານຂ້າງຂອງເຄື່ອງຄ່າກຳລັງຕ້ານທານຂອງຄອນກຣີດ
(CUBE COMPRESSIVE STRENGTH) ສາມາດອ່ານຄ່າບໍ່ນ້ອຍກວ່າ 105 – 700 Kg/cm2
Concrete & Asphalt Coring Machine ເຄື່ອງເຈາະ ຄອນກຣີດ & Asphalt
Hilti DD 120 Core drill
ລາຍລະອຽດ
1.ເສັ້ນຜ່ານສູນກາງການເຈາະ : 16 – 162 mm (5/8″ – 6″)
2.ເຈາະເລິກ : 430 mm
3.ແຮງດັນໄຟຟ້າ : 220 VAC
4.ຄວາມຖີ່ : 50Hz
5.Input power : 1,600 W
6.ທຳງານໄດ້ : ເກຍ໌ຣ 1: 740 ຮອບ /ນາທີ ; ເກຍ໌ຣ 2: 1580 ຮອບ/ນາທີ(ບໍ່ມີໂຫລດ)
7.ນ້ຳໜັກ : 10.5 kg
8.ຂະໜາດ: 327 x 147 x 330 mm
9.ລະບົບການລະບາຍຄວາມຮ້ອນ : ປ່ອຍນ້ຳຜ່ານກຣະບອກເຈາະຄອນກຣີດຄະນະເຮັດວຽກ
ແບບຫລໍ່ຄອນກຣີດ (Mold)
ຊຸດທົດສອບຄວາມຂັນເຫຼວຂອງຄອນກຣີດ (Slump Test Set)
ຕາມມາດຖານ : ASTM C 143, AASHTO T 23, T 119, T 126
ລາຍບະອຽດທາງເທັກນິກ
ເປັນຊຸດທົດສອບການຫຍຸບຕົວຂອງຄອນກຣີດ ໃຊ້ເພື່ອທົດສອບຫາຄ່າຄວາມຂັນເຫຼວຂອງຄອນກຣີດໃນສະພາບເຫຼວໂດຍໃຊ້ວິທີການທົດສອບຫາຄ່າການຫຍຸບຕົວ ເພື່ອນຳໄປໃຊ້ງານກໍ່ສ້າງ
ປະກອບດ້ວຍ
1. ກ້ວຍ (Slump Cone)
2.ຖາດຣອງ(Galvanized Iron Pan)
3. ເຫຼັກກະທຸ້ງປູນ (Tamping Rod)
4. ທີ່ຕັກປູນ (Scoop)
5.ເກຣີຍງ (Trowel)
6. ແປງຂັດ (Scrub Brush)
ການໃຊ້ງານຊຸດທົດສອບຄວາມຂ້ນເຫຼວຂອງຄອນກຣີດ Slump Test
1. ໃຊ້ປູນທີ່ເຮັດການປະສົມສຳເລັດແລ້ວ ນຳມາທົດສອບຄວາມຂົນເຫຼວ ໂດຍໃຊ້ທາດຮອງທີ່ພື້ນ ແລະນຳກຣ້ວຍມາວາງໄວທາງກາງ
2. ຕັກປູນທີ່ະສົມແລ້ວເທລົງໄປໃນຖ້ວຍໃຫ້ເຕັມ
3.ໃຊ້ເຫຼັກກະທຸ້ງປູນເພື່ອບໍ່ໃຫ້ມີອາກາດຫຼືພື້ນທີ່ວາງເຫຼືອໃນກຣວຍ
4.ຄ່ອຍໆ ຍົກກວດຂື້ນ ໃຫ້ອອກຈາກປູນ ແລະລະມັດລະວັງບໍ່ໃຫ້ເນື້ອປູນອ່ຽງເອນຫຼາຍໄປ ແລ້ວວາງກຣວຍຂ້າງໆ ກອງປູນ ແລ້ວນຳເຫຼັກກະທຸ້ງວາງພາດເທີງຂໍປາກກຣວຍ ຈາກນັ້ນວັດຄວາມສູງຈາກພື້ນທີ່ຜິວ ໂດຍສະເລ່ຍທີ່ໄກ້ຄຽງກັນໂດຍມີຄ່າວັດດັ່ງນີ້ບ ຄ່າມາດຖານ ຢູ່ທີ່ 7.5 ± 2.5 ຊມ
ຄ່າທີ່ງ່າຍທີ່ສຸດ ຄື ຖ້ານ້ອຍກວ່າເຖີງ 5 ຊມ. ຄື ປູນຂັນເກີນໄປ ຖ້າເກີນ 10 ຊມ. ຄືປູນເຫຼວເກີນໄປ
ຮັບກວດສອບຄຸນນະພາບຄອນກຣີດ
1. ຮັບທົດສອບປູນຊີມັງ
2 ການທົດສອບຫີນ ແລະ ຊາຍປະສົມຄອນກຣີດ
3 ເຮັດ Mix Design
4. ທົດສອບແຮງອັດປະໄລ
5. Hammer Test
6. ສອບທຽບເຄືອງມື