ການປະສົມຄອນກຣີດ ຂະໜາດຂອງຫີນທິີຕ້ອງການ ກໍ່ຈະຕ່າງກັນໄປຕາມຮູບແບບຂອງງານກໍ່ສ້າງທີ່ໄດ້ຮັບ ເຊັ່ນ ງານເທພື້ນທີ່ກວ້າງ ກໍ່ຄວນຈະໃຊ້ເປັນຫີນທີ່ມີຂະໜາດໃຫຍ່ ຢ່າງຫີນ 2 ຫຼື ຫີນ3 ສ່ວນງານເທພື້ນໃນທິ່ເເຄ້ບ ກໍ່ອາດຈະໃຊ້ຫິນທີ່ມີຂະໜາດນ້ອຍ ເຊັ່ນ ຫີນ1 ຫີນ1ພິເສດ ເປັນຕົ້ນ
ຄຸນສົມບັດຂອງຫີນທີ່ເຮເຮົາເລືອກໃຊ້ປະສົມຄອນກຣີດ
1. ມີຄວາມແຂງແກ່ນ
2. ມີຜີວຂະຣຸຂະລະ ມີແງ່ຫລຽມຄົມ ເພື່ອໃຫ້ຊາຍຫຼື ສີມັງຢືດເກາະໄດ້ຢ່າງໝັ້ນຄົງ
3. ທົນຕໍ່ຄວາມຮ້ອນ
4. ມີຂະໜາດພໍ່ເໝາະກັບງານທິ່ໃຊ້
5. ສະອາດ ປາສະຈາກສິ່ງສົກກະປົກເຈື່ອປົນ
ຂະໜາດປະມານ 19 ມມ,(6-7ຫຸ່ນ)ໃຊ້ໃນງານປະສົມຄອນກຣີດ(ປູນ) ງານຫລໍ່ ແລະ ເທພື້ນຄອນກຣີດ ງານຜິວທາງລາດຍ່າງ ໃຊ້ກັບແພຣນປູນ ແລະ ງານກໍ່ສ້າງທົ່ວໄປ

ຂະໜາດປະມານ 9.5 ມມ. (3 ຫຸ່ນ) ໃຊ້ເປັນສ່ວນປະສົມແອສຟັສຄອນກຣີດ ງານກໍ່ທໍ່ລະບາຍນ້ຳ ຖັງບໍ່ເກຣະ ງານຕົກແຕ່ງທາງເທ້າ ປູພື້ນ ສ່ວນໃຫຍ່ປະສົມປູນ ງານຜິວມທາງລາດຍ່າງ

ຂະໜາດປະມານ 25 ມມ. (1 ນີ້ວ) ໃຊ້ສຳລັບເທຄານ ເທໂຄງສ້າງທີ່ຕ້ອງການໃຊ້ຄວາມແຮງສູງ ງານຫລໍຄອນກຣີດ ແລະ ເສົາເຂັມ ເທພື້ນຄອນກຣີດ ພື້ນໂກດັງ ແລະ ພື້ນໂຮງງານ ປະສົມປູນ ງານຖະໜົນຄອນກຣີດ ຮ່ວມທັງງານກໍ່ສ້າງອື່ນໆ

ຫິນຂະໜາດແຕກຕ່າງກັນ ມາປະສົມກັນ ປະສົມກັນລະຫວ່າງຫີນ 3/4 ຫີນ 2 ພິເສດ ແລະ ເສດຫີນຕ່າງໆ ເປັນຊັ້ນພື້ນງານທາງຖະໜົນ ຖົມທີ່ ທັງຍັງສາມາດໃຊ້ຖົມຮ່ວມກັບຫີນລູກຣັງໄດ້ ໂດຍເມື່ອບົດອັດ ຈະເຮັດໃຫ້ພື້ນຜິວນັ້ນແໜ້ນ ແລະ ແຂງແຮງກວ່າດິນລູກຣັງ”
