ຄວາມຮູ້ເລື່ອງຄອນກຣີດປະສົມສຳເລັດ

ຄອນກຣີດປະສົມສຳເລັດ ) ຄືຄອນກຣີດປະສົມທີ່ສຳເລັດແລ້ວພ້ອມໃຊ້ໂດຍມີສ່ອນປະສົມຂອງຊີເມນຜົງ ຫີນຊາຍ ນ້ຳແລະນ້ຳຢາປະສົມຄອນກຣີດໃນອັດຕາສ່ອນທີ່ເໝາະສົມຕາມມາດຕະຖານຄ່າກຳລັງອັດປະໄລມີນ່ວຍວັດເປັນ Cube (ຊົງລູກບາສກ໌) ຫຼື Cylinder  (ຊົງກະບອກ)

ຄອນກຣີດສຳລັບງານກໍ່ສ້າງທົ່ວໄປ (Normal Concrete)  ເປັນຄອນກຮີດທີ່ໃຊ້ສຳບັບງານໂຄງສ້າງທົ່ວໄປຖືກອອກແບບສ່ວນປະສົມຂອງຄ່າກຳລັງອັດປະໄລທີ່ອາຍຸ 28 ວັນ ຕາມມາດຕະຖານມີສ່ວນປະສົມຂອງສານຫລຸດນ້ຳແລະຫນ່ວງການກໍ່ຕົວເຊັ່ນ ຄານ ເສົາ ພື້ນເປັນຕົ້ນ

ຄອນກຣີດສຳລັບງານປັ້ນ(Pumping Concrete)  ເປັນຄອນກຣີດທີ່ມີຄວາມແຫຼວກວ່າຄອນກຣີດທົ່ວໄປ ເຊີງໃຊ້ສຳລັບເທຄອນກຣີດຜ່ານເຄື່ອງລຳລຽງຄອນກຣີດ ເຊັ່ນລົດປ້ຳຄອນກຣີດ

ຄອນກຣີດສຳລັບງານເຂັມເຈາະ (Bored Pile Concrete)  ເປັນຄອນກຣີດທີ່ອອກແບບມາມີການປະສົມດ້ວຍສານຫລຸດນ້ຳ ແລະ ຫນ່ວງການກໍ່ຕົວເຮັດໃຫ້ຄອນກຣີດມີຄວາມສາມາດໃນການເຮັດງານຫຼາຍຂື້ນ ບໍ່ເກີດການເເຍກຕົວຄະນະເທຄອນກຣີດ

ມໍຕ້າ (Mortar)  ເປັນຄອນກຣີດພິເສດທີ່ມີສ່ວນປະສົມທີ່ມີສີເມນຊາຍ ນ້ຳ ນ້ຳຢານ່ວງເພາະມີສ່ວນປະສົມຂອງຫີນສ່ວນຫຼາຍຈະໃຊ້ໃນການຫລໍ໋ລື່ນໃນການຍິ່ງປ້ຳຫຼືໃຊ້ສຳລັບປັບພື້ນຜິວໃຫ້ລຽບຫຼືອາດໃຊ້ໃນການກໍ່/ສາບໄດ້

 ຄອນກຣີດປະສົມນ້ຳຢາກັນຊີມ(Waterproof Concrete)  ເປັນຄອນກຣີດທີ່ຖືກອອກແບບມາພິເສດມີຄວາມທຶບນ້ຳຫຼາຍກວ່າຄອນກຣີດປົກກະຕິເໝາະສຳລັບງານທີ່ກ່ຽວກັບການເກັບກັກນ້ຳ ເຊັ່ນ ສະອາບນ້ຳ, ດາດຟ້າເປັນຕົ້ນ

 ຄອນກຣີດສຳລັລງານໂພສ໌ເທຊັນ (Post-tension Concrete)  ເປັນຄອນກຣີດທຄ່າຊ່ວງຕົ້ນສູງພັດທະນາກຳລັງອັດໃນຊ່ວງອາຍຸ 3 – 7 ວັນ ສ່ວນຫຼາຍໃຊ້ສຳລັບງານເທພື້ນຂະໜາດໃຫຍ່ ແລະຕອ້ງການຄວາມວອງໄວເຊີງຄອນກຣີດຊະນິດນີ້ສາມາດເຊັດຕົວໄດ້ໄວກວ່າຄອນກຣີດທົ່ວໄປ

 ຄອຮກຣີດກຳລັງອັັດສູງ  ເປັນຄອນກຣີດທີ່ມີຄວວາມແຂງຕົວໄວກວ່າຄອນກຣີດທົ່ວໄປເໝາະສຳລັບງານແຮງດ່ວນເຊັ່ນ ງານຖະໜົນ, ງານຈອດລົດ ໂດບມີກຳລັງອັດຕັ້ງແຕ່ 240 ກກ/ຊມ.ທີ່ອາຍຸ8ຊົ່ວໂມງ ແລະ 24 ຊົ່ວໂມງ

 ຄອນກຣີດທອບປີ້ງ (Topping Concrete)  ເປັນຄອນກຣີດທີ່ຖືກອອກແບບໃຫ້ສ່ວນປະສົມຄອນກຣີດທົ່ວໄປເໝາະສຳລັບງານເທພື້້ນ ແຜ່ນພື້້ນສຳເລັດ ຫຼືເທປັບລະດັບພື້ນ

ຄອນກຣີດທນຊັລເຟດ  ຄອນກຣີດທີ່ອອກແບບ ແລະ ພັດທະນາຂື້ນເພື່ອ ໃຫ້ມີຄວາມສາມາດໃນການຕ້ານທານຄວາມເສຍຫາຍຈາກຊັລເຟດ ດ້ວຍຫຼັການຫລຸດສານປະກອບບາງຢ່າງໃນຄອນກຣີດ ທີ່ເຮັດປະຕິກິລິຍາກັບ ຊັລເຟດ ເຊີງເປັນສາເຫດຫຼັກຂອງຄວາມເສຍຫາຍທີ່ຈະເກີດຂື້ນ ແລະ ອອກແບບໃຫ້ຄອນກຣີດມີເນື້ອແໜ້ນເພື່ອຕ້ານທານການຊືມຜ່ນຂອງຊັລເຟດເຊັນໃນດິນໃນໄຕ້ດິນ ນ້ຳເສຍຈາກບ້ານເຮືອນ ແລະ ໂຮງງານອຸດສາຫະກຳ

ຄອນກຣີດຫ້ອງເຢັນ  ຄອນກຣີດທີ່ອອກແບບມາ ເພື່ອຄວາມສາມາດໃຫ້ການຕ້ານທານການແຕກຫັກ ທີ່ເກີດຈາກການແຂງຕົວຂອງນ້ຳຂອງກຣີດອີກຢ່າງຍັງມີຄວາມທົນທານຕໍ່ກາຂັດສີຜິວໜ້າ ຈາກການໃຊ້ງານຂອງລົດຂົ່ນຖາຍສິນຄ້າ (Fork Lift) ຄອນກຣີດງານຫ້ອງເຢັນ ຈື່ງມີຄວາມເໝາະສົມຢ່່ງຍິ່ງສຳລັບງານຫ້ອງເຢັນ ຫ້ອງແຊແຂງ ແລະ ຫ້ອງປັບອຸ່ນຫະພູມເຊີງສາມາດທົນຕໍ່ອຸ່ນຫະພູມທີ່ຕິດລົບໄດ້ເຖີງ 40 ອັງສາເຊວຊ້ຽນ

Leave a Reply

Your email address will not be published. Required fields are marked *