ດິນບອ໋ກ, ອີດມອນເບົາ ແລະ ດີນຈີ່
ເລືອກປະເພດໃຫ້ເໝາະກັບການໃຊ້ງານ
ມັນເປັນຄຳຖາມໜຶ່ງທີ່ສະມາຊິກໃນບ້ານໄອເດຍສອບຖາມກັນເລື້ອຍໆ (ຫຼາຍ), ອາດຈະຖືກເອີ້ນໄດ້ວ່າ ດ້ວຍຄວາມລັງເລໃຈໃນການເລືອກໃຊ້ດິນຈີ່ເພື່ອສ້າງຝາສຳລັບເຮືອນ ໂດຍສະເພາະຄູ່ແຂ່ງລະຫວ່າງ ດີນຈີ່ VS ອີດບອກເບົາ VS ດີນບອກ ປະເພດໃດທີ່ດີກວ່າ? ຜູ້ຂຽນເອງກໍ່ຕອບແບບຜັນທົງເລີຍບໍ່ໄດ້ວ່າ ແມ່ນປະເພດໃດດີກ່ວາກັນ ແຕ່ທັງ 3 ປະເພດນີ້ແມ່ນ ເໝາະສົມສຳລັບໃຊ້ໃນຮູບແບບຕ່າງໆ. ແຕ່ລະເຮືອນໃນຍຸກປະຈຸບັນ ສະຖາປະນິກ ແລະ ວິສະວະກອນ ຈຶ່ງເລືອກທີ່ຈະເອົາດິນທັງ 3 ປະເພດນີ້ມາໃຊ້ຮ່ວມກັນຢ່າງ ເໝາະສົມ.
ດິນບອກ
ຮູ້ຈັກກັບດິນຈີ່
ດີນຈີ່ ຜະລິດຈາກດິນໜຽວປະສົມກັບຂີ້ແກບ ຜະລິດໄດ້ເອງພາຍໃນປະເທດ ແຈກຢາຍຕາມເຂດທ້ອງຖິ່ນໃນທຸກຂົງເຂດ ມັນມີຄວາມທົນທານຫຼາຍໃນການນຳໃຊ້ງານ ແລະ ໄດ້ຮັບຄວາມນິຍົມຕັ້ງແຕ່ອະດີດ ແລະ ມີຄວາມຄຸ້ນເຄີຍກັບຊ່າງເຮັດດິນຈີ່ທົ່ວໄປ ນອກຈາກນັ້ນ, ດີນຈີ້ຍັງມີຄຸນລັກສະນະຂອງຄວາມຕ້ານທານຄວາມຊຸ່ມ ຄວາມຫນາແຫນ້ນສູງ ແລະ ມີລາຄາຖືກກວ່າອິດມອນເບົາ ສ່ວນຂໍ້ເສຍແມ່ນມີນ້ຳໜັກຫຼາຍກ່ວາອິດມອນເບົາ ໂດຍມີນ້ຳໜັກ 130 ກລ / ແມັດກ້ອນ ໃນກໍລະນີການກໍ່ສ້າງແບບຊັ້ນດຽວ ແລະ 180 ກິໂລ / ຕາແມັດ ໃນກໍລະນີກໍ່ສ້າງຝາ 2 ຊັ້ນ ລວມທັງດິນຈີ່ຂະໜາດນ້ອຍຈື່ງໃຊ້ເວລາກໍ່ຝາຂ້ອນຂ້າງຫຼາຍ ດ້ວຍເຫດນັ້ນ ຄ່າຈ້າງຈື່ງແພງ.
ອີກໜື່ງຂໍ້ເສຍທີ່ບໍ່ຄວນເບິ່ງຂ້າມຄືເລື້ອງຄວາມຮ້ອນ ໂດຍດີນຈີ່ມີຄຸນສົມບັດເກັບຄວາມຮ້ອນ ສາມາດສັງເກດຈາກຝາທີ່ຖືກແສງແດດ ຖ້າທ່ານເອົາມືຂອງທ່ານໄປຈັບຝາທ່ານຈະຮູ້ສຶກຮ້ອນໃນເວລາກາງເວັນ ແລະ ຫລັງຈາກຕາເວັນຕົກດິນ ມັນຍັງຮ້ອນຢູ່ໃນຕອນແລງ ຈົນກ່ວາວ່າມັນຮອດຕອນເດີກມັນຕື່ງຄາຍຄວາມຮ້ອນໝົດ ວິທີປ້ອງກັນຄວາມຮ້ອນໂດຍນຳໃຊ້ດິນຈີ່ມາໃຊ້ງານ ນິຍົມກໍຝາ 2 ຊັ້ນ ໃນດ້ານທິດຕາເວັນຕົກ ແລະ ພາກໃຕ້ ເຊິ່ງແມ່ນທິດທາງທີ່ແສງແດດສ່ອງໃສ່ໃນເວລາກາງເວັນ, ການກໍ່ 2 ຊັ້ນຈະຕ້ອງເວັ້ນຊ່ອງວ່າງດີນຈີ່ແຈ່ລະຊັ້ນປະມານ 5 ຊມ. ເພື່ອໃຫ້ເກີດຊ່ອງວ່າງມີອາກາດຖ່າຍເທ ພ້ອມກັບເຮັດຊ່ອງວ່າງລະບາຍຄວາມຮ້ອນໃຫ້ກັບດີນຈີ່ຊັ້ນນອກເພື່ອໃຫ້ຄວາມຮ້ອນສາມາດຖ່າຍເທອອກຈາກເຮືອນ ສ່ວນດິນຈີ່ຊັ້ນໃນມັນບໍ່ໄດ້ຖືກຄວາມຮ້ອນໂດຍກົງ, ພາຍໃນເຮືອນຈື່ງເຢັນກ່ວາການກໍ່ຊັ້ນດຽວຫຼາຍ ແຕ່ວ່າເຈົ້າຂອງເຮືອນຕ້ອງຈ່າຍຄ່າໃຊ້ຈ່າຍທີ່ສູງກວ່າ;
ຮູ້ຈັກກັບອີດບອກເບົາ
ອີກມວນເບົາ ຫຼື້ ອີດບອກເບົາ ມີສ່ວນປະກອບຫຼັກຄືປູນຊີມັງ Portland ຄຸນລັກສະນະເດັ່ນນ້ຳໜັກເບົາກວ່າດີນຈີ່ ຂະໜາດຂອງມັນໄດ້ມາດຕະຖານ ຫຼຸດຜ່ອນການສູນເສຍໄດ້ດີ ເໝາະສຳລັບຝາຂອງເຮືອນທີ່ຕ້ອງການລົດນ້ຳໜັກ ຂອງໂຄງສ້າງ ເນື່ອງຈາກວ່າອິດບອກເບົາທີ່ມີນ້ຳໜັກໜ້ອຍກວ່າດີນຈີ່ປະມານ 1 ໃນ 3 ຂອງດິນຈີ່ມອນເທົ່ານັ້ນ ປະຈຸບັນຢູ່ປະເທດໄທ ມີຜູ້ຜະລິດອີດບອກເບົາຫຼາຍແຫ່ງ (ປະເທດລາວກໍ່ມີຈຳໜ່າຍຢູ່ທີ່ໂຮງງານ SCC) ແຕ່ລະຍີ່ຫໍ້ຄຸນນະພາບທີ່ແຕກຕ່າງກັນແນະນຳໃຫ້ເລືອກຊື້ຕົວແທນ ຈຳໜ່າຍທີ່ມີການ ຮັບຮອງຈາກ ມອກ ຮັບຮອງ ຫຼື ຍີ່ຫໍ້ທີ່ໜ້າເຊື່ອຖື.
ຄຸນສົມບັດທີ່ໂດດເດັ່ນຂອງອີດບອກເບົາ ນອກຈາກເລື້ອງນ້ຳໜັກແລ້ວ ດ້ວຍຂະໜາດທີ່ໃຫ່ຍໄດ້ມາດຕະຖານ ຈື່ງຊ່ວຍໃຫ້ຂະບວນການກໍ່ສຳເລັດໄວກວ່າດີນຈີ່ ໃນນັ້ນຊ່າງຈະໃຊ້ປູນກໍ່ທີ່ຜະລິດມາເພື່ອອີດບອກເບົາໂດຍສະເພາະ ແລະ ເມື່ອກໍ່ເສັດໄວຄ່າແຮງຄົນງານຈື່ງລົດລົງ ຂະໜາດທີ່ໄດ້ມາດຕະຖານຊ່ວຍຫຼຸດຜ່ອນການສູນເສຍຂອງອີດໄດ້ດີກ່ວາດີນຈີ່;
ສຳລັບຄຸນລັກສະນະດ້ານກັນຄວາມຮ້ອນ ແລະ ກັນສຽງ ອີດບອກເບົາເຮັດໄດ້ດີກ່ວາດິນຈີ່ຫຼາຍ (ເມື່ອປຽບທຽບກັບກໍລະນີຂອງການເຮັດດ້ວຍດີນຈີ່ຊັ້ນດຽວ) ຂໍ້ເສຍ ດ້ວຍຄຸນລັກສະນະທາງກາຍະພາບຂອງວັດສະດຸທີ່ມີຮູ ເຮັດໃຫ້ອິດບອກເບົາດູດຊຶມນ້ຳ ເຊິ່ງຈະມີຜົນກັບຄວາມຊຸ່ມຊື່ນ ການອອກແບບບໍ່ນິຍົມໃຊ້ພາຍໃນຫ້ອງນ້ຳ ແລະ ເຮືອນຄົວ ສ່ວນການເຂາະຝາເພື່ອຕິດຕັ້ງອຸປະກອນຕ່າງໆຈຳເປັນຕ້ອງໃຊ້ພຸກທີ່ອອກແບບມາເພື່ອອີດບອກເບົາເທົ່ານັ້ນ ຜູ້ເຈາະຄວນສືກສາຂໍ້ມູນຢ່າງລະອຽດ ຖ້າບໍ່ດັ່ງນັ້ນມັນອາດຈະສ້າງຄວາມເສຍຫາຍໃຫ້ອິດບອກເບົາເສຍຫາຍໄດ້.
ດິນບອ໋ກ
ດີນບອກ ແມ່ນຜະລິດໃນແບບອຸດສາຫະກຳ ຫຼາຍກ່ວາດິນຈີ່ ສ່ວນຫຼາຍແມ່ນສີເທົາ ຄຸນລັກສະນະທີ່ໂດດເດັ່ນຂອງມັນແມ່ນມັນມີຮູຢູ່ທາງກາງເຊິ່ງມັນເປັນຂໍ້ດີເພາະມັນຊ່ວຍຫຼຸດຄວາມຮ້ອນໄດ້ດີກ່ວາດິນຈີ່ ມັນເປັນທີ່ນິຍົມໃຊ້ກັນເພາະວ່າມັນມີລາຄາຖືກຫຼາຍ ລາຄາຖືກທີ່ສຸດເມື່ອທຽບໃສ່ກັບດິນຈີ່ອື່ນ ສະດວກໃນການກໍ່ສ້າງ ເຮັດວຽກງານເຮັດໄດ້ໄວ ເພາະຂະໜາດໃຫຍ່. ສ່ວນສຳລັບຂໍ້ເສຍແມ່ນມັນມີແນວໂນ້ມທີ່ຈະຮົ່ວຊືມໄດ້ສູງຖ້າບໍ່ມີການໂບກ, ໃນແງ່ຂອງຄວາມເຂັ້ມແຂງມັນຈະຮັບແຮງກົດດັນຫນ້ອຍກ່ວາປະເພດອື່ນ, ລວມໄປເຖີງການຮັບນ້ຳໜັກໃນການແຂວນ ຫຼື ເກາະຫ້ອຍບໍ່ໄດ້, ບໍ່ເໝາະກັບການເຈາະຝາເພື່ອຕິດຕັ້ງອຸປະກອນຕ່າງໆ.
ການນຳໃຊ້ດີນບອກແມ່ນ ເໝາະສົມກັບການກໍ່ຝາກໍ່ສ້າງທົ່ວໄປ ເພາະມີຄຸນສົມບັດທີ່ໂດດເດັ່ນຢູ່ມັນແຂງແຮງ ສາມາດຕ້ານທານກັບຄວາມກົດດັນ ແລະ ລະບາຍຄວາມຮ້ອນໄດ້ດີ ຫຼື ຈະເປັນການກໍ່ສ້າງອາຄານ, ສາງ, ໂຮງງານທີ່ຕ້ອງການປະຢັດງົບປະມານ ແລະ ຢາກເຮັດວຽກໃຫ້ສຳເລັດໂດຍໄວ
ສະຫຼຸບແບບໃດດີກ່ອນກັນ
ດັ່ງທີ່ກ່າວມາໃນຕອນເລີ່ມຕົ້ນ, ປະເພດດິນຈີ່ 3 ປະເພດນີ້ແມ່ນແຕກຕ່າງກັນ ຫຼື ແມ້ວ່າດີນປະເພດໃດຈະມີຂໍ້ເສຍປຽບໃດ ກໍສາມາດແກ້ໄຂໄດ້ທຸກຈຸດ ໃນທັດສະນະຂອງຜູ້ຂຽນຖ້າເລືອກໃຊ້ງານ ທັງ 3 ປະເພດຮ່ວມກັນ ໂດຍແບ່ງການໃຊ້ງານດັ່ງຕໍ່ໄປນີ້
ກໍ່ດີນຮ່ວມກັນຕາມຄວາມເໝາະສົມ ທັງ ດີນຈີ່, ອີດບອກເບົາ ແລະະ ດີນບອກ
ດິນຈີ່ ເລືອກໃຊ້ໃນບໍລິເວນທີ່ໄດ້ຮັບຄວາມຊຸ່ມຊື້ນເລື້ອຍໆ, ເຊັ່ນ: ຫ້ອງນ້ຳ, ເຮືອນຄົວ, ຫລືຝາທີ່ຖືກຝົນຕົກໂດຍກົງ ກໍລະນີຂອງການໃຊ້ດິນຈີ່ ເພື່ອໃຊ້ຮ່ວມກັບຝາພາຍນອກ ຈະເລືອກໃຊ້ ດີນສອງຊັ້ນເທົ່ານັ້ນເພາະຈະຊ່ວຍະປ້ອງກັນຄວາມຮ້ອນ, ປ້ອງກັນສຽງໄດ້ດີບໍ່ຈ່າງກັບອິດບອກເບົາ ແລະ ເລືອກທີ່ຈະໃຊ້ດີນປະສົມປະສານກັບຕຳແໜ່ງທີ່ຮັບນ້ຳໜັກຫຼາຍ ເຊັ່ນ: ອ່າງລ້າງໜ້າ, ໂຕະເທິງ ຫຼື ຝາທີ່ມີການປະດັບຕົກແຕ່ງວັດສະດຸທີ່ໜັກ.
ອິດບອກເບົາ ເລືອກໃຊ້ຮ່ວມກັບກຳແພງພາຍໃນ, ຫ້ອງນອນ, ຫ້ອງຮັບແຂກ ແລະ ຫ້ອງອື່ນໆ. ກໍລະນີຝາດ້ານນອກຈະເລືອກໃຊ້ສະເພາະດ້ານທີ່ບໍ່ຖືກຝົນສາດໂດຍກົງ ຫຼື ຖ້າທຸກຝາພາຍນອກທັງໝົດ ຈະເລືອກອີດບອກເບົາທີ່ມີຄວາມໜາຕັ້ງແຕ່ 10 ຊມ ຂຶ້ນໄປ.
ດີນບອກ ເລືອກໃຊ້ກັບງານທີ່ຕ້ອງການປະຫຍັດງົບປະມານ ແລະ ຕ້ອງການໃຫ້ແລ້ວໄວ.
ຕົວຢ່າງຂອງອັດຕາສ່ວນການໃຊ້ງານ
ໃນກໍລະນີຂອງຜູ້ຂຽນສ້າງເຮືອນ 1 ຊັ້ນ ຈະເລືອກໃຊ້ດິນຈີ່ເປັນຫລັກ ຖ້າເປັນເຮືອນ 2 ຊັ້ນ, ອັດຕາສ່ວນສະເລ່ຍແມ່ນຄືກັນ, ແຕ່ຖ້າເຮືອນສູງແມ່ນ 3-4 ຊັ້ນ ຫຼື ຫຼາຍກວ່ານັ້ນ, ເປີເຊັນສ່ວນໃຫຍ່ທີ່ຈະເລືອກໃຊ້ເປັນອີດບອກເບົາ ເນື່ອງຈາກວ່າມັນສາມາດຫຼຸດຜ່ອນຄ່າໃຊ້ຈ່າຍທາງໂຄງສ້າງ ແລະ ຄ່າໃຊ້ຈ່າຍແຮງງານໄດ້ດີກວ່າວຽກງານດິນຈີ່.
ການປຽບທຽບຄຸນສົມບັດຕ່າງໆ ຂອງດີນແຕ່ລະປະເພດ
ຈຳນວນການໃຊ້ງານຕໍ່ຕາແມັດ ແລະ ຄວາມໄວໃນການກໍ່ສ້າງ
ຂະໜາດຂອງອີດທີ່ມີຄວາມແຕກຕ່າງກັນຢ່າງເຫັນໄດ້ຊັດ ສົ່ງຜົນຕໍ່ຄວາມໄວຂອງການກໍ່ສ້າງ ເຊິ່ງດິນຈີ່ສີແດງຂະໜາດ 5 – 6,5 ຊມ X ລວງຍາວ 14 – 16 ຊມ X ຄວາມສູງ 2,5 – 6 ຊມ., ໃຊ້ 120 – 135 ກ້ອນຕໍ່ຕາແມັດ, ສາມາດເຮັດໄດ້ 6 – 12 ຕາແມັດຕໍ່ມື້, ດີນບອກຂະໜາດຄວາມຍາວ 39 – 39 cm x ຄວາມສູງ 19 ຊມ, ໃຊ້ 12,5 ກ້ອນ ຕໍ່ຕາແມັດ ສາມາດກໍ່ສ້າງໄດ້ 15-20 ຕາແມັດຕໍ່ມື້ ແລະ ອີດບອກເບົາ ຍາວ 60 ຊມ X ຄວາມສູງ 20 ຊມ, ໃຊ້ 8.33 ກ້ອນ ຕໍ່ຕາແມັດ ສາມາດສ້າງໄດ້ 15 – 25 ຕາແມັດຕໍ່ມື້
ການສະສົມຄວາມຮ້ອນ
ຝາຈະດູດຄວາມຮ້ອນຈາກທາງນອກຫລືບໍ່? ຂື້ນກັບໂຄງສ້າງຂອງວັດສະດຸ ເຊິ່ງດິນຈີ່ສີແດງແມ່ນເຮັດດ້ວຍດິນເຜົາ ໜາແໜ້ນເພາະສະນັ້ນມັນຈື່ງຂ້ອນຂ້າງດູດຄວາມຮ້ອນຈາກແສງແດດ, ເຮັດໃຫ້ຝາ ແລະ ບັນຍາກາດໃນຫ້ອງຈະຮ້ອນກ່ວາການໃຊ້ດິນອື່ນໆ, ແຕ່ມີຫຼາຍວິທີໃນການປ້ອງກັນຄວາມຮ້ອນຈາກພາຍນອກ, ເຊັ່ນ: ການກໍ່ສ້າງຝາອິດ 2 ຊັ້ນ ຫຼື ປູກຕົ້ນໄມ້ ເພື່ອປ້ອງກັນແສງແດດ, ສ່ວນດີນບອກ ແລະ ອິດມອນເບົາ ມັນແມ່ນວັດຖຸທີ່ມີການຟອງອາກາດ ແລະ ເປັນຊັ້ນ ມັນຈື່ງບໍ່ດູດຄວາມຮ້ອນຈາກພາຍນອກ ເຮັດໃຫ້ຝາ ແລະ ອາກາດຢູ່ໃນຫ້ອງເຢັນບໍ່ຮ້ອນອົບເອົ້າ.
ການກັນສຽງ ໃນກໍລະນີທີ່ຄວາມໜາຂອງຝາເທົ່ານັ້ນ
ຄຸນສົມບັດນີ້ ຂື້ນຢູ່ກັບໂຄງສ້າງຂອງວັດສະດຸ ຊື່ງດີນຈີ່ແດງເປັນວັດສະດຸທີ່ມີຄວາມຫນາແຫນ້ນສູງ ຈື່ງຂ້ອນຂ້າງກັນສຽງຈາກພາຍນອກ ແລະ ພາຍໃນເປັນຢ່າງດີ ຄ້າຍຄືກັບອີດບອກເບົາທີ່ມີສານກະຈາຍຟອງອາກາດ ມັນສາເຫດທີ່ປ້ອງກັນສຽງ ສ່ວນດີນບອກແມ່ນມີຊ້ອງວາງຂ້ອນຂ້າງຫຼາຍ ຈື່ງປ້ອງກັນສຽງຈາກພາຍນອກ ແລະ ພາຍໃນໄດ້ຫນ້ອຍກ່ວາປະເພດອື່ນຂອງອິດ
ການເຈາະ, ຕອກ, ຢືດ ແລະ ຄວາມສາມາດໃນການຮັບນ້ຳໜັກຂອງຝາ
ສຳລັບການເຈາະ, ຕອກ ຢືດ ແລະ ຄວາມສາມາດໃນນການຮັບໜ້ຳໜັກນັ້ນ ບໍ່ຄ່ອຍແຕກຕ່າງກັນຫຼາຍ ຊື່ງໂຄງສ້າງຂອງວັດສະດຸແມ່ນເປັນປັດໃຈໜຶ່ງທີ່ຊີ້ບອກເຖິງຄຸນສົມບັດນີ້ຄ້າຍຄືກັບດິນຈີ່ແດງ ໜາແໜ້ນຈະຮັບນ້ຳໜັກຫຼາຍກ່ວາ ດີນບອກທີ່ມີໂຄງສ້າງເປັນຮູ ແຕ່ປັດໄຈສຳຄັນອີກຢ່າງໜຶ່ງມັນແມ່ນການເລືອກເຈາະ, ຕອກ ແລະ ຢຶດໃຫ້ເໝາະສົມກັບວັດສະດຸຕ່າງໆເຊັ່ນ: ດິນຈີ່ແດງ ແລະ ດີນບອກ ສາມາດຜູກພັດສະຕີກທົ່ວໄປໃນການຢຶດໄດ້ ແຕ່ ອິດບອກເບົາຈຳເປັນຕ້ອງໃຊ້ຜູກສຳລັບ ອີດບອກເບົາໂດຍສະເພາະ ຈື່ງອາດຍູ້ງຢາກໃນການຫາຊື້ອຸປະກອນ.
ອັດຕາການດູດຊືມນ້ຳຂອງວັດສະດຸ
ອັດຕາການດູດນ້ຳໝາຍເຖິງການທີ່ວັດສະດຸໄດ້ດູດຊືມນ້ຳຈາກພາຍນອກ ຊື່ງດິນຈີ່ສີແດງໃດທີ່ມີອັດຕາການດູດນ້ຳສູງ ເມື່ອນຳໃຊ້ໃນການກໍ່ສ້າງ, ມັນອາດຈະແຍ້ງນ້ຳຈາກປູນກໍ່ ເຮັດໃຫ້ປູນແຫ້ງໄວເກີນໄປ ແລະ ຕົວຝາທີ່ໄດ້ຈະບໍ່ແຂງແຮງ ຫຼື ອາດຈະເຮັດໃຫ້ເກີດຮອຍແຕກໃນອະນາຄົດ ວິທີແກ້ໄຂແມ່ນການແຊ່ດິນຈີ່ແດງໃນນ້ຳ ຫຼື ສີດນໍ້າໃສ່ດິນຈີ່ກ່ອນທີ່ຈະນຳມັນຂຶ້ນກໍ່ ເທົ່ານີ້ຈະສາມາດແກ້ໄຂບັນຫາການດູດນ້ຳຂອງດິນຈີ່ໄດ້.
ຄ່າໃຊ້ຈ່າຍລວມໃນການກໍ່ສ້າງໂດຍປະມານ
ລາຄາຂອງອິດອາດແຕກຕ່າງກັນຢ່າງຈະແຈ້ງ ແຕ່ເມື່ອລວມກັບຄ່າໃຊ້ຈ່າຍແຮງງານແລ້ວແມ່ນຂື້ນກັບພື້ນທີ່ ຖືວ່າມີຄວາມໃກ້ຄຽງກັນ ທັງນີ້ຂຶ້ນກັບຈຳນວນ ແລະ ຄວາມກ້ວາງຂອງພື້ນທີ່ການ ນຳໃຊ້ເຊັ່ນກັນ ເຊິ່ງດິນບອກ ແລະ ອີດບອກເບົາ ມີລາຄາຕໍ່ກ້ອນ ທີ່ຫຼາຍກ່ວາດິນຈີ່ແດງ. ແຕ່ຂຳນວນການໃຊ້ຕໍ່ຕາແມັດແມ່ນໜ້ອຍກວ່າ ແລະ ໃຊ້ແຮງງານໃນການກໍ່ໜ້ອຍກວ່າ ແຕ່ຍັງມີມູນຄ່າອຸປະກອນສະເພາະຂອງອິດບອກເບົາເຊັ່ນ: ກຽງກໍ່, ກຽງໂບກ, ຄ້ອນຢາງ, ປູນກໍ່, ປູກໂບກ ຊື່ງການກໍ່ຝາດີນຈີ່ບໍ່ຈຳເປັນຕ້ອງຕ້ອງຊື້ອຸປະກອນໃໝ່ເພາະເປັນສີ່ງທີ່ຊ່າງກໍ່ສ້າງທົ່ວໄປມີຢູ່ແລ້ວ
ສະນັ້ນ ການເລືອກໃຊ້ອີດກໍ່ຝາແຕ່ລະປະເພດແມ່ນຂື້ນກັບຫຼາຍປັດໃຈເຊັ່ນ: ການກຳນົດງົບປະມານ, ກຳນົດໄລຍະເວລາການກໍ່ສ້າງ ຜົນປະໂຫຍດທີ່ເຮັດວຽກເຊັ່ນ: ຄວາມແຂງແຮງ ຫຼື ຄວາມສວຍງາມ ຝີມື ແລະ ຄວາມຊຳນານງານຂອງນາຍຊ່າງ ຄວາມງ່າຍຂອງການເລືອກຊື້ອຸປະກອນຕ່າງໆ ແລະ ຄວາມມັກສ່ວນຕົວທີ່ຈະຕອບໂຈດຄວາມຕ້ອງການຂອງຜູ້ຊົມໃຊ້ຫຼາຍທີ່ສຸດ
ທຽບຄ່າໃຊ້ຈ່າຍ
ຖ້າປຽບທຽບພຽງແຕ່ຄ່າໃຊ້ຈ່າຍຂອງວັດສະດຸເທົ່ານັ້ນ ອິດບອກເບົາແພງທີ່ສຸດ ແຕ່ຖ້າວ່າຄ່າໃຊ້ຈ່າຍດ້ານວັດຖຸມາບວກກັບຄ່າໃຊ້ຈ່າຍແຮງງານຂອງນາຍຊ່າງ ລະຫວ່າງອີດບອກເບົາ ແລະ ດິນຈີ່ ກໍ່ສອງຊັ້ນ ຄ່າໃຊ້ຈ່າຍແມ່ນຄ້າຍຄືກັນຫຼາຍ. ໂດຍສະເລ່ຍອີດບອກເບົາມີລາຄາຕົ້ນທືນ 360 – 400 ບາດ / ຕາແມັດ, ຂື້ນກັບຕົວແບບ ແລະ ຍີ່ຫໍ້ ສຳລັບດິນຈີ່ກໍ່ 2 ຊັ້ນ, ລາຄາສະເລ່ຍແມ່ນ 400 – 420 ບາດ / ຕາແມັດ, ຄ່າໃຊ້ຈ່າຍກໍ່ບໍ່ແຕກຕ່າງກັນຫຼາຍ. ແຕ່ຖ້າທ່ານເອົາລາຄາຕໍ່າສຸດ ທ່ານອາດຈະຕ້ອງເລືອກເອົາດິນຈີ່ ແຕ່ກໍ່ຕ້ອງແລກມາດ້ວຍຂໍ້ເສຍປຽບບາງຢ່າງ. ການເລືອກໃຊ້ໃຫ້ ເໝາະກັບລັກສະນະຂອງວຽກ ມັນຈື່ງເປັນຄຳຕອບທີ່ສົມດຸນທີ່ສຸດ.
ที่มา: https://www.banidea.com/ , https://itdang2009.com , https://factoryyard.co.th