ວິທີມຸງຫລັງຄາເມທັລຊີທ

ວິທີການຕິດຕັ້ງແຜ່ນຫລັງຄາ

  1.  ວາງແຜ່ນຫລັງຄາແຜ່ນທຳອິດໂດຍໃຫ້ລອນໂຕຜູ້ ຕິດຢູ່ຕິດໜ້າຈົ່ວພ້ອມແຊ້ກປາຍແຜ່ນຫລັງຄາໃຫ້ຍື່ນໄປໃນແນວຮາງນ້ຳຢ່າງເໝາະສົມ

2.  ໃຫ້ຢືດສະກລູທຸກໆສົ້ນລອນບໍລິເວນແປປາຍ ແລະແປດຽວ ສ່ວນແປກາງ ຢືດສົ້ນລອນເວັ້ນສົ້ນລອນ

3.  ວາງແຜ່ນຫລັງຄາແຜ່ນທີ່ 2 ໂດຍໃຫ້ລອນໂຕຜູ້ຊ້ອນທັບລອນໂຕເມຍຂອງແຜ່ນທຳອິດ

4. ໃຊ້ຄີມໜີ້ບບໍລິເວນຊ້ອນທັບແຜ່ນ ເພື່ອຄວາມແໜ້ນໜ່າຂອງການຢືດສະກລູ ທັງຫົວແຜ່ນ ແລະປາຍແຜ່ນ

5.  ເຮັດການຢືດສະກລູບໍລິເວນຊ້ອນທັບກັນທຸກສົ້ນລອນ

6.  ຄວນເຊ໊ກແນວລະດັບ ທຸກໆກາຕິດຕັ້ງແຜ່ນຫລັງຄາໄປໄດ້ປະມານ 10 ແຜ່ນ

ວິທີການຕິດຕັ້ງແຜ່ນຄອບຂ້າງ

  1.  ເລີ່ມຕິດຕັ້ງແຜ່ນຄອບຂ້າງຈາກປາຍແຜ່ນກ່ອນ ໂດຍຢືດສະກລູທຸກໄລຍະ 50​ຊມ.

2.  ຢືດສະກລູແຜ່ນປິດຄອບດ້ານມຸມ ກັບແປ ທຸກໄລຍະ 50 ຊມ.

3. ວາງແຜ່ນທີ່ 2 ຊ້ອນທັບກັບແຜ່ນທຳອິດ ໂດຍຕ້ອງວາງຊ້ອນໂດຍໄລຍຊ້ອນທັບ ຢ່າງຕ່ຳ 10 ຊມ.

4. ຢືດສະກຣູບໍລິເວນຊ້ອນທັບ

5.  ຢ່າລືມຢືດສະກລູໂຕສຸດທ້າຍທີ່ຍອດຈົ່ວ

ວິທີການຕິດແຜ່ນຄອບຈົ່ວ

  1.  ຖ້າຕ້ອງການພັບຫົວແຜ່ນຂື້ນ ໃຫ້ຜົບຫົວແຜ່ນຫລັງຄາຂື້ນທັງສອງດ້ານ ດ້ວຍເຄື່ອງມືຫຼືຄີມຕັດເຫຼັກ

2.  ຕິດຕັ້ງແຜ່ນຄອບຈົ່ວແຜ່ນທຳອິດ ໂດຍວາງຕ່ຳແໜ່ງໃຫ້ໄດ້ແນວລະດັບ

3.  ໃຊ້ກກາຣໄກຕັດເຫຼັກ ບາກດ້ານຂ້າງແຜ່ນປິດຄອບໃຫ້ໄດ້ຮູບຮອຍຕັດທຕາມສອນລອນຫລັງຄາ

4.  ຢືດສະກລູບໍລິເວນສັນລອນ ເວັ້ນສັນລອນ

5.  ຕັດປາຍຄອບຈົ່ວສ່ວນເກີນ

ຂໍ້ແນະນຳໃນການຕິດຕັ້ງແຜ່ນປິດຄອບ

  1.  ທຳຄວາມສະອາດແຜ່ນບໍລິເວນທີ່ຈະຊີທຊິລິໂຄນໃຫ້ສະອາດທັງ 2 ສ່ວນແຜ່ນທີ່ຈະຊ້ອນທັບກັນ

2.  ຊີທຊິລີໂຄນຕາມແນວຊ້ອນທັບໃຫ້ທົ່ວ ທັງແຜ່ນດ້ານລຸ່ມແລະແຜ່ນດ້ານເທີງ

3. ຢືດສະກລູບໍລິເວນຊ້ອນທັບ