ເຫລ້ກບຣູສະໂຄບ(Bluescope)
ບຣູສະໂຄບ (BLUESCOPE ) ເປັນກນນຳແຜ່ນເຫລັກກ້າກຳລັງສູງຈາກບຣູສະໂຄບ ມາເຮັດການເຄືອບດ້ວຍສີຄຸນນະພາບສູງທີ່ຊັ້ນນອກສຸດ ແລະນຳເທັກໂນໂລຢີການສະທ້ອນຄວາມຮ້ອນ (Advanced Cool Coating) ແລະຄວາມທົນທານຕໍ່ລັງສີອັນຕຣ້າ ໄວໂອເລດ ຫຼື ຢູວີ ມາໃສລົງຝນຊັ້ນເຄືອບສີຂອງແຜ່ນເຫລັກເມທັລຊີທເຮັດໃຫ້ບຣູສະໂຄບມີປະສິດທິພາບໃນການສະທ້ອນຄວາມຮ້ອນ ຊ່ວຍຫລຸດປະລິມານຄວາມຮ້ອນທີ່ຈະເຂົ້າສູ່ຕົວສີ່ງກໍ່ສ້າງເຮັດໃຫ້ທີ່ພັກອາໃສບໍ່ຮ້ອນຈົນເກີນໄປ
ນອກຈາກນີ້ຍັງມີຄຸນສົມບັດທີ່ດີໃນການຕ້ານທານການກກັດກຣ່ອນ ທົນຕໍ່ທຸກສະພາວະອາກາດ ຊ່ວຍຫລຸດຄວາມເສຍຫາຍຈາກຝົນລຸກເຫັບໄດ້ໂດຍມີການຮັບປະກັນການເກີດຮູຝຣຸນ ເນື່ອງຈາກການກັດກຣ່ອນສູງສຸດ 12 ປີ ປາສະຈາກສານຕະກົ່ວແລະໄຍຫີນສາມາດດັດຂື້ນຮູບໄດ້ງ່າຍແລະມີສີສວຍສົດໃສຍາວນານ ດ້ວຍການຮັບປະກັນສີບໍ່ຈືດຈາງ 5 ປີ ພ້ອມສີສັນທີ່ມາໃຫ້ເລືອກຫລວງຫຼາຍເຖີງ 16 ເສດສີ
ໂດຍທາງບໍລິສັດນຳຜະລິດຕະພັນ ບູຣສະໂຄບ (BLUESCOPE ) ມາຈຳໜ່າຍເພື່ອຕອບສະໜອງຄວາມຕ້ອງການໃຫ້ກັບລູກຄ້າ ທັງດ້ານຄວາມສວຍງາມ ເຂັ້ມແຂງ ທັນທານ ເຢັນສະບາຍ ຊວຍເສີມເອກະລັກໃຫ້ກັບບ້ນພັກອາໃສເບີງໂດດເດັ່ນສະດຸດຕາ ເໝາະສຳລັບນຳໄປໃຊ້ງານຫຼາຍຢ່າງ ເຊັ່ນ ງານຫລັງຄາ ຮ່າງນ້ຳ ເປັນຕົ້ນ
ເກດການເຄືອບອາລູຊີງຂອງເຫລັກບຣູສະໂຄບມີ 3 ແບບ
– AZ90 ເຄືອບກັນສະນີມດ້ວຍອາລູມີນ້ຽມແລະຊີງນ້ຳໜັກລວມກັນ 2 ດ້ານບໍ່ນ້ອຍກວ່າ 90 ກຳ/ຕຣມ.
– AZ100 ເຄືອບກັນສະນີມດ້ວຍອາລູມີນ້ຽມແລະຊີງນ້ຳໜັກລວມກັນ 2 ດ້ານບໍ່ນ້ອຍກວ່າ 100 ກຳ/ຕຣມ.
– AZ150 ເຄືອບກັນສະນີມດ້ວຍອາລູມີນ້ຽມແລະຊີງນ້ຳໜັກລວມກັນ 2 ດ້ານບໍ່ນ້ອຍກວ່າ 150 ກຳ/ຕຣມ.
ເຫລ້ກມ້ວນຄອລ໌ຍເທໍມທັລຊີທ(Coil Metal sheet)
ແຜ່ນເມທັລຊີທຂອງພວກເຮົາຜະລິດຈາກເຫລັກກຣີດເຢັນຄຸນນະພາບສູງມີຄວາມແຂງແຮງທົນທານ ມາດຕະຖານສາກົນ ແຜ່ນເຫລ້ກເຄືອບດ້ວຍອາລຸມິນ້ຽມ ແລະ ສັງກະສີ ຫຼືທີ່ເອີ້ນກັນວ່າເຄືອບບອລູຊີງແຜ່ນເມທັລຊີທທີ່ເຄືອບບອລູຊີງຈະສາມາດປ້ອງກັນສະນິມ ແລະ ປ້ອງກັນການຜຸກຮ່ອນໄດ້ດີ ແຜ່ນມີຫຼາຍສີຫຼາຍຄວາມໜາໃຫ້ເລືອກ
ຄວາມໜາຂອງແຜ່ນເມທັລຊີທລວມມີ 0.23, 0.25, 0.28, 0.30, 0.33, 0.35, 0.40, 0.47, 0.50 ມີລິລິດ
ຄວາມໜາຂອງຊັ້ນເຄືອບອາລູຊີງ (Aluzinc : AZ) ມີດັ່ງນີ້ AZ70 AZ90 AZ100 AZ150
ອາລູຊີງ ຄື ສານປ້ອງກັນສະນີມ ປະກອບດ້ວຍອາລູມິນຽມ (Aluminum) 55% ແລະ ສັງກະສີ (Zinc) 45% ຜະສົມກັນນຳມາເຄືອບເທີງແຜ່ນເຫລັກຕົວຍ້ອຂອງ ອາລູຊີງຄື AZ
Reviews
There are no reviews yet.