ການຄິດໄລ່ຈຳນວນຄິວຄອນກຣີດສຳເລັດຮູບ

ວິທີຜະສົມປູນຈະຕ້ອງໃຊ້ປູນ ແລະ ວິທີການຄິດໄລ່ຈຳນວນຄິວທີ່ຕ້ອງການໃຊ້ ແບບງ່າຍໆ

ໂດຍປົກກະຕິການເທປູນພື້ນຂອງຄອນກີດ. ຖ້າປະສົມຈະຄິດໄລ່ເປັນຄີວ ຫຼື ຕາແມັດ ຖ້າທ່ານຈະສ້າງບ້ານໃໝ່ໝົດຫຼັງ ຫຼື ຕໍ່ເຕີມສ້ອມແປງເຮືອນເລັກໆນ້ອຍໆ ທ່ານສາມາດຄິດໄລ່ມັນຕາມຫຼັກການຂ້າງລຸ່ມນີ້. ທ່ານສາມາດຖາມຈຳນວນທີ່ທ່ານຕ້ອງການໃຊ້.

• ຕົວຢ່າງການຄິດໄລ່ ປະລິມານຄອນກຣີດທີ່ໃຊ້ເທຄານ

ປະລິມານຄອນກຣີດທີ່ຕ້ອງການໃຊ້

• ກວ້າງ x ຍາວ x ເລີກ

• 0.15 x 4 x 0.3

• 0.18 ຄີວ

 

• ຕົວຢ່າງການຄິດໄລ່ ປະລິມານຄອນກຣີດທີ່ໃຊ້ເທພື້ນ

ປະລິມານຄອນກຣີດທີ່ຕ້ອງການໃຊ້

• ກວ້າງ x ຍາວ x ເລີກ

• 5 x 2 x 0.1

• 1 ຄີວ

 

ຄຳຖານທີ່ວ່າ 1 ຄິວ ເທໄດ້ຈັກຕາຕະລາງແມັດນັ້ນ

ຕອບຄື ຄອນກຣີດ 1 ຄິວ

1. ຖ້າເທພື້ນໜາ 5 ຊມ. ເຊັ່ນພື້ນບ້ານ ຈະເທໄດ້ 20 ຕາຕະລາງແມັດ

2.  ຖ້າເທພື້ນໜາ 10 ຊມ.​ເຊັ່ນພື້ນບ້ານ ຈະເທໄດ້ 10 ຕາລາງແມັດ

3.  ຖ້າເທພື້ນໜາ 15 ຊມ. ເຊັ່ນເທພື້ນຮ້ານຈອດລົດຈະເທໄດ້ 6.5 ຕາລາງແມັດ

4.  ຖ້າເທພື້ນໜາ 20 ຊມ. ເຊັ່ນ ທະໜົນ ຈະເທໄດ້ 5 ຕາລາງແມັດ

ດັ່ງນັ້ນບໍ່ວ່າຈະເປັນຄຳຖາມທີ່ວ່າ ປູນ1 ຄິວເທໄດ້ຈັກຕາລາງແມັດ ເທພື້ນຈັກຕາລາງແມັດ, ປູນ 1 ຖົງເທໄດ້ຈັກຕາລາງແມັດ, ປູນ1 ກະສອບເທັພື້ນໄດ້ໄດ້ຈັກ ຫຼື ປູນຊີມັງ1 ລູກເທພີ້ນໄດ້ເທົ່າໃດ? ທຸກຄຳຕອບຕ້ອງຂື້້ນຢູ່ກັບວ່າເທຄອນກຣີດໜາຈັກເຊັນຕີແມັດ ເພາະຄອນກຣີດ 1 ຄິວຫຼື 1 ລົບ.ມ. ໃຊ້ປູນຊີມັງ 6.4 ຖົງ ຄວາມໜາແຕ່ລະຄວາມໜາເທພື້ນທີ່ໄດ້ເທົ່າໃດຕ້ອງຄຳນວນ ດັ່ງຕົວຢ່າງດ້ານເທີງ

ການອອກແບບສ່ວນປະສົມໂດຍບໍລິມາດ ສຳລັບງານກໍ່ສ້າງຂະໜາດນ້ອຍ ສ່ວນໃຫຍ່ຈະກຳນົດສັດສ່ວນປະສົມໂດຍປະລິມາດ ເຊັ່ນ 1: 2: 4 ອັດຕາສ່ວນທີ່ກ່າວເຖີງນີ້ຄື ໃຊ້ປູນຊີມັງ 1 ສ່ວນ ຊາຍ 2 ສ່ວນ ຫີນ 4 ສ່ວນ ໂດຍປະລິມາດການທີຈະແປງສ່ວນປະສົມໂດຍປະລິມາດດັ່ງກ່າວໃຫ້ເປັນສ່ວນປະສົມໂດຍນ້ຳໜັກ ສາມາດເຮັດໄດ້ດັ່ງນີ້

ຂໍ້ມູນທີ່ໃຊ້ໃນການຄຳນວນ 1 ໜ່ວຍນ້ຳໜັກຂອງປູນຊີມັງ = 1,400 ກກ/ລົບ.ມ.

2 ໜ່ວຍນ້ຳໜັກຂອງຫີນຊາຍ = 1,450 ກກ./ລົບ.ມ.

• ການຄຳນວນ

ປູນ 1 ຖົງ 50 ກິໂລກຳ ມີປະລິມາດ =   0.036 ລບ.ມ.

ຊາຍ 2 ສ່ວນມີປະລິມາດ = 0.036×2          = 0.072 ລບ.ມ.

ນ້ຳໜັກຊາຍ              = 0.072x 1450    = 104 ກກ.

ຫີນ 4 ສ່ວນມີປະລິມາດ     = 0.036×4           = 0.144 ລບ.ມ.

ນ້ຳໜັກຫີນ                 =  0.144 x 1450   = 209 ກກ.

 

ປະລິມານນ້ຳທີ່ໃຊ້ໂດຍທົ່ວໄປສຳລັບປູນ 1 ຖົງ ເພື່ອໃຫ້ໄດ້ຄ່າຫຍຸບໂຕປະລິມານ 10 ຊມ.​ ເທົ່າກັບ 30 ລິດ ນ້ຳໜັກຂອງສ່ວນປະສົມທັງໝົດ

ເມື່ອໃຊ້ປູນ 1 ຖົງ = 50+104+209+30 = 393 ກກ.ໜ່ວຍນ້ຳໜັກຄອນກຣີດ 1 ລບ.ມ. = 2400  ກກ.ຕ້ອງໃຊ້ປະລິມານປູນ = 6.1 ຖົງ = 305 ກກ./ລບ.ມ.

 

•  ສະຫຼຸບສ່ວນປະສົມໃນ 1 ລບ. ມ.

 

ປູນຊີມັງ  =   305 ກກ./ລບ.ມ.

ຊາຍ   =   635 ກກ./ລບ.ມ.

ຫີນ  =   1275 ກກ./ລບ.ມ.

ນ້ຳ   =   185 ກກ./ລບ.ມ.

ຄ່າຫຍຸບຕົວ 10 ຊມ.

 

ເທພື້ນ 10 ຕຣ.ມ ໜາ 10​ຊມ. = 1.0 ຄິວ ດັ່ງນັ້ນໃຊ້ອັດຕາສ່ວນດັ່ງນີ້

 

ປູນຊັງ    = 30.5 ກກ.

ຊາຍ  = 63.5 ກກ.

ຫີນ   = 127.5 ກກ.

ນ້ຳ     = 18.5 ກກ. ( ລິດ)

 

Leave a Reply

Your email address will not be published. Required fields are marked *