ໄວຣ໌ເມດແບບມ້ວນ ແລະ ໄວຣ໌ເມດແບບແຜງ ແຕກຕ່າງກັນແນວໃດ

 ໄວຣ໌ເມດແບບມ້ວນ ແລະ ໄວຣ໌ເມດແບບມ້ວນ ແຕກຕ່າງກັນແນວໃດ

ຫຼາຍໆ ຄົນສົງໃສວ່າໄວຣ໌ນັ້ນ ເປັນຫຍັງຕ້ອງມີທັງແບບມ້ວນ ແລະ ແບບແຜງ ແລະ ມັນແຕກຕ່າງກັນແນວໃດ ເຮົາມາເບິງກັນເລີຍ

1.  ຂະໜາດຂອງເສັ້ນລວດໄວຣ໌ເມດ ໂດຍປົກກະຕິໄວຣ໌ເມດນັ້ນຈະມີຂະໜາດຕັ້ງແຕ່ 3 – 12 ມມ. ເຊິງຂະໜາດຂອງເຫຼັກເສັ້ນໄວຣ໌ເມດນັ້ນ ຖ້າເປັນເຫຼັກເສັ້ນ 3-4 ມມ. ແບບນີ້ສ່ວນໃຫຍ່ຈະນິຍົມເຮັດເປັນມ້ວນ ແຕ່ຖ້າໃຫຍ່ກວ່າ 4 ມມ. ເຊັ່ນ 5- 12 ມມ. ຈະນິຍົມເຮັດເປັນແຜງ

 

2.  ຂະໜາດຂອງຕະແກງ ເນື່ອງດ້ວຍໄວຣ໌ເມດທີ່ເຫຼັກເສັ້ນໃຫຍ່ ຈະບໍ່ສາມາດມ້ວນໄດ້ ຈື່ງຕ້ອງເຮັດເປັນແຜງ ປົກກະຕິໄວຣ໌ເມດແບບມ້ວນຈະມີຂະໜາດ 2*50 ມ. ແລະ 2*25 ມ. ແຕ່ຫາກມີປະລິມານການໃຊ້ງານທີ່ຫຼາຍໆ ເຊັ່ນເປັນພັນ ຫຼື ໝື່ນ ຕາລາງແມ້ດກໍ່ສາມາດໃຫ້ໂຮງງານສັ່ງຕັດໄດ້

ໄວຣ໌ເມດແບບແຜງ ສ່ວຍໃຫຍ່ຈະເປັນໄວຣ໌ເມດທີ່ເຫຼັກເສັ້ນມີຂະໜາດໃຫຍ່ຕັ້ງແຕ່ 6 ມມ. ຂື້ນໄປ ໂດຍມີຂະໜາດແຜງປົກກະຕິທີ່ 3*6 ມ. ແລະ 3*10 ມ. ແຕ່ຫາກສັ່ງເປັນພັນຫຼືໝື່ນຕາລາງແມ້ດ ກໍ່ສາມາດສັ່ງຕັດໄດ້ຕາມຄວາມຕ້ອງການໄດ້ເຊັນກັນ

 

3. ການຂົ່ນສົ່ງ ເນື່ອງດ້ວຍຕະແກງໄວຣ໌ເມດ ແບບມ້ວນນັ້ນຂົ່ນສົ່ງໄດ້ງາຍ ແລະ ສະດວກກວ່າສາມາດໃຊ້ລົດກະບະ ຫຼື ລົດບັນທຸກທົ່ວໄປຂົ່ນສົ່ງໄດ້ເລີຍ ແຕ່ໄວຣ໌ເມດແບບແຜງອາດຈະຕ້ອງໃຊ້ລົດບັນທຸກທິ່ໃຫຍ່ຂື້ນເພື່ອຂົ່ນສົ່ງ ອາດຈະເປັນລົດເທຣເລອຣ໌ແລະຂົ່ນສົ່ງໂດຍ

 

 

4. ການໃຊ້ງານ ເນື່ອງຈາກຂະໜາດລວດມີການຮັບແຮງທີ່ຕ່າງກັນ ລວດເສັ້ນນ້ອຍຮັບແຮງໄດ້ນ້ອຍ ລວດເສັ້ນໃຫຍ່ຮັບແຮງໄດ້ຫຼາຍຂື້ນ ດັ່ງນັ້ນການໃຊ້ງານຈື່ງເລືອກຕາມຂະໜາດເຫຼັກເສັ້ນ ເຊັ່ນ ເຫຼັກເສັ້ນ 3-4 ມມ ຈະໃຊ້ກັບບ້ານຫຼືງານທີ່ຮັບແຮງບໍ່ຫຼາຍ ແຕ່ຖ້າເປັນງານທີ່ຮັບແຮງຫຼາຍກໍ່ຈະເລືອກໃຊ້ໄວຣ໌ເມດທີ່ລວດເສັ້ນໃຫຍ່ຂື້ນ ເຊັ່ນ ໂກດັງທີ່ເລືອກໃຊ້ລວດ 9 ມມ. ຫຼື ຖະໜົນໃນບ້ານຫຼືລານກໍ່ໃຊ້6ມມ. ແຕ່ຢ່າງໃດກໍ່ຕາມ ການເລືອກໃຊງານ ຄວນປືກສາຊ່າງຫຼືວິຊາວະກອນທີ່ຄຸມງານ

 

ໄວຣ໌ເມດແບບແຜງ

ໄວຣ໌ເມດແບບມ້ວນ

Leave a Reply

Your email address will not be published. Required fields are marked *