ປະຫວັດຄວາມເປັນມາ (History)

ດ້ວຍວິໃສທັດທີ່ມຸ້ງໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ ເພາະ ທາ່ນ ແສງຣາຕີ ສະຫວັນຄຳ ປະທານບໍລິຫານບໍລິສັດເຊື່ອໝັ້ນວ່າ “ຄົນ” ຄົນຄືຜະລັງສຳຄັນຂອງທຸລະກິດທີ່ເຮົາເຮັດ ເປົ້າໝາຍສູງສຸດຂອງເຮົາ ຄືຄຳໃຫ້ຊີວິດຂອງຜູ້ຄົນ ມີຄວາມໝັ້ນຄົງ ແລະ ຢັ້ງຢືນ ເຮັດໃຫ້ປະເທດຊາດມີຄວາມຈະເລີນກ້າວໜ້າໃນທຸກມິຕິ

ບໍລິສັດສະຫວັນຄຳຄອນກຣີດຈຳກັດ ຈື່ງມູ່ງໝັ້ນເພື່ອເພີ່ມຂີດຄວາມສາມາດ ໃນການພັດທະນາຊີວິດຜູ້ຄົນ ແລະ ສັງຄົມຜ່ານການສ້າງສັນນະວັດຕະກຳທີ່ຫລາກຫຼາຍ ດ້ວຍການເລືອກລົງທຶນໃນທຸລະກິດທີ່ກ່ຽວຂ້ອງກັບຄວາມຢັ້ງຢືນເຊີງເປັນທຸລະກິດທີ່ໃຫ້ຜົນຕອບແທ່ນທີ່ໝັ້ນຄົງແລະມີສັກກະຍາພາບໃນການເຕີບໂຕສູງໃນອະນາຄົດ

ເສັ້ນທາງທຸລະກິດ (Timeline)

ປີ 201x ກໍ່ຕັ້ງບໍລິສັດສະຫວັນຄຳ ຄອນກຣີດ ຈຳກັດວັນທີ x xxxx ດ້ວຍທືນຈົດທະບຽນ xx ລ້ານກີບ (ຊຳລະເຕັມ) ເພື່ອປະກອບທຸລະກິດຜະລິດ ແລະ ຈັດຈຳໜ່າຍ ແຜ່ນພື້ນແລະ ເສົາເຂັມ ຄອນກຣີດອັດແຮງພາຍໄຕ້ກາສິນຄ້າ “SCC” ໂດຍໄດ້ກ່າວສ້າງໂຮງງານແຜ່ນພື້ນທີ່ໄຫຄຳ ນະຄອນຫລວງວຽງຈັນ ດ້ວຍພື້ນທີ່ກໍ່ສ້າງ ເລີ່ມຕົ້ນປະມານ 9 Hectares ຈົນໃນປະຈຸບັນຂະຫາຍໄປຫຼາຍກວ່າ 22 Hectares ແລະເຮົາຍັງຄົງຂາຍຕໍ່ໄປ

ປີ 2015  ໄດ້ລົງທຶນລະບົບ IT ເພື່ອຕິດຕັ້ງລະບົບ GPS Tracking ໂດຍຕິຕັ້ງໃນລົດໂມ້ປູນ ລົດຍິງປູນ ແລະ ລົດຂົ່ນສົ່ງທຸກຄັນ ໃຫ້ສາມາດກວດສອບ ຕິດຕາມການຂັບຂີ່ຂອງພະນັກງານ ວ່າຂັບຂີ່ຢູ່ໃນເສັ້ນທາງໃດ ໃຊ້ຄວາມໄວຕາມທີ່ກຳນົດໄວ້ຫຼືບໍ ເພື່ອຄວາມວອງໄວການບໍລິການທີ່ດີທີ່ສຸດແກ່ລູກຄ້າ

ໃນປີດຽວກັນ ໄດ້ລົງທຶນສ້າງລະບົບແທ່ນຊັ່ງລົດຂະໜາດໃຫຍ່ 80 Ton  ຮອງຮັບລົດບັນທຸ ແລະ ລົດພວງ ຍາວບໍ່ເກີນ18 ແມ້ດ. ຕາມມາດຕະຖານສາກົນສາມາດບັນທຶກນ້ຳໜັກລົດ ເວລາເຂົ້າ ແລະ ເວລາອອກຈາກໂຮງງານ ເຮົາສະແດງຄວາມຮັບຜິດຊອບຕໍ່ສັງຄົມ  ເປັນການສ້າງມາດຕະຖານທີ່ດີໃນອຸດສາຫະດຳ ແລະ ເປັນໄປຕາມກົດໝາຍ ເພື່ອຮັກສາສະພາບຖະໜົນໃນນະຄອນຫລວງວຽງຈັນ ບໍ່ໃຫ້ຮັບນ້ຳໜັກທີ່ຫຼາຍເກີນໄປ ຈົນເຮັດໃຫ້ບົກຜອງເສຍຫາຍກ່ອນເວລາອັນຄວນ

ປີ 2548  ໃນເດື່ອນ ພຶດສະພາ ໄດ້ສ້າງໂຮງງານຜະລິດຄອນກຣີດມວນເບົາຂື້ນ ໂດຍສ້າງຫ່າງຈາກໂຮງງານ ຜະລິດແຜ່ນພື້ນ ແລະ ເສົາເຂັມເດີມປະມານ 2 ກິໂລແມ້ດ ໃນເດືອນ ກໍລະກົດ ໄດ້ລົງທືນສ້າງບ້ານຈັດສັນ ໂຄງການບ້ານອັລດາ ບ້ານດີເບີ 5 ບ້ານປະຢັດພະລັງງານ ໃນເດືອນຕຸລາໄດ້ລົງທຶນສ້າງຂະຫຍາຍໂຮງງານ ບຈກ. ຣົ່ມໂພຖິໂປຣດັກສ໌ ເພື່ອຜະລິດຄອນກຣິດມວລເບົາ ສຳລັບໃນພາກເໜືອ ໃນເດືອນທັນວາ ໄດ້ລົງນາມໃນສັນຍາ ສັ່ງຊື້ແລະວ່າຈ້າງພັດຖະນາລະບົບ ERP ເພື່ອນຳມາໃຊ້ບໍລິຫານງານໃນບໍລິສັດ CLC

ປີ 2552 ໃນເດືອນສີງຫາ ໄດ້ຮັບໃບຮັບຮອງລະບົບບໍລິຫານຄຸນນະພາບມາດຕະຖານສາກົນ ISO 9001: 2008 ຈາກ SGS ທັງລະບົບປະຈຸບັນໄດ້ຂະຫຍາຍໂຮງງານຈົນມີກຳລັງການຜະລິດ ແຜ່ນພື້ນທອງຫລຽບ ແລະ ເສົາເຂັມສຳລັບບ້ານພັກອາໃສທີ່ທັນສະໃໝ ແລະ ມີກຳລັງສູງສຸດໃນປະເທດເທີງພື້ນທີ່ກວ່າ 400 ໄລ້ ໃນເຂດອຳເພີພັດທະນານິຄົມ ແຂວງ ລົບບຸລີ ຈາກການລວບລວມປະສົບການຍາວນານກວ່າທົດສະວັດຂອງຜູ້ບໍລິຫານມິການປັບປຸງ ແລະ ພັດທະນາເຄື່ອງຈັກໃຫ້ທັນສະໃຫມ່ ແລະ ຍົກລະດັບມາດຕະຖານການຜະລິດຢ່າງຕໍ່ເນື່ອງ ເມື່ອບວກກັບເຈຕະນາລົມອັນແນວແນ່ໃນການຢຶດໝັ້ນຄຸນນະພາບເພື່ອໃຫ້ໄດ້ຜະລິດຕະພັນທີ່ດີທີ່ສຸດ ເຮັດໃຫ້ຜະລິດຕະພັນທີ່ດີທີ່ສຸດ ເຮັດໃຫ້ປະຈຸບັນຜະລິດຕະພັນຂອງບໍລິສັດດີຄອນໄດ້ຮັບຄວາມນິຍົມຢ່າງແຜ່ຫຼາຍໃນງານກໍ່ສ້າງທຸກຮູບແບບ ສາມາດຕອບສະໜອງຄວາມຕ້ອງການໄດ້ຢ່າງຫຼາກຫຼາຍ ຕົງຕາມຄວາມຄ້ອງການຂອງລູກຄ້າ ອາທິ ງານກໍ່ສ້າງອາຄານຮຽນ ສຳນັກງານ ທາວເຮົ້າສ໌ ແລະ ບ້ານພັກອາໃນທົ່ວໄປ ລວມເຖີງອາພາດເມັນ ຄອນໂດມິນຽມ ປະຈຸບັນບໍລິສັດດີຄອນຯ ມີຜະລິດຕະພັນວັດສະດຸກໍ່ສ້າງເພື່ອຮອງຮັບຄວາມຕ້ອງການດັ່ງນີ້

ປີ 2553 ໄດ້ພັດທະນາ ແລະອອກແບບສິນຄ້າໃໝ່ ຄືເສົາຄານ

ປີ 2556 ໃນເດືອນກໍລະກົດ ບໍລິສັດໄດ້ເຮັດການລ້ຽກລູກຄ້າ ແລະ ສະຫລອງຄົບຮອບ 17 ປີ DCON ພ້ອມເປີດຕົວບອ໊ກ CLC  ລຸ້ນໃໝ່ ຂະໜາດ 20 ຊມ. ເປັນບອ໊ກສຸພາບຕໍ່ຕ້ານເຊື້ອລາທີ່ມາກັບຄວາມຊື້ນ ແລະ ປ້ອງກັນຄວາມຮ້ອນທີ່ເຂົ້າມາໃນເຮືອນ ໃນເດືອນກຸມພາ ໄດ້ເລີ່ມກໍ່ສ້າງແຮງງານແຫ່ງໃຫມ່ທີ່ແຂວງ ມະຫາສຄາມ ແລະ ແຂວງ ຣະຢອງ ເພື່ອຮ່ອງຮັບຄວາມຈະເລີນເຕີບໂຕທາງດ້ານເສດຖະກິດໃນພາກຕາເວັນອອກຊຽງເໜືອ ແລະ ພາກຕາເວັນອອກ ໃນເດືອນ ເມສາ ບໍລິສັດ ອັລດາ ຈຳກັດເປີດໂຕໂຄງການຄອນໂດ ດີຊີໂອ-ງາມວົງສ໌ວານ

ປີ 2562  ບໍລິສັດ ດີເອສຊີໂປຣດັກ ຈຳກັດ ເຮີ່ມປັບປຸງໂຄງສ້າງອາຄານໂຮງງານ ແລະ ຕິດຕັ້ງເຄື່ອງຈັກຈາກປະເທດເຢຍລະມັນ ເພື່ອຜະລິດ ຜະລິດຕະພັນ ຜນັງ ແລະ ພື້ນຄອນກຣີດສຳເລັດຮູບ ນອກຈາກນີ້ໄດ້ພັດທະນາ ແລະ ອອກສິນຄ້າໃຫມ່ ຄື ເສົາເຂັມຫົກຫຼຽມກຫລວງ

ວິໃສທັດ (Vision)

ບໍລິສັດ ສະຫວັນຄອນກຣີດ ຈຳກັດ ຈະເປັນຜູ້ຜະລິດ ແລະ ຈັດຈຳນ່າຍ ຄອນກຣີດສຳເລັດຮູບ, ເສົາເຂັມຄອນກຣີດອັດແຮງ ແຜ່ນພື້ນຄອນກຣີດອັດແຮງ  ທໍ່ຄອນກຣີດອັດແຮງ ຜະລິດຕະພັນຄອນກຣີດຫຼໍ່ສຳເລັດຮູບ ຊັ້ນນຳຂອງບ້ານໄຮຄຳ ເມື່ອງໄຊເສດຖາ ແຂວງນະຄອນຫຼວງວຽງຈັນ ແລະ ພື້ນທີໃກ້ຄຽງ ເປັນທີ່ຍອມຮັບຂອງລູກຄ້າ ໃນດ້ານຄຸນະພາບຂອງສິຄ້າ ການບໍລິການ ແລະ ການບໍລິຫານຈັດການ ທີ່ມີປະສິດຕິພາບ ພາຍໃຕ້ການຈັດການບໍລິຫານສາກົນ

ພາລະກິດ (Mission)

  1. ຜະລິດສິນຄ້າທີມີຄຸນນະພາບຕາມມາດຕະຖານ ຜະລິດຕະພັນອຸດສາຫະກໍາ ເປັນທີຍອມຮັບຂອງລູກຄ້າ
  2. ຕອບສະໜອງຄວາມເພິງພໍໃຈຂອງລູກຄ້າ ໂດຍສ້າງຄວາມໄວ້ໃຈໃຫ້ກັບລູກຄ້າ ແລະ ພັນທະມິດທາງການຄ້າ
  3. ເພີ່ມຄວາມສາມາດໃນການທໍາກໍາໄລ ແລະ ຍອດຂາຍໂດຍນໍາກິດຈະກໍາ ການບໍລລິຫານຕົ້ນທືນມາໄຊ້ໄດ້ຢ່າງມີປະສິດທິພາບ ແລະ ພັດທະນາຄະບວນການຜະລິດ ແລະ ເຄື່່ອງຈັກໃຫ້ມີປະສິດພາບສູງຂື້ນ ລົດການສູນເສຍ
  4. ພັດທະນາລະບົບການບໍລິຫານ ແລະ ການຈັດການໃຫ້ສອດຄ່ອງກັບມາດຕະຖານສາກົນ ແລະ ຫລັກການ ແລະ ການປັບປຸງໃຫ້ມີການພັດທະນາຢ່າງຕໍ່ເນື່ອງໃນທຸກໆດ້ານ.
  5. ພັດທະນາຄວາມຮູ້ຄວາມສາມາດຂອງພະນັກງານທຸກລະດັບ ໃຫ້ມີທັກສະ ແລະ ຄວາມຮູ້ຄວາມສາມາດໃນວຽກທີ່ຮັບຜິດຊອບ ເພີ່ມຂື້ນ ແລະສ້າງບັນຍາກາດໃນການເຮັດວຽກທີ່ດີ ໃຫ້ກັບພະນັກງານ ໃຫ້ມີຄວາມຮູ້ສຶກເປັນສ່ວນໜຶ່ງຂອງອົງກອນ ທີ່ຈະຮ່ວມພັດທະນາ ບໍລິສັດ ໃຫ້ມີຄວາມກ້າວໜ້າ.
  6. ສະນັບສະໜູນສະຫວັດດີການ ແລະ ຜົນຕອບແທນທີ່ດີ ແລະ ສ້າງສະພາບແວ້ດລ້ອມ ໃນການເຮັດວຽກທີ່ດີ ໃຫ້ພະນັກງານມີຄຸນນະພາບຊີວິດ ແລະ ສຸຂະພາບທີ່ດີ ມີຄວາມປອດໄພ້ໃນການເຮັດວຽກ.
  7. ຄວບຄຸມການຜະລິດ ໃຫ້ສົ່ງຜົນກະທົບຕໍ່ຊຸມຊົນຫນ້ອຍທີ່ສຸດ ແລະ ມີສ່ວນຮ່ວມໃນການພັດທະນາສັງຄົມ ແລະ ຊຸມຊົນ.

ຄະນະອຳນວຍການບໍລິສັດ(Board of Directors)

ແສງລາຕີ ສະຫວັນຄຳ
Ceo / Founder

“ຂ້າພະເຈົ້າເຊື່ອວ່າ ຄົນຂອງປະເທດເຮົາ ມີສັກກາຍະພາບພຽງພໍ ທີ່ຈະເຮັດສິນຄ້າປະເພດວັດສະດຸກໍ່ສ້າງສະໄຫມໃໝ່ທີ່ດີ ມີຄຸນນະພາບ ເພື່ອສະໜັບສະໜູນການເຕີບໂຕຂອງປະເທດຊາດ”

ລັດດາວອນ ສະຫວັນຄຳ
CFO / Financial

” ເຮົາພ້ອມຈະລົງທຶນ ລົງແຮງ ເພີ່ມຄວາມສາມາດໃນການແຂ່ງຂັນ ເພື່ອພັດທະນາຄົນໃນປະເທດ ພັດທະນາວົງການທຸລະກິດ  ສ້າງທຸລະກິດໃນປະເທດທີ່ແຂ່ງຂັນໄດ້”

ບຸນມາ ເພດສາວົງ
Genaral Manager

“ຂ້າພະເຈົ້າ ແລະ ທີມງານທຸກຄົນ ພ້ອມທີ່ຈະທຸ່ມເທ ເພື່ອໃຫ້ສ້າງມາດຕະຖານການກໍ່ສ້າງໃນປະເທດ ໃຫ້ສູງທັດທຽບປະເທດອື່ນໆ ເພື່ອມາດຕະຖານຊີວິດ ແລະ ສັງຄົມທີ່ດີ ຂອງເຮົາທຸກຄົນ”


” ເຮົາເຊື່ອວ່າ ປະເທດລາວຂອງເຮົາ ຍັງພັດທະນາ ແລະ ເຕີບໂຕໄດ້ອີກຫຼາຍ ເຮົາຫວັງວ່າຈະເປັນໜື່ງໃນຕົວເລືອກທຳອິດ ຂອງຜູ້ຮັບເໝົ່າກໍ່ສ້າງ ຫຼືຄົນທີ່ຄິດຈະສ້າງບ້ານ ໂຮງງານຫຼືໂຄງການກໍ່ສ້າງຕ່າງໆ”

ສົມບັດ ເຫລືອງແຈ່ມ
Factory Manager

“ເຮົາເລືອກໃຊ້ລະບົບອັດຕະໂນມັດໃນການຜະລິດ ໃຊ້ເຄື່ອງຈັກທີ່ດີ ມີມາດຕະຖານສູງ ຈາກຕ່າງປະເທດ ແລະ ວັດສະດຸພື້ນຖານໃນການຜະລິດ ບໍ່ວ່າ ເຫຼັກ ຫີນ ຊາຍ ຫຼື ປູນສີມັງຕ້ອງຜ່ານມາດຕະຖານຂອງເຮົາ”

ນະໂຍບາຍຄຸນນະພາບຂອງບໍລິສັດ(Company Quality Policy)

ມຸ້ງໝັ້ນພັດທະນາຄຸນນະພາບການຜະລິດ ການບໍລິການ ໃນການຜະລິດຄອນກຣີດ ແລະ ວັດສະດຸກໍ່ສ້າງສຳເລັດຮູບ ໃຫ້ເປັນທີ່ເພີ່ງພໍໃຈແກ່ລູກຄ້າ ໂດຍດຳເນີນການປັບປຸງອົງກ່ອນຢ່າງຕໍ່ເນື່ອງ