ຄຸນສົມບັດຂອງວັດສະດຸທີ່ໃຊ້ໃນການຜະລິດ
ຄອນກຣີດ
ສ່ວນປະສົມຄອນກຣີດມໃຊ້ປູນຊີມັງປອຣຕ໌ແລນຊະນິດແຂງຕົວໄວ (Hight Early Strength Portland Cement Type 111) ເຊີງມີສ່ວນປະສົມບໍ່ນ້ອຍກວ່າ 400 ກກ. ລບ.ມ. ໃຊ້ຄອນກຣີດທີ່ມີກຳລັງອັດປະໄລບໍ່ນ້ອຍກວ່າ 350 ກກ. ຕໍ່ ຕຣ. ຊມ. ເມື່ອທົດລອງດ້ວຍກ້ອນຄອນກຣີດຮູບຊົງກະບອກ ຂະໜາດ 15 ຊມ. X 30 ຊມ. ທີ່ອາຍຸ 28 ວັນ ການຕັດລວດເພື່ອໃຫ້ກຳລັງອັດແຮງຖ່າຍເຂົ້າເນື້ອຄອນກຣີດ ເມື່ອຄອນກຣີດມີກຳລັງອັດບໍ່ນ້ອຍກວ່າ 245 ກກ. ຕໍ່ ຕຣ. ຊມ.
ລວດອັດແຮງກຳລັງສູງ
ຕ້ອງເປັນເຫຼັກ Stress – relieved Indented type ສຳລັບ Single Wire ຂະໜາດເສັ້ນຜ່າສູນກາງ 4.0 ມມ. 5.0 ມມ. ແລະ 7.0 ມມ. ແລະ P.C Strand 3/8” ແລະ 1/2” ມີກຳລັງດຶງປະໄລ ສູງສຸດ ບໍ່ນ້ອຍກວ່າ 17,500 ກກ. ຕໍ່ ຕຣ. ຊມ. ລວດອັດແຮງກຳລັງສູງ ຈະຖືກດຶງດ້ວຍແຮງຢູ່ໃນຊ້ວງ 75 % ຂອງແຮງດຶງປະໄລສູງສຸດ ກ່ອນການເທຄອນກຣີດຕາມວິທີ Pretensioning
ເຫຼັກລູກຕັ້ງ
ໃຊ້ເຫຼັກ Round Mild Stell ຊະນິດ Structural Grade ທີ່ມີກຳລັງຢືດຢູນບໍ່ຕຳກວ່າ 2,300 ກກ. ຕໍ່ ຕຣ.ຊມ. ແລະມີກຳລັງດຶງປະໄລສູງສຸດບໍ່ຕ່ຳກວ່າ 4,200 ກກ. ຕໍ່ ຕຣ.ຊມ.ໃຊ້ເຫຼັກເສັ້ນກໄມ ແລະເຫຼັກເສັ້ນຂໍ້ອ້ອຍ ມອກ.20-2527 ແລະ 24-2536 ຕາມລຳດັບ
การผลิต
ດຳເນີການຜະລິດດ້ວຍກຣຣໝທີ່ທັນສະໄໝ ເຊັ່ນ ເຄື່ອງຈັກລະບົບອັດຕະໂນມັດ ແລະ ຄວບຄຸມການຜະລິດດ້ວຍວິຊາວະກອນທີ່ຊຳນານງານ ໂດຍເຮົາຜະລິດໃນອາຄານທັງໝົດ ຈື່ງບໍ່ມີບັນຫາເລື່ອງການຜະລິດໃນຊ່ວງໜ້າຝົນ ໝັ້ນໃຈໄດ້ກວ່າເຮົາຈະຜະລິດສິນຄ້າໄດ້ຕາມກຳນົດການ
ການຄວບຄຸມຄຸນນະພາບໃນການຜະລິດ
ວັດຖຸດິບ ມີການກວດສອບກ່ອນການໃຊ້ງານ
ຫີນ ເປັນຫີນຍ່ອຍທີ່ມີເນື້ອແຂງ ຕາມມາດຕະຖານ ASTM.C.131 ແລະ C88 ທີ່ໃຊ້ໃນການຜະລິດຄອນກຣີດຂະໜາດ ແລະສ່ວນຄລະຕ້ອງເປັນໄປຕາມມາດຕະຖານ ASTM.C.33 – 68 ແລະສະອາດ
ຊາຍ ເປັນຊາຍສະອາດຈາກແມ່ນ້ຳ ທີ່ມີຄຸນນະພາບຕາມມາດຕະຖານ ASTM.C40 ແລະມີຂະໜາດຄລະຕາມມາດຕະຖານ ASTM.C33 – 68
ລະຫວ່າງການຜະລິດ
- ຄວບຄຸມ ການປະກອບໂຄງສ້າງໂຄງເຫຼັກອັດແຮງສູງ ແລະຖືກຕັ້ງໃຫ້ເປັນໄປຕາມແບບ
- ຄວບຄຸມ ສັດສ່ວນປະສົມຂອງຄອນກຣີດໂດຍນ້ຳໜັກ ໂດຍເຄື່ອງຊັງອັດຕະໂນມັດ
- ຄວບຄຸມ ແຮງດຶງລວດອັດແຮງກຳລັງສູງທຸກເສັ້ນ ໃຫ້ເທົ່າກັນຢ່າງສະໝ່ຳສະເໝີ
- ຄວບຄຸມ ຄວາມສະໝຳສະເໝີຂອງເນື້ອຄອນກຣີດ
ຜະລິດຕະພັນສຳເລັດຮູບ
ກວດສອບລັດສະນະທົ່ວໄປ ມິຕິ ແລະການໂກ່ງງໍ ດັ່ງນັ້ນຈື່ງໝັ້ນໃຈວ່າ ພື້ນສະພານ SCC ໄດ້ມາດຕະຖານ
ການບໍລິການ
ບໍລິສັດຯ ມີວິຊາວະກອນຄ່ອຍໃຫ້ບໍລິການ ແລະ ແນະນຳກ່ຽວກັບການໃຊ້ຜະລິດຕະພັນຄອນຫຣີດໂດຍສະເພາະ ບໍລິສັດຯ ມີບໍລິິການດ້ານການຂົນສົ່ງ ແລະຍົກຕິດຕັ້ງຜະລິດຕະພັນ