ຄອນກຣີດປະສົມສຳເລັດ Ready Mixed Concrete

ຄອນກີດປະສົມສຳເລັດ SCC ໜື່ງໃນຜະລິດຕະພັນຄອນກຣີດທີ່ໄດ້ຮັບການໄວ້ວາງໃຈໃນຄຸນນະພາບ ແລະ ຄວາມວອງໄວທ່ຽງຕົງໃນການຈັດສົ່ງ ຈາກໜ່ວຍງານພາກລັດ ແລະລໍລິສັດກໍ່ສ້າງເອກະຊົນຊັ້ນນຳລະດັບປະເທດ ເຊີງເປັນຜົນມາຈາກຄວາມທຸ່ມເທໃນການວິໃຈພັດທະນາຢ່າງຕໍ່ເນື່ອງ ເພື່ອຍົກລະດັບມາດຕະຖານການຜະລິດ ຄຸນນະພາບຜະລິດຕະພັນ ແລະ ການບໍ່ລິການໃຫ້ສ້າງຄວາມເພີ່ງພໍໃຈສູງສຸດແກ່ລູກຄ້າ ຈົນວັນນີ້ຄອນກຣີດປະສົມສຳເລັດ SCC ມີຫຼາກຫຼາຍຊະນິດ ສຳລັບງານກໍ່ສ້າງທຸກປະເພດ ທຸກຂະໜາດ ແລະ ມີພື້ນທີ່ໃຫ້ບໍລິການ ແລະ ຄວບຄຸ່ມ ທັງໃນນະຄອນຫຼວງວຽງຈັນ ແລະ ພື້ນທີ່ໄກ້ຄຽງ

ມີເທັກໂນໂລຢີຄອນກຣີດປະສົມສຳເລັດຫຼາຍປະເພດ ເພື່ອຮອງຮັບທັງງານກໍ່ສ້າງທົ່ວໄປ ແລະ ງານກໍ່ສ້າງສະເພາະດ້ານທີ່ຕ້ອງການຄອນກຣີດປະສົມສຳເລັດຄຸນສົມບັດພິເສດເຊັ່ນ:

  • ຄອນກຣີດປັບລະດັບຕົວເອງ (Self Leveling Concrete) ສຳລັບງານຊ່ອມແຊ່ມພື້ນຜິວ
  • ຄອນກຣີດຄວາມຮ້ອນຕ່ຳ (Low Heat Concrete)  ສຳລັບງານຄອນກຣີດທີ່ເທພ້ອມກັນເປັນປະລິມານຫຼາຍ
  • ແລະລ້າສຸດຄອນກຣີດກຳລັງອັດແຮງສູງພິເສດ (Extra High Strength Concrete) ສຳລັບງານໂຄງສ້າງຮັບແຮງອັດ ອາທິ ເສົາ ຄານ ຖານຮາກ ປລ່ອງລີຟທ໌

ຄອນກຣີດປະສົມສຳເລັດ SCC  ສາມາດຜະລິດ ແລະຈຳໜ່າຍຄອນກຣີດປະສົມສຳເລັດຕາມຄ່າກຳລັງອັດ (Strength) ໄດ້ຕາມຕ້ອງການຕັ້ງແຕ່ 180 KSC ໄປຈົນເຖີງ 450 KSC ລວມທັງຄ່າຍຸບຕົວ (Slump) ທີ່ເໝາະສົມກັບງານກໍ່ສ້າງ ທາງບໍລິສັດຍັງມີທີມງານຜູ້ຊຽວຊານຄອຍໃຫ້ຄຳປຶກສາແລະມີບໍລິການຈັດສົ່ງໃນນະຄອນຫຼວງວຽງຈັນ ແລະ ພື້ນທີ່ໄກ້ຄຽງ

ຂໍ້ມູນດ້ານເທັກນິກຂອງຄອນກຣີດປະສົມສຳເລັດ

  • มีค่ากำลังอัด (Strength) ให้เลือกตั้งแต่ 180 – 450 KSC (ຊົງລູກບາສກ໌ 15 ຊັງຕີແມັດ)
  • ມີຄ່າຍຸບໂຕ(Slump) ຂື້ນຢູ່ກັບການໃຊ້ງານ ຕັ້ງແຕ່ 0 – 12.5 ຊັງຕີແມັດ
  • ຄອນກຣີດປະສົມສຳເລັດປະລິດຕາມມາດຕະຖານ ມອກ. 213-2552
  •  ສາມາດໃສ່ສານປະສົມເພີ່ມທີ່ມີຄຸນສົມບັດໃນການຫລຸດນ້ຳ ແລະ ຫນ່ວງການກໍ່ຕົວຂອງຄອນກຣີດ ໃຫ້ເໝາະສົມກັບໜ້າງານ ເພື່ອ ເພີ່ມຄວາມສາມາດໃນການເທຄອນກຣີດໄດ້ດີຂື້້ນ ແລະ ວອງໄວຍິງຂື້ນ

ຂອງດີຂອງຄອນກຣິດປະສົມສຳເລັດຈາກ ບໍລິສັດ ສະຫວັນຄຳຄອນກຣີດ(SCC)

  •  ບໍລິສັດ ສະຫວັນຄຳຄອນກຣີດຈຳກັດ ຫຼື SCC ມິຄອນກຣີດປະສົມສຳເລັດໃຫ້ເລືອກ 3 ປະເພດ ໄດ້ແກ່ຄອນກຣີດປະສົມນ້ຳຢາກັນຊືມ ຄອນກຣີດສຳລັບງານປ້ຳ ແລະ ຄອນກຣີດແຂງຕົວໄວ ເຊີງຄວບຄຸມການໃຊ້ງານທີ່ຫຼາກຫຼາຍ
  •  ຄອນກຣີດປະສົມສຳເລັດຈາກບໍລິສັດ ເປັນຄອນກຣີດສຳເລັດຮູບທີ່ໄດ້ມາດຕະຖານ ເພາະຜະລິດຈາກປູນຊີມັງຄຸນະພາບສູງ ແລະ ໃຊ້ຂະບວນການຜະລິດທີ່ມີແບບແຜນ ແລະໃຊສ່ວນປະສົມຕົງຕາມມາດຖານ
  •  ລູກຄ້າສາມາດເລືອກແຮງອັດ ແລະ ຄ່າຍຸບຕົວຂອງຄອນກຣີດ ໄດ້ຕາມລັກສະນະງານກໍ່ສ້າງ ໂດຍມີທີມເຊີວິດ ອັນປະກອບໄປດ້ວຍຜູ້ຊຽວຊານ ແລະວິຊາວະກອນທາງເທັກນິກ ທີ່ຄ່ອຍໃຫ້ຄຳປຶກສາ ຕະລອດຂະບວນການ
  •  ຄອນກຣີດປະສົມສຳເລັດຈາກທາງບໍລິສັດຯ ເປັນຜະລິດຕະພັນທີ່ມີຄຸນນະພາບ ແລະ ຈຳໜ່າຍດ້ວຍລາຄາຍຸດຕິທຳ ສາມາດໃຫ້ບໍລິການຈັດສົ່ງໃນພື້ນທີ່ ນະຄອນຫຼວງວຽງຈັນ ແລະພື້ນທີ່ໄກ້ຄຽງໄດ້ຢ່າງວອງໄວ

ບໍລິສັດຯ ໃຫ້ຄວາມສຳຄັນເລື່ອງຄຸນນະພາບຄອນກຣີດທີ່ໄດ້ມາດຕະຖານ ແລະກວດສອບໄດ້ ນອກຈາກການຄັດສານວັດຖຸດິບຄຸນນະພາບ ແລະ ຄວບຄຸມການຜະລິດທຸກຂັ້ນຕອນດ້ວຍວິຊາວະກອນຜູ້ຊຽວຊານ ພາຍໄຕ້ການຜະລິດດ້ວຍເຄື່ອງຈັກທີ່ທັນສະໄຫມ ຜະລິດຕະພັນຄອນກຣີດປະສົມສຳດເລັດ

ລົດປະສົມຄອນກຣີດທຸກຄັນຂອງບໍລິສັດຯ ມີການຕິດຕັ້ງລະບົບ GPS (Global Positioning System) ກວດສອບເສັ້ນທາງການເດີນທາງຂອງລົດເພື່ອປ້ອງກັນເລື່ອງບັນຫາຄອນກຣີດຂາດ

ຂໍ້ມູນກ່ຽວກັບຄອນກຣີດປະສົມສຳເລັດ

ຄອນກຣີດເປັນໜື່ງໃນວັດຖຸດິບຫລັກ ທີ່ໃຊ້ສຳລັບງານກໍ່ສ້າງ ແລະ ໂຄງສ້າງທົ່ວໄປ ເຊີງແຕ່ເດີມການປະສົມຄອນກຣີດຈະເຮັດທີ່ໜ້າງານ ໂດຍໃຊ້ແຮງງານຄົນໃນການປະສົມ ແຕ່ໃນປະຈຸບັນ ໄດ້ມີການພັດທະນາຜະລິດຕະພັນກໍ່ສ້າງ ໃຫ້ສອດຮັບກັບຈຳນວນງານກໍ່ສ້າງ ທີ່ມີຫຼາຍຂື້ນໃນປະເທດ ແລະ ພັດທະນາເປັນຄອນກຣີດປະສົມສຳເລັດ ໂດຍເປັນການກໍນຳປູນຊີມັງ ນ້ຳ ຊາຍ ແລະ ນ້ຳ”າ ປະສົມຄອນກຣີດໃນອັດຕາສ່ວນທີ່ໄດ້ມາດຕະຖານປະສົມກັນໃນເຄື່ອງປະສົມລະບົບອັດຕະໂນມັດ ແລ້ວນຳເທລົງໃນລົດໂມ້ປູນ ຊື່ງຈະຊ່ວຍຄົງສະພາບຂອງເຫຼວ ແລະ ພ້ອມຈັດສົ່ງໃຫ້ກັບຜູ້ຮັບເໝົ່ານຳໄປໃຊ້ງານກໍ່ສ້າງໄດ້ທັນທີ

ຄອນກຣີດປະສົມສຳເລັດ ສາມາດໃຊ້ສຳລັບງານເທເສົາ ເທຄານ ແລະໂຄງສ້າງອື່ນໆ ຊ່ວຍໃຫ້ງານກໍ່ສ້າງວອງໄວຫຼາຍຂື້ນ ເພາະບໍ່ຈຳເປັນຕ້ອງປະສົມປູນໃນພື້ນທີ່ກໍ່ສ້າງ ແລະຍັງປະຢັດພື້ນທີ່ສຳລັບກອງຫີນ ຊາຍ ຫຼືອຸປະກອນອື່ນໆ ເໝາະສຳລັບງານກໍ່ສ້າງທີ່ມີພື້້ນທີ່ນ້ອຍ ຫຼືງານທີ່ຕ້ອງການຍ້າຍພື້ນທີ່ກໍ່ສ້າງ ເຊັ່ນ ງານກໍ່ສ້າງໝູ່ບ້ານ ງານກໍ່ສ້າງເສັ້ນທາງ

ການເລືອກກຳລັງອັດຂອງຄອນກຣີດ (Strength)

 ສີ່ງໜື່ງທິີ່ຕ້ອງກຳນົດໃນການເລືອກຄອນກຣີດປະສົມສຳເລັດທຸກໆຄັ້ງ ກໍ່ຄືການເລືອກຄ່າກຳລັງອັດ (Strength)  ໃຫ້ເໝາະສົມກັບການໃຊ້ງານ ໂດຍມີຄຳແນະນຳການເລືອກກຳລັງອັດ ໃຫ້ເໝາະກັບງານແຕ່ລະປະເພດດັ່ງນີ້

  •  ງານເທຖະໜົນ: ເຊັ່ນ ຮ້ານຈອດລົດ ລານວັດ ລານໂຮງຮຽນ ຖະໜົນເທສະບານ ຖະໜົນທາງຫຼວງ ຫຼື ທາງດ່ວນ ໃຊ້ຄອນກຣີດປະສົມສຳເລັດກຳລັງອັດຕັ້ງແຕ່ 180 – 380 KSC ຕາມາແຕ່ຄວາມໜາແໜ້ນຂອງການຈາລະຈອນ ແລະ ສະພາບການຮັບນ້ຳໜັກ ໂດຍຄອນກຣີດປະສົມສຳເລັດ ກຳລັງອັດ 180 KSC ນັ້ນມີລາຄາຕ່ຳທີ່ສຸດ
  • ງານເທພື້ນ ຫຼື ເທທັບແຜ່ນພື້ນ: ເຊັ່ນ ພື້ນບ້ານ ພື້ນອາຄານ ພື້ນຮ້ານຄ້າ ພື້ນປ້ຳນ້ຳມັນ ພື້ນໂກດັງເກັບສິນຄ້າ ພື້ນສະລອຍນ້ຳ ພື້ນຫ້ອງນ້ຳ ໃຊ້ຄອນກຣີດປະສົມສຳເລັດ ກຳລັງອັດຕັ້ງແຕ່ 210 – 380 KSC ແລ້ວແຕ່ປະເພດການໃຊ້ງານ ແລະສະພາບການຮັບນ້ຳໜັກວ່າຢູ່ໃນທີ່ຢູ່ອາໃສ ຫຼືງານອຸດສາຫະກຳ ໂດຍຄອນກຣີດປະສົມສຳເລັດ ກຳລັງອັດ 240 KSC ຈະມີລາຄາປານກາງ ແລະໄດ້ຮັບຄວາມນິຍົມສູງ
  •  ງານໂຄງສ້າງແລະຖານຮາກ: ເຊັ່ນ ງານກໍ່ສ້າງອາຄານບ້ານຊັ້ນດຽວ ບ້ານສອງຊັ້ນ ອາຄານພານິດ ໂຮງແຮມ ອາຄານສຳນັກງານ ໄປຈົນເຖີງສູນການຄ້າ ແລະ ຄອນໂດມິນຽມ ໃຊ້ຄອນກຣີດປະສົມສຳເລັດ ກຳລັງອັດຕັ້ງແຕ່ 240 – 450 KSC ຕາມແຕ່ປະເພດ ແລະ ຂະໜາດຂອງອາຄານ ໂດຍຄອນກຣີດປະສົມສຳເລັດ ກຳລັງອັດ 450 KSC ຈະມີລາຄາຄອນຂ້າງສູງແຕ່ກໍ່ເຮັດໃຫ້ໂຄງສ້າງແຂງແຮງ ຮັບນ້ຳໜັກໄດ້ດີກວ່າເຊັນກັນ

ການເລືອກຄ່າຍຸບຕົວຂອງຄອນກຣີດ (Slump)

 ໃນການເລືອກໃຊ້ຄອນກຣີດປະສົມສຳເລັດ ນອກຈາກການເລືອກກຳລັງອັດແລ້ວ (Strength) ກໍ່ຕ້ອງເລືອກຄ່າຍຸບຕົວຂອງຄອນກຣີດ (Slump) ໃຫ້ເໝາະກັບງານເທຄອນກຣີດ ໂດຍຈະມີຄ່າຍຸບຕົວທີ່ແຕກຕ່າງກັນໄປຂື້ນຢູ່ກັບລັກສະນະງານ ດັ່ງຕົວຢ່າງຕໍ່ໄປນີ້

  • ງານຄອນກຣີດປ້ຳ: 5+2.5 ຊັງຕີແມັດ
  • ງານຄານແລະເສົາ: 5+2.5 ຊັງຕີແມັດ
  • ງານເທພື້ນ: 5+2.5 ຊັງຕີແມັດ
  • ງານເທຖະໜົນ: 5+2.5 ຊັງຕີແມັດ
  • ງານເທຖານຮາກ: 5+2.5 ຊັງຕີແມັດ
  • ງານເທຄອນກຣີດຫຍາບ: 5+2.5 ຊັງຕີແມັດ

ຂໍ້ດີຂອງການໃຊ້ SCC ຄອນກຣີດປະສົມສຳເລັດ Ready Mix Concrete

  1.   ຄຸນນະພາບຕົງຕາມມາດຕະຖານງານກໍ່ສ້າງ ເນື່ອງຈາກຂະບວນການຜະລິດຂອງຄອນກຣີດປະສົມສຳເລັດຈະມີການຕວງ ການຊັ່ງວັດຖຸທີ່ເປັນສ່ວນປະສົມ ຕົງຕາມມາດຕະຖານທີ່ໄດ້ອອກແບບໄວ້ທຸກຄັ້ງ ຈື່ງເກີດການຄາດເຄື່ອງຂອງການປະສົມນ້ອຍຫຼາຍ
  2.  ສັດສ່ວນຂອງວັດສະດຸການປະສົມທີ່ແມ້ນຢຳຄວບຄຸມດ້ວຍລະບົບອັດຕະໂນມັດ ຜ່ານເຄື່ອງຊັ່ງດີຈີຕອນ ແລະເຄື່ອງຕວງສັດສ່ວນແຕ່ລະຊະນິດທີ່ໄດ້ມາດຕະຖານເຮັດໃຫ້ໄດ້ສ່ວນປະສົມຄອນກຣີດທີ່ຖືກຕ້ອງ ແມ້ນຢຳແລະສະໝ່ຳສະເໝີ
  3.  ຄວາມກ້າວໜ້າທາງເທັກໂນໂລຢີີໜ່ວຍຄອນກຣີດປະສົມສຳເລັດນັ້ນ ຈະມີການພັດທະນາທາງເທັກໂນໂລຢີຢູ່ສະເໝີ ຈີ່ງສາມາດຜະລິດຄອນກຣີດໄດ້ຕັ້ງແຕ່ 30-150 ລບ.ມ./ຊົ່ວໂມງ ເຮັດໃຫ້ການເທຄອນກຣີດເປັນໄປໄດ້ຢ່າງວອງໄວ ເນື່ອງຈາກຊ່ວຍຫລຸດໄລຍະເວລາການປະສົມຂອງຄອນກຣີດ ອີກທັງຍັງຫລຸດຈຳນວນແຮງຄົນ ທີ່ຈະໃຊ້ໃນການປະສົມ ແລະ ເທຄອນກຣີດອີກດ້ວຍ
  4.  ບໍ່ເປື່ອງພື້ນທີ່ກໍ່ສ້າງ ຄອນກຣີດປະສົມສຳເລັດນັ້ນ ມີສ່ວນຊ່ວຍໃນການຫລຸດພື້ນທີ່ບໍລິເວນສຳລັບກຽມງານກໍ່ສ້າງໄດ້ເປັນຢ່າງດີເພາະບາງບໍລິເວນທີ່ກໍ່ສ້າງບໍ່ມີພື້ນທີ່ພຽງພໍສຳລັບວັດສະດຸທີ່ຈະນຳມາປະສົມຄອນກຣີດ ອາທິເຊັ່ນ ກອງຫີນ ກອງຊາຍ ແລະ ທີ່ປະສົມຄອນກຣີດ ແລະຍັງສະດວກສະບາຍກັບງານທີ່ຕ້ອງປ່ຽນຈຸດກໍ່ສ້າງຢູ່ຕະລອດເວລາ ເຊັ່ນ ງານຖະໜົນ ງານຄ່ອງສົ່ງນ້ຳ ເປັນຕົ້ນ
  5.   ເໝາະກັບງານທີ່ໃຊ້ຄອນກຣີດໃໝ່ຫຼາຍ ງານກໍ່ສ້າງບາງແຫ່ງອາດມີຄວາມຕ້ອງການໃຊ້ຄອນກຣີດນ້ອຍ ແຕ່ຕ້ອງໃຊ້ວັດສະດຸໃນການປະສົມຕ່າງໆ ມາປະສົມໃຫ້ຄອນກຣີດຍຸງຍາກ ແລະ ບາງຄັ້ງກໍ່ບໍ່ໄດ້ໃຊ້ຄອນກຣີດທີ່ປະສົມທັງໝົດ ຄອນກຣີດປະສົມສຳເລັດ ຈື່ງເຂົ້າມາຕອບໂຈດໃຫ້ກັບງານກໍ່ສ້າງເຫລົ່ານີ້ໄດ້ຢ່າງຕົງປະເດັນເພາະສາມາດສັງຊື້ມາໄຊ້ ພຽງເທົ່າທີ່ຈຳເປັນຈາກໜ່ວຍງານຜະລິດໄດ້ ຫຼື ບາງງານກໍ່ສ້າງ ອາດມີຄວາມຕ້ອງການທີ່ຈະໃຊ້ຄອນກຣີດແຕ່ລະຄັ້ງ ດ້ວຍໄລຍະເວລາທີ່ຫ່າງກັນ ຈື່ງຕ້ອງສັ່ງຊື້ວັດສະດຸເກັບໄວ້ເພື່ອປະສົມໃນຄັ້ງຕໍ່ໄປ ຊື່ງເປັນການລົງທຶນ ທີ່ບໍ່ຄຸ້ມຄ່າເລີຍ
  6.  ສາສມາດຢືດໄລຍະເວລາການກໍ່ຕົວຂອງຄອນກຣີດໄດ້ ງານກໍ່ສ້າງບາງແຫ່ງອາດມີອັດຕາການເທຄອນກຣີດຄອນຂ້າງຊ້າ ຈື່ງອາດເຮັດໃຫ້ຄອນກຣີດໂດຍທົ່ວໄປກໍ່ຕົວແຂງເສຍກ່ອນ ແຕ່ຫາກເປັນຄອນກຣີດປະສົມສຳເລັດແລ້ວ ສາມາດເຕີມນ້ຳຢາປະສົມຄອນກຣີດ ທີ່ມີຄຸນລັກສະນະສາມາດຢືດເວລາການກໍ່ຕົວຂອງຄອນກຣີດໄດ້ຈື່ງບໍ່ຕ້ອງເສຍຄອນກຣີດທີ່ໃຊ້ເທບໍ່ທັນ ແລະ ຍັງສາມາດເຮັດງານໄດ້ຢ່າງລະອຽດ ໂດຍບໍ່ຕ້ອງເລັງເວລາໃຫ້ທັນໄລຍະການກໍ່ຕົວຂອງຄອນກຣີດອີກດ້ວຍ
  7.  ລາຄາແພງກວ່າບໍ່ເປັນບັນຫາ ເຖີງວ່າລາຄາຄອນກຣີດປະສົມສຳເລັດ ຈະແພງຫຼາຍກວ່າການປະສົມຄອນກຣີດເອງນ່ອຍໜື່ງ ແຕ່ຫາກທຽບກັບຄຸນນະພາບຂອງງານທີ່ອອກມານັ້ນ ຖືວ່າຖືກຫຼາຍ ເພາະນອກຈາກຈະຊ່ວຍໃຫ້ການທຳງານ ເປັນໄປຢາ່ງລາບລື້ນແລ້ວ ສີ່ງທີ່ສຳຄັນທີ່ສຸດຄືສາມາດປະຢັດເວລາ ໃນການກໍ່ສ່າງເປັນຢ່າງດີ
  8.  ຢູ່ພາຍໄຕ້ການຮັບຮອງຄຸນນະພາບຂອງຜູ້ພະລິດ ຜູ້ພະລິດຄອນກຣີດປະສົມສຳເລັດ ຈະຕ້ອງຮັບຮອງຄຸນນະພາບ ດ້ວຍການທົດສອບພາຍໄຕ້ເງື່ອນໄຂທີ່ກຳນົດ ກັບຄວາມສະດວກໃນການໃຊ້ຄອນກຣີດປະສົມສຳເລັັດ ເຊີງເປັນຕົວກາລັນຕີວ່າ ຄອນກຣີດປະສົມສຳເລັດທີ່ສົ່ງມາຍັງໄຊດ໌ງານນີ້ ມິຄຸນນະພາບມາດຕະຖານຈີ່ງ ເຮັດໃຫ້ທາງໄຊດ໌ງານເຊື່ອໝັ້ນວ່າ ຈະສາມາດນຳຄອນກຣີດປະສົມສຳເລັດນີ້ ມາໃຊ້ງານຢ່າງສະດວກສະບາຍ ບໍ່ວ່າຈະເປັນງານນ້ອຍ ຫຼ ງານໃຫຍ່ ອີກຢ່າງຍັງໄດ້ງານທີ່ີຄຸນນະພາບ ຕາມາດຕະຖານທີ່ໄດ້ຕັ້ງໄວ້ອີກດ້ວຍ

ແຕ່ເຖີງວ່າຄອນກຣີດປະສົມສຳເລັດ ຈະເປັນຄອນກຣີດທີ່ໄດ້ມາດຕະຖານ ແຕ່ຜູ້ຄວາມຄຸ່ມງານຈຳເປັນຕ້ອງມີຄວາມຮູ້ຄວາມສາມາດ ໃນການໃຊ້ຄອນກຣີດພຽງພໍ ເພື່ອປ້ອງກັນຄວາມຜິດພາດທີ່ອາດເກີດຂື້ນ ເຊັ່ນ: ກໍລະນີນ້ຳໃນຄອນກຣີດລະເຫີຍອອກໄປຫຼາຍເນື່ອງຈາກການຂົນສົ່ງທີ່ລ່າຊ້າຈົນເຮັດໃຫ້ຄອນກຣີດເກີດການແຂງຕົວ ບໍ່ສາມາດເທຄອນກຣີດມາໃຊ້ໄດ້ ຜູ້ຄວບຄຸ່ມງານກໍ່ຈຳເປັນຕ້ອງມີຄວາມຮູ້ໃນການແກ້ໄຂສະຖານະການທີ່ຖືກຕ້ອງ ເພາະຖ້າໃຊ້ວິທີເທນ້ຳເພີ່ມລົງໄປ ຈະເຮັດໃຫ້ຄອນກຣີດທີ່ປະສົມນ້ຳນັ້ນມີກຳລັງຕ່ຳໄດ້ ດັ່ງນັ້ນເຖີງແມ່ນວ່າຈະເລືອກໃຊ້ຄອນກຣີດປະສົມສຳເລັດທີ່ມີຄຸນນະພາບ ຕົງຕາມຕ້ອງການ ຈະເປັນທາງເລືອກທີ່ສະດວກສະບາຍ ແຕ່ການມີຜູ້ຄວບຄຸມທີມີຄວາມຮູ້ຄວາມສາມາດ ແລະ ປະສົບການມາຮ່ວມງານດ້ວຍ ກໍ່ສຳຄັນບໍ່ແພ້ກັນ ເພື່ອໃຫ້ງານທີ່ໄດ້ນັ້ນ ເຕັມປ່ຽມໄປດ້ວຍຄຸນນະພາບຢ່າງທີ່ຕັ້ງໃຈ

ຄອນກຣີດປະສົມສຳເລັດ (CONCRETE READY MIXED)

 ຄອນກຣີດປະສົມສຳເລັດ ຫຼື ຄອນກຣີດສຳດເລັດຮູບ ຄືວັດສະດຸປະສົມຂອງປູນຊີມັງ ນ້ຳ ຊາຍ ຫີນ ແລະ ນ້ຳຢາປະສົມຄອນກຣີດ ປະສົມໃຫ້ເຂົ້າກັນດີໃນເຄື່ອງປະສົມຂອງໂຮງງານ ແລ້ວເທລົງໃນລົດໂມ້ປູນ ເຊີງຈະຄົງສະພາບເຫຼວຢູ່ (ຄອນກຣີດປະສົມແບບປຽກ) ໜ ຊ່ວງເວລາໜື່ງ ພຊທີ່ຈະນຳໄປເທລົງໃນແບບຫລໍທີ່ມີຮຸບຮ່າງ ຕາມທີ່ຕ້ອງການໄດ້ ສຳລັບຄອນກຣີດປະສົມແບບແຫ້ງນັ້ນ  ຄືຄອນກຣີດທີ່ເຮັດການປະສົມໃນລົດປະສົມ ໜ ສະຖານທີ່ເທ ຈາກນັ້ນຈະແປສະພາບເປັນຂອງແຂງມິຄວາມສາມາດຮັບນ້ຳໜັກໄດ້ຫຼາຍຂື້ນ ຕາມອາຍຸຂອງຄອນກຣີດທີ່ເພີ່ມຂື້ນ

ປະເພດງານ ກຳັລັງອັດທີ່ອາຍຸ 28 ວັນ (ກກ./ຕຣ.ຊມ.)
ຮຸບຊົງລູກບາສກ໌ 15X15X15 ຊມ.
ເທຮອງພື້ນກ່ອນສົ່ງເຫຼັກເສີມ ຄອນກຣີດຫຍາບ
ອາຄານຂະໜາດນ້ອຍ ບ້ານ ອາຄານພານີດ ທາວເຮົ້າສ໌ ຖະໜົນ ຄອນກຣີດ180 / 210 / 240
ອາຄານຂະໜາດກາງ ເທທັບໜ້າພື້ນສຳເລັດຮູບ ຄອນກຣີດ240 / 280
ອາຄນຂະໜາດໃຫຍ່ ພື້ນ POST TENSION ຄອນກຣີດ280 / 400
 ງານກໍ່ສ້າງທີ່ໃຊ້ຄອນກຣີດປ້ຳລຳຽງຄອນກຣີດ ຄອນກຣີດ210 / 400
 ການຊ່ອມຖະໜົນ ຫຼື ງານເລັງດ່ວນ ຄອນກຣີດ240
 ເສົາເຂັມເຈາະລະບົບແຫ້ງ ຄອນກຣີດ240 / 350
 ເສົາເຂັມເຈາະລະບົບປຽກເທົາຜ່ານທໍ່ສົງຄອນກຣີດ ຄອນກຣີດ280 / 350
 ໂຄງສ້າງທີ່ມີເຫຼັກເສີມໜ່າແໜ້ນ ເຊັ່ນ ເສົາ ຄານ ຖານຮາກຂະໜາດໃຫຍ່ ຄອນກຣີດ 240
 ເສົາ ປລ່ອງລີຟຂອງອາຄານຂະໜາດໃັັຫຍ່ ຄອນກຣີດ400 / 800

ຄອນກຣີດປະສົມສຳເລັດ ຂອງ ບໍລິສັດ ສະຫວັນຄຳ ຄອນກຣີດ ຈຳກັດ

  1.  ສ່ວນປະສົມຂອງປູນປອຣຕ໌ແລນ ຫີນ ຊາບ ແລະ ນ້ຳຢາປະສົມຄອນກຣີດ ໄດ້ມາດຕະຖານ ມອກ. 213-2552
  2. ຄ່າຫຍຸບຕົົວຂອງຄອນກຣີດຢູ່ໃນລະຫວ່າງ  5-10 ຊມ. ( 7.5 + 2.5 ซม.)  ມີເກັບຕົວຢ່າງເພື່ອການທົດສອບເປັນໄປຕາມາດຕະຖານ  ASTM ການປະເມີນຜົນຕາມມາດຕະຖານ ACI
  3.  ມີຄວາມທົນທານສູງ ທົນໄຟໄດ້ດີ
  4. ສາມາດເທຫລໍ່ໄດ້ດີ ແລະ ມີຜິວຄອນກຣີດທີ່ສວຍງາມ
  5.  ຮັບປະກັນປະລິມານຄອນກຣີດຕົງຈຳນວນ ມີການກວດສອບນ້ຳໜັກ ດ້ວຍເຄື່ອງຊັ່ງທຸກຄັ້ງກ່ອນຈັດສົ່ງໜ້າງານ
  6.  ບໍລິການຈັດສົ່ງວອງໄວທັນໃຈ ພາຍໃນ 24 ຊົ່ວໂມງ ຫລັງຈາກເຮັດການສັ່ງຊື້

ຂໍ້ແນະນຳໃນການກຽມພື້ນທີ່ເທຄອນກຣີດສຳເລັດຮູບ

  •  ເກັບກວດ ຂຸດຮາກໄມ້ ເສດດິນຣ່ວນ ຕົ່ມ ແລະ ສານອິນຊີອອກ
  •  ປັບລະດັບບໍລິເວນທີ່ຈະເທຄອນກຣີດ  ຄວນບົດອັດແລ້ວຈົນໄດ້ຄວາມໜາ 10​ ເຖີງ 15 ເຊັນຕີແມ້ດ (ກໍລະນີທົ່ວໄປ) ດ້ວຍເຄື່ອງມືບົດອັດ ເຊັ່ນ ລົດບົດ ເຄື່ອງຕົບໜ້າດິນແບບສັ່ນສະເທື່ອນ ຫຼືບົດດ້ວຍລູກກີ້ງ
  •  ສຳລັບການເທພື້ນຄອນກຣີດເທີງດິນຕົ່ມ ຕ້ອງຄຸດຕົ່ມອອກໃຫ້ໝົດ ແລ້ວນຳດິນໃໝ່ມາສ່ບົດອັດໃຫ້ແໜ້ນ ສ່ວນດິນໜ່ຽວຫຼື ດິນທີ່ນ້ຳລະບາຍໄດ້ຍາກ ຄວນໃສ່ຊັ້ນກວດຊາຍໜາບໍ່ນ້ອຍກວ່າ 10 ຊັງຕີແມັດ ເພື່ອຮ່ອງຮັບພື້ນຄອນກຣີດ ແລະ ບົດອັດຊັ້ນກວດຊາຍໃຫ້ແໜ້ນເພື່ອປັບລະດັບ
  • ຫົດນ້ຳເທີງຜິວດິນກ່ອນເທຄອນກຣີດ ເພື່ອປ້ອງກັນບໍ່ໃຫ້ນ້ຳໃນຄອນກຣີດຖືກດູດຊັບອອກໄປ ຊື່ງຈະເຮັດໃຫ້ກຳລັງຂອງຄອນກຣີດຫລຸດລົງ

ສຳລັບງານ ເທທັບແຜ່ນພື້ນ ເທເສົາ ເທຄານ

  •  ກວດສອບແບບຫລໍ່ ແລະຄ້ຳຢັນ ໃຫ້ມີຄວາມແຂງແຮງພຽງພໍ
  •  ກວດສອບເຫຼັກເສີມ ທັງຂະໜາດຈຳນວນ ໄລຍະ ແລະຕຳແໜ່ງໃຫ້ຖືກຕ້ອງຕົງຕາມຮູບແບບ
  • ກວດສອບລະດັບຂອງພື້ນ ຄານ ແລະ ສູນ ໃຫ້ຕົງຕາມແບບ
  •  ທານ້ຳມັນທີ່ແບບ ເພື່ອໃຫ້ຖອດແບບໄດ້ງ່າຍ ຫຼື ພຣົ່ມນ້ຳໃຫ້ປຽກຊຸ່ມ

ການບົ່ມຄອນກຣີດ ເພື່ອຮັກສາຄວາມຊື້ນຂອງຄອນກຣີດບໍ່ໃຫ້ແຕກຫັກ ເນື່ອງຈາກຄວາມຊື້ນລະເຫີຍອອກໄວເກີນໄປ ຄວນປູ່ພຣາສຕິກຊ່ວຍ ເພື່ອປ້ອງກັນການສູນເສຍນ້ຳ ແລະ ຄະນະທີ່ການແຕ່ງໜ້າຄອນກຣີດ ກໍ່ບໍ່ຄວນເຕີມນ້ຳໃຫ້ຫຼາຍເກີນໄປເຊັນກັນ