ກຳລັງອັດຂອງຄອນກຣີດກ້ອນຕົວຢ່າງ ຮຸບຊົງກະບອກ ແລະ ຮຸບລູກບາສກ໌
ການທົດສອບກຳລັງອັດຂອງຄອນກຣີດ ຮູບຊົງກະບອກ ແລະ ລູກບາສກ໌
ກຳລັງຕ້ານທານແຮງຫຼືການຮັບແຮງ ເປັນຄຸນສົມບັດທີ່ສຳຄັນທີ່ສຸດຂອງຄອນກຮີດ ເຊີງມີຫຼາຍຢ່າງດ້ວຍກັນເຊັ່ນ ກຳລັງຕ້ານທານແຮງອັດເປັນຕົ້ນງານຄອນກຣີດທົ່ວໄປນິຍົມເຮັດການທົດສອບ ຫາກຳລັງຕ້ານທານແຮງອັດເປັນຫຼັກເພື່ອນຳຜົນໄປໃຊ້ໃນການຄວບຄຸ່ມຄຸນນະພາບຂອງງານ ແລະຍັງໃຊ້ເປັນໂຕບົ່ງບອກໃຫ້ຮູ້ເຖີງຄຸນສົມບັດດ້ານອື່ນໆໄດ້ເປັນຢ່າງດີ ເພາະເປັນກຳລັງຕ້ານທານແຮງອື່ນໆເປັນເປັນສັດສ່ວນໂດຍກົງກັບກຳລັງຕ້ານທານແຮງອັດ
ການທົດສອບຫາກຳລັງຕ້ານທານແຮງອັດຂອງຄອນກຣີດ ເຮັດໄດ້ໂດຍການກົດຫຼືອັດແທ່ງທົດສອບຮູບລູກບາສກ໌ຕາມມາດຕະຖານອັງກິດຫຼືຮູບຊົງກະບອກຕາມມາດຕະຖານ ອາເມລິກາ ເຊີງບົ່ມຊື້ນຕາມໄລຍະເວລາທີ່ກຳນົດຈົນແຕກ ແລ້ວທຳການຄຳນວນຫາຄ່າຄວາມຕ້ານທານແຮງອັດປຣະໄລມີໜ່ຍເປັນ ກກ./ຕຣ.ຊມ ຫຼື ປອນ/ຕລ. ນີ້ວ
ກ້ອນຕົວຢ່າງມາດຕະຖານ ທີ່ເຮັດເພື່ອທົດສອບກຳລັງອັດ ທີ່ໃຊ້ກັນຢູ່ຫຼາຍມີ 2 ຮູບຊົງຄື
1. ຮູບຊົງກະບອກເປັນການທົດສອບຕາມມາດຕະຖານອະເມລິກາ ຂະໜາດທີ່ໃຊ້ຄື ຂະໜາດເສັ້ນຜ່າສູນກາງ 15 ຊມ. ສູງ 30 ຊມ.
2. ຮູບຊົງລຸກບາສກ໌ ເປັນການທົດສອຍຕາມມາດຕະຖານອັງກິດຂະໜາດທີ່ໃຊ້ຄືຂະໜາດ 15x15x15 ຊມ.
บ ກຳລັງອັດ 2 ຮູບຊົງນີ້ຈະແຕກຕ່າງກັນ ເຖີງວ່າຈະໃຊ້ສ່ວນຄອນກຣີດສ່ວນປະສົມດ່ຽວກັນ ໂດຍກຳລັງອັດດ້ວຍຮູບຊົງກະບອກ ຈະມີຄ່ານ້ອຍກວ່າກຳລັງອັດຂອງຕົວຢ່າງຮູບຊົງບາສກ໌ ທັງນີ້ເນື່ອງຈາກອົງປະກອບ
ການກຽມຕົວຢ່າງທົດສອບ
ການເກັບຕົວຢ່າງວັດສະດຸຕ່າງໆ ໃຮສະນາມ ເພີ່ອການທົດສອບວັດສະດຸຄອນກຣີດເປັນຕົວຢ່າງ 50 ລບ.ມ./1ຊຸດຕົວຢ່າງ(3ຕົວຢ່າງ) ຫຼືທຸກຄັ້ງທີ່ມີການໃຊງານ
ມາດຕະຖານທີ່ໃຊ້ໃນການທົດສອບ ມີຄື ມຍຜ. 1210-50 ມາດຕະຖານການທົດສອບ ກຳລັງຕ້ານທານແຮງອັດຂອງຄອນກຣີດ(Standard Test Method for Compressive Strength of Concrete)
ໃນການທຳງານການກໍ່ສ້າງ ການທົດສອບກຳລັງອັດຂອງຄອນກຣີດ ເປັນເລື່ອງສຳຄັນຫຼາຍ ເພາະເປັນການຄວບຄູ່ມຄຸນນະພາບຂອງຄອນກຣີດ ທີ່ນຳມາໃຊ້ໃນງານກໍ່ສ້າງ ຮູບຊົງຂອງຄອນກຣີດທີ່ນິຍົມໃຊ້ໃນການທົດສອບເພື່ອຫາກຳລັງອັດຂອງຄອນກຣີດທີ່ນິຍົມກັນມີ 2 ຮູບແບບຄື ຮູບຊົງກະບອກ ແລະ ລຸກບາສກ໌
ມາດຕະຖານຂອງປະເທດໄທຍ ແລະ ລາວໃຊ້ຊົງກະບອກ ແຕ່ໃນວົງການກໍ່ສ້າງທີ່ນິົຍົມໃຊ້ທັງ ຊົງກະບອກ ແລະ ລູກບາສກຼ໌ເຊັນດຽວກັນ
ຜົົນການທົດສອບຄອນກຣີດຮູບຊົງກະບອກ ແລະ ຮູບຊົງລູກບາສກ໌ໃຫ້ກຳລັງອັດ (ຄວາມເດັ່ນ) ຕ່າງກັນ ກຳລັງອັດຂອງຄອນກຮີ້ດຮຸບຊົງກະບອກມີຄ່າປະມານ ຮ້ອຍລະ 80 ຂອງຮູບຊົງບຸກບາສກ໌
(ຄ່າກຳລັງອັດຮູບຊົງກະບອກ = 0.833 X ຄ່າກຳລັງອັດຮູບຊົງລູກບາສກ໌)
ໃນການອອກແບບ ຫຼື ຂຽນແບບນອກຈາກການກຳນົດກຳລັງອັດຂອງຄອນກຣີດແລ້ວ ຜູ້ອອກແບບ ຫຼື ຂຽນແບບ ຕ້ອງກຳນົດເພີ່ມເຕີ່ມວ່າ ການທົດສອບເປັັນຕົວຢ່າງຮູບຊົງກະບອກຫຼືລູກບາສກ໌ ເຊັ່ນ 240 ksc (cylinder) ຫຼື 240 ksc (cube) ຫາກໃນແບບແປຣນບໍ່ໄດ້ລະບຸຮຸບແບບການທົດສອບໄວ້ສຳລັບປະເທດ ໄທຍ ແລະ ລາວ ເລືອກໃຊ້
ຄວາມສຳພັນຂອງກຳລັງອັດຂອງຄອນກຣີດກ້ອນ ຕົວຢ່າງຮູບຊົງກະບອກ ແລະ ຮູບຊົງລູກບາສກ໌
ຄອນກຣີດຮູບຊົງກະບອກ
ຂະໜາດເສັ້ນຜ່າສູນກາງ x ຄວາມສູງ (ຊ.ມ.) |
ຄອນກຣີດຮູບລູກບາສກ໌
ກວ້າງxຍາວxສູງ (ຊ.ມ.) |
15 x 30 | 15 x 15 x 15 |
ຄວາມຮູ້ເພີ່ມເຕີ່ມ : ຮູ້ກ່ອນໃຊ້ ຄອນກຣີດປະສົມສຳເລັດ
ສີ່ງໜ້າຮູ້ກ່ອນໃຊ້ຄອນກຣີດປະສົມສຳເລັດ (Ready-Mix Concrete)
- ໃນເມືອງໄທຍ ແລະ ລາວໃຊ້ມາດຕະຖານທາງ ອາເມລິກາ ແຕ່ການອ້າງອີງກຳລັງແຮງອັດ ມັກຈະໃຊ້ທັງ2 ລະບົບ ຄື ອາເມລິກາ (Cylinder : ຊົງກະບອກ) ແລະ ອັງກິດ (Cube : ລຸກບາສກ໌)
- ຄອນກຣີດກຳລັງອັດ 280 ksc (Cylinder) ໝາຍເຖີງຄອນກຣີດທີ່ມີກຳລັງອັດ 280. ກກ./ຕຣ.ຊມ. ສຳລັບກ້ອນຕົວຢ່າງທົດສອບຊົງກະບອກ (ອ້າງອີງອະເມລິກາ)
- ຄອນກຣີດກຳລັງອັດ 280 ksc (Cube) ໝາຍເຖີງຄອນກຣີດທີ່ມີກຳລັງອັດ 280. ກກ./ຕຣ.ຊມ. ສຳລັບກ້ອນຕົວຢ່າງທົດສອບຊົງລູກບາສກ໌(ອ້າງອີງອັງກິດ)