ປູນສີມັງສຳລັບງານໂຄງສ້າງ ຈະໃຊ້”ຈະໃຊ້ປູນສີມັງປອຣ໌ຕແລນ”ເປັນວັດຖຸດິບຫຼັກໃນການສ່ວນປະສົມສຳລັບງານກໍ່ສ້າງບ້ານໃໝ່ ຫຼ ອາຄານໂດຍທົ່ວໄປຈະໃຊ້ປູນສີງມັງ ປອຣ໌ຕແລນທຳມະດາ ແຕ່ຫາກມີການເລັ່ງງານກໍ່ສ້າງ ຫຼືມີຄວາມຈຳເປັນຕ້ອງຊ້ອມຄອນກຣີດໂຄງສ້າງບ້ານຈະໃຊ້ປູນສີມັງປອຣ໌ຕແລນໃຫ້ກຳລັງອັດສູງ ສຳລັບບ້ານ ຫຼື ອາຄານທີ່ປຸກສ້າງໄກ້ທະເລ ຄວນໃຊ້ປູນສີມັງປອຣ໌ຕແລນທົນຊັລເຟຕສູງ ເພື່ອບໍ່ໃຫ້ເກືອຊັລເຟຕທຳລາຍເນື້ອຄອນກຣີດ ສ່ວນງານໂຄງສ້າງທີ່ຕອ້ງສຳຜັດກັບດິນ,ນ້ຳ ຫຼືງານໂຄງສ້າງທີ່ມີຄວາມໜາຫຼາຍເຊັ່ນ ຕໍມໍ ຂະໜາດໃຫຍ່ ຖານຮາກຂະໜາດໃຫຍ່ ຫຼື ກຳແຜງກັນດິນທີ່ມີຄວາມໜາຫຼາຍໆຄວນໃຊ້ປູນສີງມັງປອຣ໌ຕແລນດັດແປງສ່ວນງານໂຄງສ້າງຄອນກຣີດຂະໜາດໃຫຍ່ ຫຼື ຄອນກຣີດຫລາ (Mass Concrete) ເຊັ່ນງານໂຄງສ້າງເຄື່ອນຄວນໃຊ້ປູນສີມັງປອຣ໌ຕແລນ ປະເພດເກີດຄວາມຮ້ອນຕ່ຳ ເພື່ອຫລຸດຄວາມສ່ຽງທີ່ເກີດຈາກການແຕກຫັກຂື້ນ ເນື່ອງຈາກຄວາມຮ້ອນ ໃນການເຮັດປະຕິກິລິຍາຂອງຄອນກຣີດ
ປູນສີມັງສຳລັບງານ ກໍ່ ສາບ ເທ ຈະເປັນປູນສີມັງທີ່ກຳລັງອັດຕ່ຳກວ່າປູສີມັງປອຣ໌ຕແລນ ຈີ່ງບໍ່ເໝາະກັບງານໂຄງສ້າງທີ່ຕ້ອງຮັບນ້ຳໜັກອາຄານໃນສ່ວນຕ່າງໆ ໂດຍສຳລັບງານກໍ່ ຈະໃຊ້ “ປູນສີມັງປະສົມ (Mixed Cement) ” ເຊີງມີຄຸນສົມບັດໜ່ຽວລື່ນຢືດເກາະ ແລະ ຜນັງໄດ້ດີ ແຫ້ງໂຕພໍ່ເໝາະບໍ່ຢືດໂຕຫຼາຍ ສ່ວນງານສາບນັ້ນຈະໃຊ້ “ປູນສີມັງ Masonry (Masonry Cement)” ເນື່ອງຈາກມີຄຸນສົມບັດພີເສດ ຄືມີຄວາມຫລຽບນຽ່ນສູງ ເນື້ອລະອຽດ ໜ່ຽວລື່ນຢືດເກາະໄດ້ດີ ສາບງ່າຍ ອົມນ້ຳໄດ້ດີ ຈື່ງຊ່ວຍຫລຸດການດູດນ້ຳຂອງຜນັງອິດ ແລະ ຫລຸດການແຕກຫັກ
ການນຳປູນປະເພດນີ້ໄປໃຊ້ງານ ຈະຕ້ອງປະສົມກັບຊາຍ ແລະ ນ້ຳ ໃນສັດສ່ວນທີ່ເໝາະສົມກັບແຕ່ລະປະເພດງານກ່ອນນຳໄປໃຊ້ຕົວຢ່າງເຊັ່ນ
ງານກໍ່ອິດ ຈະມີປູນສີມັງ ແລະຊາຍຫຍາບ (ຊາຍຫຍາບຕາມຄຸນນະພາບມາດຕະຖານ ມອກ. 598 )ປະສົມກັນໃນອັດຕາສວນປູນສີງມັງ: ຊາຍປະມານ 1: 2.5 ເຖີງ 1: 3
ງານສາບປູນ ຈະໃຊ້ປູນສີມັງ ແລະ ຊາຍລະອຽດ(ເມັດຊາຍຂະໜາດ 0.5 – 1.5 ມມ. ຄຸນນະພາບມາດຕະຖານ ມອກ.1776)ໃນອັດຕາສ່ວນປູນສີມັງ : ຊາຍປະມານ 1 : 2.5 ເຖີງ 1 : 3 ເຊີງຈະເໝາະກັບງານສາຍຊັ້ນທຳອິດ ເຊີງສາບປູນນິຍົມເອີ້ນວ່າ”ປູນເຄັມ” ເພາະມີສັດສ່ວນຂອງປູນສີມັງຢູ່ຫຼາຍເຮັດໃຫ້ຢືດເກາະກັບຜນັງໄດ້ດີ ແຕ່ກໍ່ຈະຫົດຕົວໄດ້ຫຼາຍ ແລະ ແຕ່ງຜິວຍາກເຊັນກັນສຳລັບປູນສາບຊັ້ນທີ່ສອງຫຼືຊັ້ນສຸດທ້າຍຈະນິຍົມໃຊ້ອັດຕາສວນປູນສີມັງ : ຊາຍປະມານ 1: 3 ເຖີງ 1: 4 ເອີ້ນວ່າ “ປູນຈືດ” ເນື່ອງຈາກປູນຈືດມີຊາຍຫຼາຍກວ່າຈື່ງຫົດຕົວນ້ອຍ ແລະ ແຕ່ງຜີວງ່າຍກວ່າປູນເຄັມຈ່ືງເໝາະກັບການສາບຜິວໜ້າເພາະບໍ່ຄ່ອຍແຕກຫັກຫຼືແຕກລາຍງາ
ປູນມໍຣຕາຣ໌ສຳເລັດຮູບ/ປູນສີມັງສຳເລັດຮູບ ຈະເປັນປູນທີ່ປະສົມຂອງປູນສີມັງ ຫີນບົດລະອຽດ ແລະ ສານພິເສດ ໂດຍມີການຄວບຄຸມສັກສ່ວນທີ່ກຳນົດກໍ່ສາມາດໃຊ້ງານໄດ້ທັນທີ ໂດຍບໍ່ຕ້ອງປະສົມຊາຍຫຼືສານເຄມີເພີ່ມເຕີມ ເຊີງຈະແຍກປະເພດຕາມການໃຊ້ງານໄດ້ເລີຍ ບໍ່ວ່າຈະເປັນປູນມໍຣຕ້າສຳເລັດຮູບ/ປູນສີມັງສຳເລັດຮູບ ສຳລັບງານກໍ່ທົ່ງໄປງານສາບທົ່ວໄປ ງານສາບລະອຽດ ງານເທ ປັບພື້້ນ ງານຊ້ອມອະເນກປະສົງ ຯລຯ ແຕ່ມີຂໍ້ຈຳກັດຄື ປູນແຕ່ລະປະເພດ ຈະໃຊ້ໄດ້ສະເພາະງານນັ້ນໆ ບໍ່ສາມາດນຳໄປໃຊ້ງານຢົ່າງອື່ນໄດ້ ຕົວຢ່າງເຊັ່ນ ປູນມໍຣຕ້າສຳເລັດຮູບ/ປູນສີມັງສຳເລັດຮູບ ສຳລັບງານກໍ່ທົ່ວໄປ ຈະໃຊ້ສຳລັບງານກໍ່ຜນັງຢ່າງດຽວ ບໍ່ສາມາດນຳມາສາບຜນັງໄດ້