ບໍລິສັດສະຫວັນຄຳຄອນກຣີດນອກຈາກມີຜະລິດຕະພັນດ້ານແຜ່ນຫລັງຄາເມທັລຊີທຍັງມີຜະລິດຕະພັນອີກຢ່າງໜື່ງທີ່ໜ້າສົນໃຈ ຄືສະນວນກັນຄວາມຮ້ອນ ພີຢູໂຟມ (PU FOAM) ເຊີງສະນວນກັນຄວາມຮ້ອນຄືຕົວຊ່ວຍປ້ອງກັນຄວາມຮ້ອນ ໃຫ້ແກ່ທີ່ພັກອາໃສ່ບ້ານເຮືອນ ອາຄານດ້ວຍການສະທ້ອນຄວາມຮ້ອນຄວບຄູ່ໄປກັບການໃຊ້ສະນວນສູນກາສ ແລະ ຟອງອາກາດໃນອະນູສະນວນເຮັດໜ້າທີ່ປ້ອງກັນການແຜ່ກະຈາຍ ແລະ ຍັງມີວັດສະດຸສະທ້ອນແສງ ທີ່ເປັນອົງປະກອບຜິວ ເຮັດໃຫ້ຊ່ວຍຫລຸດການແຜ່ຫລັງສີໄດ້ດີອີກດ້ວຍ ນອກຈາກຄຸນສົມບັດປ້ອງກັນຄວາມຮ້ອນແລ້ວຍັງມາດປ້ອງກັນສຽງ ໂດຍປ້ອງກັນສຽງຈາກພາຍນອກອາຄານ ລວມທັງສຽງພາຍໃນອາຄານໄດ້ດີອີກດ້ວຍ