ຄອນກຣີດມີຄວາມສຳຄັນຫຼາຍສຳລັບການປຸກສ້າງເຮືອນໃນປະຈຸບັນ ເພື່ອໃຫ້ໄດ້ຊີມັງທີ່ແຂງແຮງ ແລະ ທົນທານ ມີລາຍລະອຽດ ແລະ ຂັ້ນຕອນທີ່ສຳຄັນ ດັ່ງຕໍ່ໄປນີ້.
“ສ່ວນປະກອບຂອງຄອນກຣີດ” ການເລືອກສ່ວນປະສົມທີ່ຈະປະສົມເຂົ້າໄປໃນຄອນກຣີດ ມີຫຼັກການດັ່ງຕໍ່ໄປນີ້:
1.ປູນຊີມັງ ຄວນເລືອກຊີມັງທີ່ໄດ້ມາດຕະຖານ ແລະ ເໝາະສົມກັບປະເພດການນຳໃຊ້ງານ ຕົວຢ່າງ: ສຳລັບວຽກງານໂຄງສ້າງໃຫ້ເລືອກຊີມັງ Portland. ງານກໍ່-ງານໂບກ ໃຫ້ເລືອກຊີມັງສຳລັບການ ກໍ່,ໂບກ ແລະ ເທ ເທົ່ານັ້ນ;
2.ຫີນ ໂດຍທົ່ວໄປ ຖ້າເປັນໄປໄດ້ຄວນເລືອກໃຊ້ຊະນິດຫີນປະເພດທີ່ຫາໄດ້ງ່າຍເຊັ່ນ: ຫີນປູນ, ໂດຍເມັດຫີນຕ້ອງແຂງແຮງ, ບໍ່ມີຫີນຜຸເຈືອປົນ, ມີຂະໜາດທີ່ເໝາະສົມມີລ່ຽມຄົມດີ, ກ້ອນຫີນຕ້ອງສະອາດ ບໍ່ມີເສດດີນ ຫຼື ຝຸ່ນ ເຈືອປົນຫຼາຍເກີນໄປ;
3. ຊາຍ ຄວນເລືອກໃຊ້ຊາຍຝັ່ງແມ່ນໍ້າ ຫຼື ຊາຍບົກ ທີ່ມີຂະໜາດທີ່ເໝາະສົມ, ຂະໜາດເມັດຊາຍບໍ່ລະອຽດ ຫຼື ຫຍາບຫຼາຍຈົນເກີນໄປ ຊາຍຕ້ອງສະອາດ, ບໍ່ມີເສດດີນ ຫຼື ຝຸ່ນ ເຈືອປົນຫຼາຍເກີນໄປ ຢ່າໃຊ້ຊາຍຈາກທະເລ, ຊາຍຫາດ, ນໍ້າເຄັມ, ຢ່າງເດັດຂາດ ເພາະຈະເຮັດໃຫ້ເຫຼັກໃນໂຄງສ້າງເກີດໝ້ຽງ;
4. ນ້ຳ ໃຫ້ໃຊ້ນ້ຳທີ່ມີຄວາມສະອາດ ອາດຈະເປັນນ້ຳປະປາ ຫຼື ນ້ຳບາດານກໍ່ໄດ້ ແຕ່ໃຫ້ຫຼີກລ້ຽງ ນ້ຳກ່ອຍ ແລະ ນ້ຳທະເລໂດຍເດັດຂາດ ເພາະຈະເຮັດໃຫ້ເຫຼັກໃນໂຄງສ້າງເກີດໝ້ຽງ;
“ການປະສົມຄອນກຣີດ” ໃນປັດຈຸບັນແມ້ເຮົາມັກຈະເລືອກໃຊ້ວິທີການສັ່ງຄອນກຣີດຜະສົມສະເລັດຮູບຈາກໂຮງງານຜະລິດຄອນກີດ. ເຊິ່ງມີມາດຕະຖານໃນການຜະສົມຄອນກີດ ແຕ່ບາງຄັ້ງມັນອາດ ຈຳເປັນຕ້ອງປະສົມດ້ວຍມື ຫຼື ເຄື່ອງປະສົມຊີມັງ.
- ການປະສົມຊີມັງດ້ວຍມື ໃຫ້ປະສົມປູນກັບຊາຍໃສ່ກັນ, ປະສົມຫີນ, ຈາກນັ້ນຈື່ງຕື່ມນ້ຳແລ້ວປະສົມໃຫ້ເຂົ້າກັນ ແລະ ຕ້ອງໃຊ້ໃຫ້ໝົດພາຍໃນ 30 ນາທີ, ສີມັງທີ່ໄດ້ຈາກການປະສົມດ້ວຍມືແມ່ນມີຄຸນນະພາບບໍ່ສະໝ່ຳສະເໝີ. ສະນັ້ນ, ມັນຈື່ງບໍ່ເໝາະສົມທີ່ຈະນຳໄປໃຊ້ກັບໂຄງສ້າງຂະໜາດກາງ ແລະ ຂະໜາດໃຫຍ່.
- ການປະສົມຄອນກີດດ້ວຍໂມ້ຂະໜາດນ້ອຍ ໃຫ້ເປີດໂມ້ຕື່ມຫີນ, ຊາຍ, ປູນ ແລະ ນ້ຳ ຕາມລຳດັບຕາມອັດຕາສ່ວນທີ່ລະບຸໄວ້ຂ້າງຂອງຖົງຊີມັງ. ຖ້າທ່ານຕ້ອງການປະສົມຍາຄອນກຣີດໃຫ້ນຳເອົານ້ຳຢາຄອນກຣີດປະສົມລົງໃນນ້ຳກ່ອນ. ຈຶ່ງຄ່ອຍນຳໄປເທລົງໃສ່ໃນໂມ້ ຄຸນະພາບຂອງຊີມັງທີ່ໄດ້ຮັບຈາກການປະສົມດ້ວຍໂມ້ຈະດີກ່ວາການປະສົມດ້ວຍມື. ສາມາດນຳໃຊ້ເຂົ້າໃນວຽກງານໂຄງສ້າງ ແຕ່ຕ້ອງໃຊ້ພາຍໃນ 30 ນາທີເຊັ່ນກັນ;
ການປະສົມດ້ວຍໂມ້ຂະໜາດນ້ອຍ
“ການເທຄອນກຣີດ” ທີ່ຖືກວິທີ ຄວນເທຄອນກີດໃນແນວຕັ້ງໃກ້ກັບຈຸດທີ່ທ່ານຕ້ອງການເທລົງຫຼາຍທີ່ສຸດ ໂດຍບໍ່ຄວນເທສູງຈາກພື້ນເກີນ 1.5 ແມັດ ແລະ ບໍ່ຄວນເຮັດໃຫ້ຄອນກີດໄຫຼຕາມແນວນອນເພາະວ່າຈະເຮັດໃຫ້ກ້ອນຫີນແຕກອອກຈາກຄອນກີດ ຊື່ງເປັນສາເຫດເຮັດໃຫ້ຄອນກີດໃນຈຸດນັ້ນບໍ່ມີຫີນ ແລະ ບໍ່ມີຄວາມແຂງແຮງເທົ່າທີ່ຄວນ.
“ການອັດແໜ້ນຄອນກຣີດ” ຄືການໄລ່ຟອງອາກາດອອກຈາກຄອນກີດ ເພື່ອເຮັດໃຫ້ໂຄງສ້າງສີມັງເຂັ້ມແຂງຂື້ນ ການອັດແໜ້ນຄອນກີດດ້ວຍວິທີການຍູ້ຫລືໃຊ້ຄ້ອນຕີເຄາະດ້ານຂ້າງຂອງໄມ້ແບບ ຖ້າບໍ່ມີຄວາມຊຳນານ ຫຼື ບໍ່ຖືກວິທີຈະເຮັດໃຫ້ຫີນແຕກອອກເປັນສ່ວນລົງໄປຢູ່ລຸ່ມຂອງໄມ້ແບບ ເຊິ່ງເຮັດໃຫ້ຄອນກີດດ້ານເທິງມີຄວາມແຮງຫຼຸດລົງ ສະນັ້ນ, ການອັດແໜ້ນ ຄອນກີດທີ່ດີທີ່ສຸດແມ່ນການໃຊ້ເຄື່ອງສັ່ນຄອນກີດ ເຊິ່ງມີປະສິດຕິພາບດີກ່ວາການອັດແໜ້ນຄອນກີດດ້ວຍມື;
“ການແຕ່ງຜິວໜ້າຄອນກຣີດ” ເຮັດເພື່ອປັບໜ້າຄອນກຣີດໃຫ້ເໝາະສົມກັບວຽກຫຼັງຈາກທີ່ຄອນກີດໄດ້ກໍ່ຕົວແລ້ວ ການປັບໜ້າຜິວຄວນປະເວລາໄວ້ໄລຍະໜື່ງ ຫຼື ລໍຖ້າຈົນກ່ວາບໍ່ເຫັນນ້ຳປູນເທີງໜ້າຄອນກຣີດ ຈາກນັ້ນຈື່ງດຳເນີນການຈັດໜ້າຄອນກຣີດ ຖ້າຈັດໜ້າປູນໄວ ຫຼື ຊ້າເກີນໄປມັນອາດຈະເຮັດໃຫ້ຄອນກີດແຕກເຊັ່ນກັນ.
“ການບົ່ມຄອນກຣີດ” ເຮັດເພື່ອປ້ອງກັນບໍ່ໃຫ້ນ້ຳໃນຄອນກີດລະເຫີຍອອກຈາກຄອນກຣີດໄວເກີນໄປ ໂດຍສະເພາະໃນໄລຍະ 2-3 ມື້ ທຳອິດຫລັງຈາກເທຄອນກຣີດ ການຮັກສາຄອນກີດຈະຕ້ອງໃຊ້ເວລາຢ່າງ ໜ້ອຍ 7 ວັນການຮັກສາສາມາດເລືອກວິທີການຕ່າງໆເຊັ່ນ: ການສີດພົ່ນນ້ຳ, ການຫົດນ້ຳ ຫຼື ການໃຊ້ວັດສະດຸປຽກປົກຄຸມໜ້າຂອງຄອນກຣີດ ຕາມຄວາມເຫມາະສົມອີງຕາມແຕ່ລະຂົງເຂດວຽກງານ
ที่มา: https://www.sanook.com