ມາຮູ້ຈັກກັບ “ຂອບຕັນຫີນ (Curb Stone)” ອຸປະກອນທີ່ຊ່ວຍຈັດແຕ່ງຂອບທາງ ແລະ ຂອບສະໜາມໃຫ້ຮຽບຮ້ອຍ, ສວຍງາມ
ທຸກໆຄັ້ງທີ່ທ່ານຍ່າງຜ່ານຟຸດບາດສາທາລະນະ ຫຼື ຟູດບາດເທີງເສັ້ນທາງ ພວກເຮົາສາມາດເຫັນຄັນຫີນ ຫຼື ຂອບຄອນກຣີດສຳເລັດຮູບສີລ່ຽມລຽບໆ ຄ້າຍຄືກັບແຜ່ນປູນທີ່ໄດ້ວາງໄວ້ເພື່ອໃຊ້ໃນວຽກງານການອອກແບບ ແຕ່ວ່າຫລາຍໆຄົນບໍ່ຮູ້ວ່າມັນມີປະໂຫຍດຫຍັງແດ່, ມື້ນີ້ SCC ຈະພາທ່ານໄປເບິ່ງວ່າຜົນປະໂຫຍດທີ່ວ່າ “ຂອບຄັນຫີນ” ແມ່ນມີປະໂຫຍດຫຍັງແດ່.
ກ່ອນອື່ນໝົດ ຂອບຄັນຫີນ ແມ່ນມີໄວ້ເພື່ອຈັດສັນໃຫ້ມີຄວາມເປັນລະບຽບຮຽບຮ້ອຍຂອງຂອບທາງ ໂດຍສະເພາະແມ່ນການສ້າງເສັ້ນທາງຍ່າງ ຖືວ່າວັດສະຄຸນີ້ແມ່ນເປັນຕົບຈົບງາມ ເພາະວ່າມັນມີໜ້າທີ່ຊ່ວຍປ້ອງກັນຊາຍທີ່ຢູ່ໃນບອກໄມ້ໃຫ້ໄຫຼລົງດ້ານຂ້າງ ປ້ອງກັນໃຫ້ພື້ນຮາບລຽບ ຈື່ງເຮັດໃຫ້ການເຮັດວຽກໃນເວລາວາງບອກປະສານປູພື້ນຖືກດຳເນິນໄດ້ຢ່າງງ່າຍດາຍ ແລະ ວອງໄວ ມັນຍັງຊ່ວຍໃນການບັງຄັບບອກຍືດເກາະລະຫວ່າງກັນໃຫ້ມີຄວາມໝັ້ນຄົງເມື່ອຕ້ອງຮັບນ້ຳໜັກ.
ແຕ່ຂອບຄັນຫີນບໍ່ພຽງແຕ່ໃຊ້ສຳລັບງານສາທາລະນະເທົ່ານັ້ນ ພວກເຮົາຍັງສາມາດໃຊ້ມັນເພື່ອປະໂຫຍດກັບບ້ານໄດ້ອີກ ເພາະວ່າເວລາຜ່ານໄປດົນນານ ດິນໃນເຮືອນຈະຍູບລົງເຮັດໃຫ້ເກີດມີຫຼຸມພາຍໃນບ້ານເຮັດໃຫ້ແນມເຫັນໂຄງສ້າງບ້ານບໍ່ສວຍງາມ ແລະ ອາດຈະກາຍເປັນບ່ອນຢູ່ອາໄສຂອງສັດຕ່າງໆ ແຕ່ຖ້ານຳເອົາຂອບຄັນຫີນມາຊ່ວຍໃນຈຸດນີ້ ມັນຊ່ວຍປິດບັງລູບຮູພາຍໃຕ້ເຮືອນເຊິ່ງເກີດຈາກບັນຫາຂອງການຍູບຂອງດິນຢູ່ອ້ອມເຮືອນ.
ຫຼື ຖ້າທ່ານມີພື້ນທີ່ບ້ານກວ້າງຂວາງ ແລະ ມີແນວຄວາມຄິດໃນການຕົບແຕ່ງສວນ ທ່ານສາມາດໃຊ້ແຂບຕົບແຕ່ງທີ່ຄ້າຍຄືກັບຂອບຄັນຫີນ ມາເຮັດເປັນກະຖັງຕົ້ນໄມ້ໄດ້ເຊັ່ນກັນ ອາດຈະຖືກຈັດແຈງໃນຮູບສີ່ຫລ່ຽມ ຫຼື ໂຄ້ງມົນແລ້ວເອົາດິນໃສ່ໃນກອບຫລັງຈາກນັ້ນ ນຳເອົາຕົ້ນໄມ້ທີ່ທ່ານມັກໄປປູກບໍ່ວ່າຈະເປັນດອກໄມ້ປະດັບ ຫລື ເຄືອເລືອຄຸມຂອບຫີນກໍ່ເປັນສະເໜ່ຈາກພືດພັນທີ່ເສີມໃຫ້ຄອນກຣີດສຳເລັດຮູບສວຍງາມໜ້າສົນໃຈ.
ຈາກທີ່ເລົ່າຈຸດເດັ່ນຫຼັກໆ ຂອງຂອບຄັນຫີນລວມທັງຂອບຕົບແຕ່່ງ ສາມາດຊ່ວຍແກ້ໄຂບັນຫາຕ່າງໆໃນວຽກງານການອອກແບບພູມສັນຖານໄດ້ຢ່າງສວຍງາມ ມັນຍັງຊ່ວຍປ້ອງກັນບໍ່ໃຫ້ດິນຊາຍເລື່ອນໄຫຼ, ຮັກສາພື້ນເຮືອນໃຫ້ແໜ້ນ, ຊ່ວຍປ້ອງກັນການຫົດນ້ຳຂອງດິນ ຫຼື ປົກປິດຮູຢູ່ພາຍໃນເຮືອນ ແລະ ຍັງຊ່ວຍເສີມມູມໂປຣດຂອງເຮືອນໃຫ້ສວຍງາມດ້ວຍການປູກຕົ້ນໄມ້ເຊັ່ນກັນ
Reviews
There are no reviews yet.